ເປັນປະທານໂດຍ ພັທ ແສງປະເສີດ ສຸທໍາມະວົງ

ກົມສື່ສານ ກະຊວງ ປກສ ເປີດຊຸດຝຶກອົບຮົມ ວຽກງານວິຊາສະເພາະເຕັກນິກສື່ສານ ໃຫ້ພະນັກງານ-ນັກຮົບກໍາລັງສື່ສານທົ່ວກຳລັງ ນັບທັງສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ປະຈໍາປີ 2018 ໃນວັນທີ 10 ທັນວາ 2018, ເປັນປະທານໂດຍ ພັທ ແສງປະເສີດ ສຸທໍາມະວົງ ຮອງຫົວໜ້າກົມສື່ສານ ປກສ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ, ຄູ-ອາຈານ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ພັທ ແສງປະເສີດ ສຸທໍາມະວົງ ກ່າວວ່າ: 

ກົມສື່ສານ ກະຊວງ ປກສ

ການຝຶກອົບຮົມຄັ້ງນີ້ ໃຊ້ເວລາ 15 ວັນ, ມີນັກສໍາມະນາກອນທັງໝົດ 38 ສະຫາຍ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານວຽກງານວິຊາສະເພາະສື່ສານໃຫ້ແກ່ພະນັກງານ-ນັກຮົບກໍາລັງສື່ສານ ປກສ ນະຄອນຫຼວງ ແລະ ບັນດາ ປກສ ແຂວງ ທົ່ວປະເທດ ໃຫ້ມີວິຊາສະເພາະຢ່າງແນ່ນອນ, ເພື່ອປັບປຸງວຽກງານວິຊາສະເພາະສື່ສານ ໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເຕັກນິກວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝ, ເພື່ອແນໃສ່ເຮັດໃຫ້ການຕິດຕໍ່ສື່ສານຮັບປະກັນຄວາມວ່ອງໄວ, ຊັດເຈນ ແລະ ປິດລັບ ໃນການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງກໍາລັງວິຊາສະເພາະ ໃນການເປັນເສນາທິການໃຫ້ແກ່ການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະບັນຊາຂັ້ນຕ່າງໆໃນກໍາລັງ ປກສ.

ເປີດຊຸດຝຶກອົບຮົມ ວຽກງານວິຊາສະເພາະເຕັກນິກສື່ສານ

ການຝຶກອົບຮົມໃນຄັ້ງນີ້ ນັກສໍາມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບຄວາມຮູ້ພື້ນຖານໃນການຕິດຕໍ່ສື່ສານ, ຄວາມໝາຍຄວາມສໍາຄັນຂອງວິທະຍຸໂຟນີ, ໜ້າທີ່ເຮັດວຽກຂອງແຕ່ລະພາກສ່ວນ, ພາກສ່ວນ UPS ໝໍ້ປ່ຽນໄຟ, ພາກສ່ວນລະບົບໄຟຟ້າ, ພາກສ່ວນສາຍສົ່ງ, ພື້ນຖານການນໍາໃຊ້ສູນ Hytera, ຮູບຮ່າງລວມສູນວິທະຍຸໂຟນີ Hytera ແລະ ວິທີເບິ່ງການເຮັດວຽກຂອງແຕ່ລະເມືອງ.