ມອບ-ໜ້າທີ່ປະທານສະຫະພັນແມ່ຍິງ ກົມ 509

0
1117

ສະຫະພັນແມ່ຍິງກົມ 509 ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ພັທ ນາງ ບຸນທະວີ ສີຫາລາດ  ປະທານສະຫະພັນແມ່ຍິງກົມ 509 ( ຜູ້ເກົ່າ ) ແລະ ພັທ ນາງ ເຂັມຄໍາ ໄຊຍະເພັດ  ( ຜູ້ໃໝ່ ) ພິທີດັ່ງກ່າວຈັດຂຶ້ນໃນວັນທີ 3 ມັງກອນ 2019  ໂດຍການເຂົ້າຮ່ວມ ຂອງ ພົຈວ ຄຳສາຍ ຈັນທະວົງຫົວໜ້າກົມ 509 ແລະ ມີບັນດາ ຄະນະສະຫະພັນແມ່ຍິງ ພ້ອມດ້ວຍຄະນະໜ່ວຍອ້ອມຂ້າງກົມເຂົ້າຮ່ວມ.

ການເຂົ້າຮ່ວມ ຂອງ ພົຈວ ຄຳສາຍ ຈັນທະວົງ ຫົວໜ້າກົມ 509

ໃນພິທີປະທານສະຫະພັນ ແມ່ຍິງຜູ້ເກົ່າໄດ້ຂຶ້ນລາຍງານວຽກງານໃນໄລຍະຜ່ານມາວ່າ:

ໄດ້ນຳພາສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກແມ່ຍິງ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ ຫ້າວຫັນຕໍ່ໜ້າທີ່ວຽກງານ ແລະ ມີຄວາມສາມັກຄີພາຍໃນຢ່າງແໜ້ນ ແຟ້ນ, ນຳພາເປີດກອງປະຊຸມ ໃຫຍ່ ຄັ້ງທີ VI ຂອງສະຫະພັນແມ່ຍິງກົມສຳເລັດ, ສ້າງມູນເຊື້ອ ຂອງສະຫະພັນແມ່ຍິງກົມ ແຕ່ປີ 2000-2018 ສໍາເລັດໂດຍພື້ນຖານ, ຄົ້່ນຄວ້ານສະເໜີສູ້ຊົນຍົກສູງບົດບາດການນຳພາເພດຍິງ ໃຫ້ທຽບເທົ່າເພດຊາຍ, ນຳພາຊຸກຍູ້ສະມາຊິກແມ່ຍິງ ປະກອບສ່ວນເຮັດໜ້າທີ່ວິຊາສະເພາະຕາມການມອບໝາຍຢ່າງຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງ ສູ້ຊົນເພື່ອເຮັດໃຫ້ສະມາຊິກໄດ້ຮັບນະໂຍບາຍເລື່ອນຊັ້ນ, ຍ້ອງຍໍ, ໜ້າທີ່ຕຳແໜ່ງ ແລະ ດ້ານອື່ນໆ; ໃນຕໍ່ໜ້າ ມອບໃຫ້ສະຫະພັນແມ່ຍິງຊຸດໃໝ່ ສືບຕໍ່ຊີ້ນໍາ-ນໍາພາປັບປຸງການຈັດຕັ້ງສະຫະພັນແມ່ຍິງກົມ 509 ໃຫ້ໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ຫົວໜ້າກົມ 509 ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະສະຫະພັນແມ່ຍິງ ຊຸດເກົ່າ

ໃນຕອນທ້າຍ, ຫົວໜ້າກົມ 509 ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະສະຫະພັນແມ່ຍິງ ຊຸດເກົ່າ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມການມອບໝາຍ ຈົນໄດ້ຮັບຜົນສຳເລັດຫຼາຍດ້ານ ພ້ອມທັງເນັ້ນໃຫ້ຄະນະສະຫະພັນແມ່ຍິງ ຊຸດໃໝ່ ເອົາໃຈໃສ່ນຳພາວຽກງານວິຊາສະເພາະ ແລະ ເຄື່ອນໄຫວວຽກງານຂະບວນການຕ່າງໆໃຫ້ດີຂຶ້ນ, ນຳພາຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວໃຫ້ເປັນຂະບວນກວ້າງຂວາງ ແລະຟົດຟື້ນ.