ປະທານ ສສຍລ ຕ້ອນຮັບ ຜູ້ແທນສະຫະພັນແມ່ຍິງ ເຂດປົກຄອງຕົນເອງ ຈວ້າງ ກວາງຊີ ສປ ຈີນ

0
1855
ທ່ານ ນາງ ອິນລາວັນ ແກ້ວບຸນພັນ – ທ່ານ ນາງ ຫຼິວ ຢົງເມ

ວັນທີ 19 ທັນວາ 2018, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ນາງ ຫຼິວ ຢົງເມ (Liu Yongmei) ປະທານສະຫະພັນແມ່ຍິງ ເຂດປົກຄອງຕົນເອງ ຈວ້າງ ກວາງຊີ ສປ ຈີນ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 18-22 ທັນວາ 2018.

ສະຫະພັນແມ່ຍິງ ເຂດປົກຄອງຕົນເອງ ຈວ້າງ ກວາງຊີ ສປ ຈີນ

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ທ່ານ ນາງ ຫຼິວ ຢົງເມ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ສູນກາງສະຫະພັນແມ່ຍິງລາວ ໃນຄັ້ງນີ້ ເຊິ່ງຖືວ່າເປັນການປະກອບສ່ວນເສີມຂະຫຍາຍມູນເຊື້ອການພົວພັນ ແລະ ຮ່ວມມືລະຫວ່າງສອງພັກ-ສອງລັດ ເວົ້າລວມ

ທ່ານ ນາງ ອິນລາວັນ ແກ້ວບຸນພັນ
ປະທານແມ່ຍິງ ລາວ-ຈີນ

ເວົ້າສະເພາະ ແມ່ນສອງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ແລະ ສະຫະພັນແມ່ຍິງ ເຂດປົກຄອງຕົນເອງ ຈວ້າງ ກວາງຊີ ສປ ຈີນ ໃຫ້ນັບມື້ເພີ່ມທະວີ ແລະ ເກີດດອກອອກຜົນຍິ່ງຂຶ້ນ ທັງເປັນການເສີມຂະຫຍາຍການແລກປ່ຽນ, ການຮ່ວມມືກັນໃຫ້ເລິກເຊິ່ງໃນການປັບປຸງຄວາມສາມາດຂອງແມ່ຍິງ ທາງດ້ານຜູ້ປະກອບການທຸລະກິດ ແລະ ນະວັດຕະກຳ, ເສີມຂະຫຍາຍການຮ່ວມມືລະຫວ່າງສອງຝ່າຍໃນພາກພື້ນ ໃຫ້ຫຼາຍຂຶ້ນ.

ທ່ານ ນາງ ອິນລາວັນ ແກ້ວບຸນພັນ
ການຮ່ວມມືກັນລະຫວ່າງແມ່ຍິງ ລາວ-ຈີນ

ທ່ານ ນາງ ຫຼິວ ຢົງເມ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຕ້ອນຮັບໃນຄັ້ງນີ້ ເຊິ່ງຖືວ່າເປັນການແລກປ່ຽນການຮ່ວມມືກັນ ເພື່ອສ້າງແຜນການຂໍ້ຕົກລົງການຮ່ວມມືລິເລິ່ມດຳເນີນທຸລະກິດ ແລະ ນະວັດຕະກຳຂອງຜູ້ປະກອບການແມ່ຍິງອາຊຽນ ແລະ ເພື່ອເປັນການປຶກສາຫາລືແລກປ່ຽນທາງດ້ານວັດທະນະທຳຂອງ ສອງອົງການຈັດຕັ້ງມະຫາຊົນ ກໍຄື ສອງປະເທດ ລາວ-ຈີນ ໃຫ້ນັບມື້ນັບເລິກເຊິ່ງແໜ້ນແຟ້ນຍິ່ງຂຶ້ນ.

ສູນກາງສະຫະພັນແມ່ຍິງລາວ