ມອບ-ຮັບໂຄງການສື່ສານທັນສະໄໝ ຮັບໃຊ້ວຽກງານປ້ອງກັນຄວາມສະຫງົບ

0
1636
ກົມໃຫຍ່ພະລາທິການ ກະຊວງ ປກສ ຮ່ວມກັບບໍລິສັດສື່ສານ ໄຮເທຣາ ສປ ຈີນ ແລະ ບໍລິສັດ ກຸ່ມຄໍາໄພຊະນະ

ກົມໃຫຍ່ພະລາທິການ ກະຊວງ ປກສ ຮ່ວມກັບບໍລິສັດສື່ສານ ໄຮເທຣາ ສປ ຈີນ ແລະ ບໍລິສັດ ກຸ່ມຄໍາໄພຊະນະ ຈໍາກັດໄດ້ຈັດພິທີມອບ-ຮັບໂຄງການສື່ສານທັນສະໄໝ ຮັບໃຊ້ວຽກງານປ້ອງກັນຄວາມສະຫງົບ ໃນທ້າຍອາທິດຜ່ານມາ, ໂດຍການເຂົ້າຮ່ວມຂອງ ພົທ ວິໄລ ຫຼ້າຄໍາຟອງ  ລັດຖະມົນຕີ ກະຊວງປ້ອງກັນຄວາມ
ສະຫງົບ ແລະ ທ່ານ ເຟີງ ຊີເຮິງ ຮອງປະທານບໍລິສັດສື່ສານ ໄຮເທຣາ ຈໍາກັດ ສປ ຈີນ, ມີບັນດາການນໍາກະຊວງ, ກົມກອງອ້ອມຂ້າງກະຊວງ, ຄະນະຮັບຜິດຊອບໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພົຈວ ຄໍາໄຕ ຄໍາແພງເພັດ ຫົວໜ້າກົມໃຫຍ່ພະລາທິການ ທັງເປັນຄະນະຮັບຜິດຊອບຊີ້ນໍາ ການປະຕິບັດໂຄງການດັ່ງກ່າວກ່າວວ່າ:

ເຂົ້າຮ່ວມໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ

ໂຄງການສື່ສານທັນສະໄໝນີ້, ເປັນໂຄງການໜຶ່ງທີ່ມີຄວາມສໍາຄັນ ແລະ ຈໍາເປັນໃນການປະຕິບັດວຽກງານວິຊາສະເພາະຂອງກໍາລັງປ້ອງກັນຄວາມສະຫງົບເວົ້າລວມ ເວົ້າສະເພາະ ແມ່ນແນໃສ່ຮັບປະກັນການສົ່ງຂໍ້ມູນຂ່າວສານ, ການຊີ້ນໍາ-ບັນຊາວຽກງານຕ່າງໆ ຂອງກໍາລັງປ້ອງກັນຄວາມສະຫງົບ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມສະດວກວ່ອງໄວ-ຊັດເຈນ ແລະ ທັນກັບສະພາບການ ໂດຍອີງຕາມການແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 431/ຫສນຍ.ກລຂ, ລົງວັນທີ 22 ມີນາ 2017 ເຫັນດີອະນຸມັດເງິນກູ້ ມູນຄ່າ 44.800.000 ໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດໂຄງການສື່ສານທັນສະໄໝ ທົ່ວປະເທດ ເຊິ່ງແມ່ນບໍລິສັດສື່ສານ ໄຮເທຣາ ຈໍາກັດ ເປັນຜູ້ສະໜອງທຶນ ແລະ ເປັນຜູ້ຮັບເໝົາຕິດຕັ້ງ

ພ້ອມທັງສະໜອງອຸປະກອນເຕັກນິກທັງໝົດໃຫ້ແກ່ໂຄງການນີ້, ເນື່ອງຈາກວ່າສູນວິທະຍຸສື່ສານລະບົບ ແລະ ອຸປະກອນສື່ສານ ຊຸດເກົ່າ ມີຈໍານວນຈໍາກັດ, ອາຍຸການນໍາໃຊ້ກໍຫຼາຍປີແລ້ວ ແລະ ຜ່ານການທົດລອງນໍາໃຊ້ໄລຍະເວລາ 3 ເດືອນເຫັນວ່າສັນຍານການຕິດຕໍ່ສື່ສານແຈ້ງດີ, ພົວພັນວຽກງານສະດວກວ່ອງໄວ ແລະ ມີຄຸນນະພາບດີ;ນອກນັ້ນ, ຍັງໄດ້ນໍາໃຊ້ລະບົບສື່ສານໂຄງການດັ່ງກ່າວເຂົ້າໃນການ ກູ້ໄພພິບັດນໍ້າຖ້ວມຢູ່ທີ່ ເມືອງສະໜາມໄຊ ແຂວງອັດຕະປື ຈໍານວນ 245 ເຄື່ອງ;

ທ່ານ ເຟີງ ຊີເຮິງ ຮອງປະທານບໍລິສັດສື່ສານ ໄຮເທຣາ ຈໍາກັດ ສປ ຈີນ

ໃນນັ້ນ, ໃຫ້ກອງທັບນໍາໃຊ້ 60 ເຄື່ອງ ແລະ ກູ້ໄພຂອງ ສປ ຈີນ 40 ເຄື່ອງ ຍ້ອນເຄືອຂ່າຍອື່ນສັນຍານຫຼົ້ມ ບໍ່ສາມາດນໍາໃຊ້ໄດ້; ເພື່ອຮັບປະກັນໃນການຊີ້ນໍາ-ບັນຊາ, ການລາຍງານສະພາບການຕ່າງໆໃຫ້ທັນກັບເຫດການຕົວຈິງ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ນໍາໃຊ້ອຸປະກອນສື່ສານທີ່ທັນສະໄໝ ເພື່ອເຮັດໃຫ້ວຽກງານວິຊາສະເພາະໄດ້ຮັບການແກ້ໄຂຢ່າງມີປະສິດທິຜົນສູງ ທັງຮັບປະກັນຄວາມສະຫງົບ ປອດໄພ-ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໃຫ້ດີຂຶ້ນເປັນກ້າວ.

ມອບ-ຮັບໂຄງການ

ໃນພິທີ, ໄດ້ເຊັນບົດບັນທຶກມອບ-ຮັບໂຄງການດັ່ງກ່າວ ລະຫວ່າງກົມໃຫຍ່ພະລາທິການ ກະຊວງ ປກສ ແລະ ບໍລິສັດສື່ສານ ໄຮເທຣາ ຈໍາກັດ ສປ ຈີນ ກ່ອນມອບຕໍ່ໂຄງການສື່ສານທັນສະໄໝທົ່ວປະເທດໃຫ້ກົມສື່ສານ ກະຊວງ ປກສ ເປັນຜູ້ຄຸ້ມຄອງນໍາໃຊ້ຕົວຈິງ ແລະ ສືບຕໍ່ປົກປັກຮັກສາບູລະນະໃຫ້ອາຍຸການນໍາໃຊ້ຍາວນານ ດ້ວຍຄວາມຮັບຜິດຊອບສູງ; ໃນຕອນທ້າຍ, ທ່ານລັດຖະມົນຕີ ພ້ອມຄະນະ ຍັງໄດ້ເຂົ້າຊົມຫ້ອງຄວບຄຸມລະບົບສັນຍານ ແລະ ຫ້ອງມູນເຊື້ອນໍາອີກ.

ອຸປະກອນທີ່ທັນສະໄໝ