ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປະກາດເລື່ອນຊັ້ນໃຫ້ ພະນັກງານ-ນັກຮົບ

0
2106
ໃຫ້ກຽດປະດັບຊັ້ນໂດຍ ພັອ ປອ ມາລາ ວິລະຈິດ

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (ກົມ 512) ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ແລະ ຄົບມາດຖານໃນການເລື່ອນຊັ້ນ ຈໍານວນ 13 ສະຫາຍ ໃນວັນທີ 7 ທັນວາ 2018, ໃຫ້ກຽດປະດັບຊັ້ນໂດຍ ພັອ ປອ ມາລາ ວິລະຈິດ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ, ມີບັນດາຄະນະພັກ-ຄະນະບັນຊາ ແລະ ບັນດາພະນັກງານ-ນັກຮົບ ພາຍໃນກົມເຂົ້າຮ່ວມ.

ພິທີປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ

ພັທ ນາງ ເພັດສະຫວັນ ຈັນທະວົງ ຫົວໜ້າພະແນກການເມືອງ ກົມ 512 ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2239/ປກສ ລົງວັນທີ 28 ພະຈິກ 2018 ແລະ ຂໍ້ຕົກລົງຂອງ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 3661/ກມປສ ລົງວັນທີ 22 ພະຈິກ 2018 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ.

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (ກົມ 512) ກະຊວງ ປກສ

ໃນນັ້ນ, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 2 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 6 ສະຫາຍ ແລະ ຮ້ອຍຕີ ຂຶ້ນ ຮ້ອຍໂທ 5 ສະຫາຍ.

ເນັ້ນໃຫ້ບັນດາພະນັກງານ-ນັກຮົບທີ່ໄດ້ຮັບການເລື່ອນຊັ້ນ ຈົ່ງເອົາໃຈໃສ່ສືບຕໍ່ສ້າງຕົນເອງໃຫ້ມີຄວາມເຂັ້ມແຂງຮອບດ້ານ

ໂອກາດນີ້, ພັອ ປອ ມາລາ ວິລະຈິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້, ພ້ອມທັງເນັ້ນໃຫ້ບັນດາພະນັກງານ-ນັກຮົບທີ່ໄດ້ຮັບການເລື່ອນຊັ້ນ ຈົ່ງເອົາໃຈໃສ່ສືບຕໍ່ສ້າງຕົນເອງໃຫ້ມີຄວາມເຂັ້ມແຂງຮອບດ້ານ ເປັນຕົ້ນແມ່ນທາງດ້ານການເມືອງແນວຄິດ, ບຸກບືນຕົນເອງໃຫ້ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ, ຕັ້ງໜ້າເຄື່ອນໄຫວເຮັດວຽກງານວິຊາສະເພາະຂອງຕົນ ໃຫ້ດີຂຶ້ນກວ່າເກົ່າ, ພ້ອມກັນຝືກຝົນຫຼ່ໍຫຼອມຕົນເອງຢ່າງຮອບດ້ານດ້ວຍຫຼາຍວິທີ ເພື່ອເຮັດຫຼ້ອນໜ້າທີ່ທີ່ຖືກມອບໜາຍໃຫ້, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານໃຫ້ສູງຂຶ້ນ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນຢ່າງຈິງໃຈ ເພື່ອເຮັດໃຫ້ແຕ່ລະວຽກງານແຕ່ລະສະຫາຍມີຜົນສໍາເລັດຂຶ້ນໄປເລື້ອຍໆ.

ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ
ຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນ