ເຊັນສັນຍາການໃຫ້ບໍລິການລະບົບສາຍເຊົ່າໂຄງການສື່ສານທີ່ທັນສະໄໜ ປກສ

0
1527

ບໍລິສັດ ລັດສະກາຍໂທລະຄົມ ກະຊວງປ້ອງກັນປະເທດ ແລະ ກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີເຊັນສັນຍາການໃຫ້ບໍລິການລະບົບສາຍເຊົ່າໂຄງການສື່ສານທັນສະໄໝ ຂອງກະຊວງ ປກສ ໃນວັນທີ 7 ມັງກອນ 2019, ໂດຍມີ ພັທ ສຸບັນ ພັນທະວີ ຫົວໜ້າໂຄງການສື່ສານ ອໍານວຍການໃຫຍ່ ບໍລິສັດ ລັດສະກາຍໂທລະຄົມ ແລະ ພັທ ແສງປະເສີດ ສຸທຳມະວົງ ຮອງຫົວໜ້າກົມສື່ສານ ກະຊວງ ປກສ, ມີບັນດາຄະນະພັກ-ຄະນະກົມ ຈາກກະຊວງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພັທ ແສງປະເສີດ ສຸທຳມະວົງ ກ່າວວ່າ:

ພັທ ສຸບັນ ພັນທະວີ ຫົວໜ້າໂຄງການສື່ສານ ແລະ ພັທ ແສງປະເສີດ ສຸທຳມະວົງ ຮອງຫົວໜ້າກົມສື່ສານ

ພິທີເຊັນສັນຍາຄັ້ງນີ້ ເພື່ອຫັນເອົາລະບົບໄອທີ ທີ່ທັນສະໄໝມານຳໃຊ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ໃຫ້ທັນກັບພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນນຳໃຊ້ເຂົ້າໃນການພົວ ພັນ, ຕິດຕໍ່ສື່ສານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ລະຫວ່າງວຽກງານ ປ້ອງກັນຊາດປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະດວກ,ວ່ອງໄວ ແລະ ປິດລັບ ທັງຮັບປະກັນໃຫ້ມີຄຸນນະພາບສູງ; ຊຶ່ງການເຊັນສັນຍາດັ່ງກ່າວ ແມ່ນຈະບໍ່ມີກຳນົດເວລາ. ຫຼັງຈາກນັ້ນ,ບັນດາຄະນະ ໄດ້ພ້ອມກັນຊົມວັດຖຸອຸປະກອນການນຳໃຊ້ເຂົ້າໃນວຽກງານວິຊາສະເພາະການສື່ສານຕ່າງໆເພື່ອຢັ້ງຢືນໃຫ້ເຫັນເຖິງຄຸນນະພາບ ທີ່ນຳໃຊ້ເຂົ້າໃນການຕິດຕັ້ງລະບົບສາຍເຊົ່າ ມີຄວາມຮັບປະກັນ ຄວາມປອດໄພ ແລະ ທັນກັບເຫດການທີ່ເກີດຂຶ້ນຢ່າງປະສິດທິຜົນ.