ຕ້ອນຮັບ ຄະນະກວດກາລະບຽບວິໄນ ສປ ຈີນ

ໃນໂອກາດທີ່ມາພົບປະແລກປ່ຽນບົດຮຽນກັບ ຄະນະກວດກາສູນກາງພັກ ສປປ ລາວ

0
1133
ຄະນະກວດກາສູນກາງພັກ ສປປ ລາວ ຕ້ອນຮັບ ຄະນະກວດກາລະບຽບວິໄນ ສປ ຈີນ

ທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ຄະນະຜູ້ແທນຄະນະກວດກາລະບຽບວິໄນ ສູນກາງພັກກອມມູນິດຈີນ ນຳໂດຍ ທ່ານ ນາງ ຫຼູ ຊີ ຄະນະປະຈຳຄະນະກວດກາລະບຽບວິໄນ ສູນກາງພັກກອມມູນິດຈີນ ກຳມະການຄະນະກວດກາແຫ່ງຊາດຈີນ ໃນວັນທີ 11 ທັນວາ 2018 ໃນໂອກາດທີ່ມາພົບປະແລກປ່ຽນບົດຮຽນກັບ ຄະນະກວດກາສູນກາງພັກ ສປປ ລາວ.

ສປປ ລາວ – ສປ ຈີນ

ໂອກາດທີ່ຕ້ອນຮັບໃນຄັ້ງນີ້, ທ່ານ ປອ ບຸນທອງ ຈິດມະນີ ໄດ້ຕີລາຄາສູງຕໍ່ການມາຢ້ຽມຂໍ່ານັບແລະ ເຮັດວຽກຄັ້ງນີ້

ແມ່ນມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ, ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ອີກທັງຍັງເປັນໂອກາດອັນດີໃຫ້ແກ່ສອງພັກ, ສອງລັດ ກໍຄືສອງຄະນະກວດກາ ໃຫ້ນັບມື້ນັບພັດທະນາສູ່ລວງເລິກ ແລະ ແໜ້ນແຟ້ນຍິ່ງຂຶ້ນ.

ທ່ານ ປອ ບຸນທອງ ຈິດມະນີ
ກອງປະຊຸມພົບປະແລກປ່ຽນບົດຮຽນຂອງທັງສອງຝ່າຍ

ທ່ານ ນາງ ຫຼູ ຊີ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບ ພ້ອມທັງລາຍງານຜົນຂອງການພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະກວດກາສູນກາງພັກ ສປປ ລາວ ກັບ ຄະນະກວດກາລະບຽບວິໄນ ສູນກາງພັກກອມມູນິດຈີນ ເຊິ່ງກອງປະຊຸມເທື່ອນີ້ ເປັນເຫດການສຳຄັນທີ່ປະກອບສ່ວນໃຫ້ທັງສອງຝ່າຍ ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ການປະຕິບັດວຽກງານວິຊາສະເພາະ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ.

ຝ່າຍລາວນຳໂດຍ ທ່ານ ສີໃນ ມຽງລາວັນ

ພິທີພົບປະແລກປ່ຽນບົດຮຽນຂອງທັງສອງຝ່າຍ ຈັດຂຶ້ນໃນຕອນເຊົ້າວັນທີ 11 ທັນວາ ທີ່່ຜ່ານມາ ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວນຳໂດຍ ທ່ານ ສີໃນ ມຽງລາວັນ ຮອງເລຂາຄະນະພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາລັດຖະບານ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຝ່າຍ ສປ ຈີນ ນຳໂດຍ ທ່ານ ນາງ ຫຼູ ຊີ ຄະນະປະຈຳຄະນະກວດກາລະບຽບວິໄນ ສູນກາງພັກກອມມູນິດຈີນ ກຳມະການຄະນະກວດກາແຫ່ງຊາດຈີນ.

ຝ່າຍ ສປ ຈີນ ນຳໂດຍ ທ່ານ ນາງ ຫຼູ ຊີ

ການພົບປະແລກປ່ຽນບົດຮຽນຄັ້ງນີ້, ທັງສອງຝ່າຍໄດ້ຜັດປ່ຽນກັນແຈ້ງສະພາບການຈັດຕັ້ງ ປະຕິບັດວຽກງານວິຊາສະເພາະ ໃນການຕິດຕາມ, ກວດກາພັກ-ລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ໂດຍສະເພາະ ການປະຕິບັດໜ້າທີ່ຂອງ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ແຫ່ງ ສປປ ລາວ ໄລຍະ 2017-2018 ສາມາດກວດພົບເຫັນຜູ້ສໍ້ລາດບັງຫຼວງ ໃນລະດັບຕ່າງໆທັງໝົດ 746 ຄົນ, ມີຜູ້ປະກອບການ 31 ຄົນ ແລະ ພະນັກງານຂອງລັດ 655 ຄົນ, ຖືກດຳເນີນຄະດີ 129 ຄົນ, ສານຕັດສິນແລ້ວ 55 ຄົນ, ໄດ້ດຳເນີນແກ້ໄຂທາງບໍລິຫານ 600 ກວ່າຄົນ, ໄດ້ຮັບຄຳຮ້ອງ-ຄຳສະເໜີ 1.707 ສະບັບ, ໄດ້ຄົ້ນຄວ້າແກ້ໄຂແລ້ວ 492 ສະບັບ, ສົ່ງໃຫ້ພາກສ່ວນກ່ຽວຂ້ອງຄົ້ນຄວ້າແກ້ໄຂ 614 ສະບັບ, ແຈ້ງຕອບຜູ້ສະເໜີ 61 ສະບັບ, ເກັບມ້ຽນເພື່ອຕິດຕາມ 99 ສະບັບ, ພວມດຳເນີນການຄົ້ນຄວ້າ ແລະ ເກັບກຳຂໍ້ມູນ 441 ສະບັບ.