ອົງການຜູ້ຕາງໜ້າ ກະຊວງຕຳຫຼວດ ຫວຽດນາມ ເຂົ້າອວຍພອນ ລມຕ ກະຊວງ ປກສ

0
1667
ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປ ລາວ – ກະຊວງຕໍາຫຼວດ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມຄະນະ

ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ພົຈວ ຮວ່າງກວງເຫື໋ອງ ຫົວໜ້າອົງການຜູ້ຕາງໜ້າ ກະຊວງຕໍາຫຼວດ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມຄະນະ ທີ່ໄດ້ນໍາເອົາສານອວຍພອນຂອງ ລັດຖະມົນຕີກະຊວງຕໍາຫຼວດ ສສ ຫວຽດນາມ ແລະ ກະຕ່າດອກໄມ້ ເຂົ້າອວຍພອນ ເນື່ອງໃນໂອກາດທີ່ທ່ານໄດ້ຮັບຕໍາແໜ່ງເປັນ ລັດຖະມົນຕີກະຊວງ ປກສ ຜູ້ໃໝ່ ໃນວັນທີ 20 ທັນວາ 2018.

ພົທ ວິໄລ ຫຼ້າຄໍາຟອງ – ພົຈວ ຮວ່າງກວງເຫື໋ອງ

ໂອກາດນີ້, ພົທ ວິໄລ ຫຼ້າຄໍາຟອງ ໄດ້ກ່າວສະແດງຄວາມຂອບໃຈຕໍ່

ອົງການຜູ້ຕາງໜ້າ ກະຊວງຕໍາຫຼວດ ສສ ຫວຽດນາມ ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ໃນຕະຫຼອດໄລຍະຜ່ານມາຂອງສອງກະຊວງ.

ພົທ ວິໄລ ຫຼ້າຄໍາຟອງ
ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງ ລາວ-ຫວຽດນາມ

ໂດຍສະເພາະ ການກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ, ການຊ່ວຍເຫຼືອທາງດ້ານອຸປະກອນເຕັກນິກ ໃນການປະກອບສ່ວນເຂົ້າໃນວຽກງານວິຊາສະເພາະ, ພ້ອມທັງຈະສືບຕໍ່ຮ່ວມມືຮອບດ້ານລະຫວ່າງສອງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນ ກະຊວງ ປກສ ລາວ ກັບ ກະຊວງຕໍາຫຼວດ ສສ ຫວຽດນາມ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

ພົທ ວິໄລ ຫຼ້າຄໍາຟອງ – ທ່ານ ນາງ ຫຼີເຄີອີ໋

ໂອກາດດຽວກັນ, ອົງການຜູ້ຕາງໜ້າ ກະຊວງ ປກສ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ນໍາໂດຍ ທ່ານ ນາງ ຫຼີເຄີອີ໋ ຫົວໜ້າອົງການຜູ້ຕາງໜ້າ ກະຊວງ ປກສ ແຫ່ງ ສປ ຈີນ ກໍໄດ້ເຂົ້າອວຍພອນ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງ ປກສ ເຊັ່ນດຽວກັນ.