ໃຫ້ກຽດປະດັບຊັ້ນໂດຍ ພັອ ສົມໄຊ ຈັນທະວົງ

ວັນທີ 18 ທັນວາ 2018, ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນ້ຳທາ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ໂດຍການເຂົ້າຮ່ວມຂອງ ພັອ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ມີຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງ ປກສ ກຸ່ມບ້ານ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັຕ ນາງ ຄໍາຫ້ຼາ ຈິດຕະວົງ ຫົວໜ້າພະແນກຈັດຕັ້ງຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 2220/ປກສ ລົງວັນທີ 28 ພະຈິກ 2018 ຂອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ ນາຍ ແລະ ພົນຕຳຫຼວດ. ໃນນັ້ນ, ພະນັກງານ-ນັກຮົບ ກອງບັນຊາການ ປກສ ເມືອງສິງ ໄດ້ຮັບການເລື່ອນຊັ້ນ ຈໍານວນ 22 ສະຫາຍ; ໃນນີ້ ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 3 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 6 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 1 ສະຫາຍ, ສິບໂທ ຂຶ້ນ ສິບເອກ 11 ສະຫາຍ, ສິບຕີ ຂຶ້ນ ສິບໂທ 1 ສະຫາຍ.

ພັອ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ

ໂອກາດດຽວກັນ, ກອງບັນຊາການ ປກສ ເມືອງສິງ ກໍໄດ້ປາຖະກະຖາເລົ່າຄືນມູນເຊື້ອ 3 ວັນປະຫວັດສາດ ຄື:

ວັນຊາດທີ 2 ທັນວາ ຄົບຮອບ 43 ປີ, ມູນເຊື້ອເມືອງວຽງໄຊ ແຂວງຫົວພັນ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ, ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ ໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມແລ້ວນໍາເອົາບົດຮຽນດັ່ງກ່າວ ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານ.

ກອງບັນຊາການ ປກສ ເມືອງສິງ
ພິທີປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ

ໃນພິທີ, ພັອ ສົມໄຊ ຈັນທະວົງ ໄດ້ຍ້ອງຍໍຊົມເຊີຍຕໍ່ກັບບັນດາຜົນງານທີ່ ກອງບັນຊາການ ປກສ ເມືອງສິງ ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງເຖິງບັນດາຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານຫຼັກແຫ່ຼງ ຕ້ອງໄດ້ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບຂອງຕົນ ແລະ ລົງໃກ້ຊິດຕິດແທດກັບປະຊາຊົນບັນດາເຜົ່າ ເອົາໃຈໃສ່ວຽກງານປຸກລະດົມຂົນຂວາຍໃຫ້ເຂົາເຈົ້າມີຄວາມຕື່ນຕົວ ເຮັດວຽກງານ ປກຊ-ປກສ ເພື່ອຂ່ຳນັບຮັບຕ້ອນ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນໃຫ້ໄດ້ໂດຍພື້ນຖານ.