ຫ້ອງຕຳຫຼວດ ປກສ ແຂວງໄຊຍະບູລີ ສະຫຼຸບໜ່ວຍພັກເຂັ້ມແຂງ – ຮູ້ນໍາພາຮອບດ້ານ

0
964

ຄະນະພັກຮາກຖານຫ້ອງຕໍາຫຼວດ ປກສ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາປະເມີນຜົນ ການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ໃນກາງເດືອນທັນວາ 2018, ໂດຍການເປັນປະທານຂອງ ພັທ ເຂັມເພັດ ວັນນະລາດ ຄະນະພັກກອງບັນຊາການ, ເລຂາຄະນະພັກຮາກຖານຫ້ອງຕໍາຫຼວດ ເຂົ້າຮ່ວມໂດຍ ພັອ ຄໍາແພງ ເພັດ ເລຂາຄະນະພັກກອງບັນຊາການ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະໜ່ວຍພັກ, ສະມາຊິກພັກພະນັກງານ-ນັກຮົບ ເຂົ້າຮ່ວມ.

ສະຫາຍ ພັທ ເຂັມເພັດ ວັນນະລາດ ກ່າວວ່າ:

ເຂົ້າຮ່ວມໂດຍ ພັອ ຄໍາແພງ ເພັດ ເລຂາຄະນະພັກກອງບັນຊາການ ຫົວໜ້າກອງບັນຊາການ ປກສ ແຂວງ

ຜ່ານມາ, ຄະນະພັກຮາກຖານ ໄດ້ປະຕິບັດພາລະບົດບາດນໍາພາກໍາລັງວິຊາສະເພາະ ເຄື່ອນໄຫວເຮັດໜ້າທີ່ຕິດຕາມ, ກໍາແໜ້ນສະພາບການຢ່າງຮອບດ້ານທີ່ພົວພັນເຖິງວຽກງານຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຄົ້ນຄວ້າຕີລາຄາ, ຄາດກະສະພາບການ ແລະ ຊອກຫາວິທີການ, ມາດຕະການປ້ອງກັນ, ສະກັດກັ້ນແກ້ໄຂໃຫ້ຖືກຕ້ອງຕາມແນວທາງຂອງກົດໝາຍ ແລະ ຫຼັກການວິຊາສະເພາະ, ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ນໍາພາວຽກງານວິຊາສະເພາະເປັນໃຈກາງ, ນໍາພານະໂຍບາຍ-ແກ້ໄຂຊີວິດການເປັນຢູ່ເປັນພື້ນຖານ, ນໍາພາປັບປຸງກໍ່ສ້າງຂະຫຍາຍພັກ-ກໍ່ສ້າງນາຍ ແລະ ພົນຕໍາຫຼວດ ເປັນບັນຫາຕັດສິນ ແລະ ນໍາພາອົງການຈັດຕັ້ງມະຫາຊົນເປັນບັນຫາສໍາຄັນ.

ຜ່ານການກວດກາຕີລາຄາແບ່ງປະເພດສະມາຊິກພັກ, ພະນັກງານ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ຕີລາຄາໜ່ວຍພັກຕາມສອງມາດຖານ: ເຂັ້ມແຂງທັງ 4 ດ້ານ ແລະ ຮູ້ນໍາພາຕາມ 5 ເນື້ອໃນ, ສະມາຊິກພັກ ໄດ້ປະເພດແຂງ 87 ສະຫາຍ, ປະເພດກາງ 3 ສະຫາຍ, ບໍ່ໄດ້ແບ່ງປະເພດ 1 ສະຫາຍ ພະນັກງານນັກຮົບໄດ້: ປະເພດດີ 21 ສະຫາຍ, ປະເພດກາງ 2 ສະຫາຍ, ປະເພດພະແນກການ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ປະເພດແຂງ ໜ່ວຍພັກທີ່ຂຶ້ນກັບ ຄະນະພັກຮາກຖານ ໄດ້ປະເພດແຂງ 4 ໜ່ວຍ, ປະເພດຄະນະພັກຮາກຖານ ໄດ້ປະເພດແຂງ.

ຄະນະພັກຮາກຖານຫ້ອງຕໍາຫຼວດ ປກສ ແຂວງໄຊຍະບູລີ

ສະຫາຍ ພັອ ຄໍາແພງ ເພັດ ໄດ້ເນັ້ນໃຫ້ບັນດາສະຫາຍຄະນະພັກແຕ່ລະຂັ້ນ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ ປັບປຸງປົວແປງພັກໃນທົ່ວກໍາລັງຂອງຕົນ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເປັນເຈົ້າການສະກັດກັ້ນ-ແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກໃຫ້ເຂັ້ມງວດ, ປັບປຸງແບບແຜນວິທີການນໍາພາ-ວິທີເຮັດວຽກໃຫ້ເລິກເຊິ່ງ ແລະ ປະກອບສ່ວນເຮັດວຽກງານຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໃຫ້ມີຄວາມປອດໄພຢ່າງໜັກແໜ້ນ.