ລົງນາມເຊັນສັນຍາຮ່ວມມືກັນ ໃຫ້ບໍລິການດ້ານການສື່ສານໂທລະຄົມມະນາຄົມ

ບໍລິສັດ ລັດວິສາຫະກິດລາວ ໂທລະຄົມມະນາຄົມ (ລລທ) ແລະ ກຸ່ມບໍລິສັດພັດທະນາເຂດ ເສດຖະກິດສະເພາະ ບໍ່ເຕ່ນ ລາວ ຈໍາກັດ ໄດ້ລົງນາມເຊັນສັນຍາຮ່ວມມືກັນ ໃຫ້ບໍລິການດ້ານການສື່ສານໂທລະຄົມມະນາຄົມ ໃນເຂດເສດຖະກິດສະເພາະ ບໍ່ເຕ່ນແດນງາມ ແຂວງຫຼວງນໍ້າທາ (ຂສບ) ໃນວັນທີ 6 ທັນວາ 2018, ຕາງໜ້າລົງນາມໂດຍ ທ່ານ ຈິດປະສົງ ໜູແກ້ວໄກສອນ ຮອງອໍານວຍການໃຫຍ່ ລລທ ແລະ ທ່ານ ນາງ ຢາງຢ້າຫົງ ຮອງອໍານວຍການ ປະຈໍາການ ຂສບ ໂດຍຊ່ອງໜ້າ ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີກະຊວງໄປສະນີ-ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ພ້ອມດ້ວຍພາກສ່ວນທີ່ກ່ຽວ.

ໂດຍຊ່ອງໜ້າ ທ່ານ ທອງໃສ ຊານໄຊຍະ ແລະ ພົຕ ກົງທອງ ພົງວິຈິດ

ທ່ານ ຈິດປະສົງ ໜູແກ້ວໄກສອນ ກ່າວວ່າ:

ກຸ່ມບໍລິສັດພັດທະນາເຂດເສດຖະກິດສະເພາະ ບໍ່ເຕ່ນ ລາວ ຈໍາກັດ

ການລົງນາມເຊັນສັນຍາໃນຄັ້ງນີ້ ກໍຍ້ອນກຸ່ມບໍລິສັດພັດທະນາເຂດເສດຖະກິດສະເພາະ ບໍ່ເຕ່ນ ລາວ ຈໍາກັດ ອະນຸມັດໃຫ້ ລລທ ເປັນຜູ້ດໍາເນີນການພັດທະນາ ແລະ ສະໜອງການບໍລິການທາງດ້ານການສື່ສານໂທລະຄົມມະນາຄົມ ແບບຄົບວົງຈອນ ໃນເຂດເສດຖະກິດສະເພາະ ບໍ່ເຕ່ນແດນງາມ ບ້ານບໍ່ເຕ່ນ ເມືອງ ແລະ ແຂວງຫຼວງນໍ້າທາ ພາຍໃນກໍານົດ 5 ປີ ໂດຍເລີ່ມແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ແນໃສ່ອໍານວຍຄວາມສະດວກທາງດ້ານພື້ນຖານໂຄງລ່າງ ການສື່ສານໂທລະຄົມມະນາຄົມ ໃຫ້ສະດວກສະບາຍ, ທັນສະໄໝ ແລະ ໄດ້ມາດຕະຖານ ໃຫ້ແກ່ການຈັດຕັ້ງປະຕິບັດແຜນງານການພັດທະນາຂອງ ກຸ່ມບໍລິສັດພັດທະນາເຂດເສດຖະກິດສະເພາະ ບໍ່ເຕ່ນ ລາວ ຈໍາກັດ ໃຫ້ບັນລຸຈຸດປະສົງທີ່ວາງໄວ້ໃນການຮ່ວມມືພັດທະນາ ໜຶ່ງແລວທາງ ໜຶ່ງເສດຖະກິດ ລະຫວ່າງສອງພັກ-ລັດ ລາວ-ຈີນ ທີ່ ໄດ້ລົງນາມຮ່ວມກັນໄວ້.

ບໍລິສັດ ລັດວິສາຫະກິດລາວ ໂທລະຄົມມະນາຄົມ (ລລທ) ແລະ ກຸ່ມບໍລິສັດພັດທະນາເຂດ ເສດຖະກິດສະເພາະ ບໍ່ເຕ່ນ ລາວ ຈໍາກັດ

ທ່ານ ນາງ ຢາງຢ້າຫົງ ກ່າວຕື່ມວ່າ:

ພາຍຫຼັງທັງສອງຝ່າຍເຊັນສັນຍາກັນສໍາເລັດແລ້ວ ຫວັງຢ່າງຍິ່ງວ່າ ລລທ ຈະເຂົ້າໄປອໍານວຍຄວາມສະດວກດ້ານການສື່ສານ ຢູ່ພື້ນທີ່ດັ່ງກ່າວ ແລະ ເຮັດໃຫ້ພື້ນທີ່ນັ້ນມີການນໍາໃຊ້ດ້ານໂທລະຄົມມະນາຄົມຢ່າງສະດວກສະບາຍ ຮັບປະກັນໃຫ້ມີຄວາມວ່ອງໄວຂຶ້ນກວ່າເກົ່າ, ເພາະວຽກງານນີ້ ເປັນວຽກງານໜຶ່ງທີ່ສໍາຄັນໃນການເປັນສ່ວນໜຶ່ງ ເຮັດໃຫ້ເຂດເສດຖະກິດສະເພາະ ບໍ່ເຕ່ນແດນງາມ ມີການພັດທະນາ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ເຂດເສດຖະກິດສະເພາະ ບໍ່ເຕ່ນແດນງາມ ແຂວງຫຼວງນໍ້າທາ