ໂດຍການເຂົ້າຮ່ວມຂອງ ພົຕ ສົມຫວັງ ທໍາມະສິດ ແລະ ພົທ ເລກຸຍເຫວືອງ

ກອງປະຊຸມສອງຝ່າຍ ລາວ-ຫວຽດນາມ ວ່າດ້ວຍ ການຮ່ວມມືເພື່ອຄວບຄຸມຢາເສບຕິດ ຄັ້ງທີ 17 ໄດ້ຈັດຂຶ້ນໃນວັນທີ 6 ທັນວາ 2018 ຢູ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ພົຕ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ, ທັງເປັນຫົວຫົວໜ້າຄະນະຊີ້ນໍາວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ກະຊວງ ປກສ ຄະນະຜູ້ແທນຝ່າຍລາວ ແລະ ພົທ ເລກຸຍເຫວືອງ ຮອງລັດຖະມົນຕີ ກະຊວງຕໍາຫຼວດ ສສ ຫວຽດນາມ ເຊິ່ງມີຄະນະທັງສອງຝ່າຍ ເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ຄະນະຜູ້ແທນທັງສອງຝ່າຍ ໄດ້ພ້ອມກັບປຶກສາຫາລື, ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາໃນແຕ່ລະບັນຫາ ທີ່ເຫັນວ່າ ຈະມີຜົນປະໂຫຍດໃຫ້ແກ່ທັງສອງປະເທດ ເປັນຕົ້ນແມ່ນ ດ້ານວຽກງານແລກປ່ຽນຂໍ້ມູນຂ່າວສານ, ຫ້ອງການປະສານງານຄວບຄຸມຢາເສບຕິດຕາມຊາຍແດນ, ການຮ່ວມມືດ້ານການກວດກາ ແລະ ຄວບຄຸມຢາເສບຕິດ, ການຮ່ວມມືດ້ານການບໍາບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ແລະ ການຮ່ວມມືການປະຕິບັດໂຄງການແມ່ນໍ້າຂອງປອດໄພ; ເຊິ່ງກອງປະຊຸມ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ດີ, ມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ແລະ ມີຄວາມໝາຍສໍາຄັນ ໃນການປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງລະຫວ່າງສອງປະເທດ ແລະ ປະຊາຊົນ ລາວ-ຫວຽດນາມ ກໍຄືການຮ່ວມມືລະຫວ່າງ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດແຫ່ງ ສປປ ລາວ ກັບ ສສ ຫວຽດນາມ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໄປ.

ໃນກອງປະຊຸມທັງສອງຝ່າຍ ລາວ-ຫວຽດນາມ ຍັງໄດ້ຮ່ວມກັນລົງນາມເຊັນບົດບັນທຶກການຮ່ວມມືກັນ ເພື່ອສືບຕໍ່ຮ່ວມກັນແກ້ໄຂບັນຫາຢາເສບຕິດ ແລະ ການກໍ່ອາຊະຍາກໍາອື່ນໆ.