ກະຊວງພາຍໃນ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ

0
1583

ວັນທີ 21 ທັນວາ 2018, ກະຊວງພາຍໃນ ໄດ້ປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ( 20 ມັງກອນ 1949-20 ມັງກອນ 2019 ) ເພື່ອໃຫ້ບັນດາ ພະນັກງານ-ລັດຖະກອນ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ປະຫວັດສາດການກຳເນີດ ແລະ ຂະຫຍາຍຕົວຂອງ ກອງທັບປະຊາຊົນລາວ ໃນແຕ່ລະໄລຍະ, ທາດແທ້ມູນເຊື້ອອັນສະຫງ່າອົງອາດຂອງກອງທັບລາວ ໃນການຕໍ່ສູ້ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ, ນຳພາເຂົ້າຮ່ວມຮັບຟັງໂດຍ ທ່ານ ຄຳມູນ ວິພົງໄຊ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ກະຊວງພາຍໃນ ພ້ອມດ້ວຍພະນັກງານ-ລັດຖະກອນ.

ພະນັກງານ-ລັດຖະກອນ ຖະຊວງພາຍໃນ

ພົຈວ ປະສິດ ທ່ຽງທຳ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບ ກະຊວງປ້ອງກັນປະເທດ ໄດ້ປາຖະກະຖາໃຫ້ຮູ້ເຖິງຄວາມໝາຍຄວາມສຳຄັນຂອງການກຳເນີດ ແລະ ຂະຫຍາຍຕົວຂອງ ກອງທັບປະຊາຊົນລາວ ວ່າ:

ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການ ກໍຄືຂະບວນການປະຕິວັດຕໍ່ສູ້ກູ້ຊາດຂອງ ປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ກອງທັບປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1949

ພົຈວ ປະສິດ ທ່ຽງທຳ
ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ

ໂດຍຜ່ານຍ່ານທາງແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການນຳພາອັນປີຊາສາມາດ ສະຫຼາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ, ກອງທັບປະຊາຊົນລາວ ໄດ້ຜ່ານຜ່າອຸປະສັກນາໆປະການ ບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍຄວາມເສຍສະລະອັນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ຕາມພາລະກິດປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ, ສາມາດຕີເອົາຊະນະຈັກກະພັດລ່າເມືອງຂຶ້ນ ເພື່ອປົດປ່ອຍຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.