ກອງປະຊຸມສະຫຼຸບວຽກງານການເງິນ ປະຈຳປີ 2018

0
2310

ໃນວັນທີ 7 ມັງກອນ 2019 ກະຊວງການເງິນ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນປະຈໍາປີ 2018 ແລະ ທິດທາງ 2019, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີ ກະຊວງການເງິນ, ມີບັນດາທ່ານຕາງໜ້າອ້ອມຂ້າງກະຊວງ, ບັນດາເຈົ້າແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປອ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີ ກະຊວງການເງິນ

ທ່ານ ປອ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ຜ່ານບົດລາຍງານສະຫຼຸບຕີລາຄາໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2018 ຄື:

ຄາດຄະເນດ້ານລາຍຮັບໝົດປີ ສາມາດປະຕິບັດລາຍຮັບທັງໝົດ 25.469,15 ຕື້ກີບ ເທົ່າກັບ 100,17% ຂອງແຜນການປີ ສ່ວນລາຍຮັບພາຍໃນແມ່ນ 22.421,32 ຕື້ກີບ; ໃນນີ້, ລາຍຮັບສ່ວຍສາອາກອນ ປະຕິບັດໄດ້ 94,33%, ລາຍຮັບພາສີໄດ້ 96,07%, ລາຍຮັບຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ປະກັນໄພ ໄດ້ 172,27% ແລະ ລາຍຮັບ ຊັບສິນຂອງລັດໄດ້ 103,85% ແລະ ດ້ານລາຍຈ່າຍຄາດຄະເນໝົດປີຕາມຕົວເລກໃນເບື້ອງຕົ້ນແມ່ນຢູ່ໃນລະດັບປະມານ 32.692,74 ຕື້ກີບ ຫຼື ເທົ່າກັບ 99,64% ຂອງແຜນການປີ ເຊິ່ງໃນນັ້ນໄດ້ລວມເອົາບັນດາລາຍຈ່າຍທີ່ຂະແໜງການ ແລະ ທ້ອງຖິ່ນ

ກອງປະຊຸມສະຫຼຸບວຽກງານການເງິນ ປະຈຳປີ 2018

ເປັນຕົ້ນແມ່ນ: ລາຍຈ່າຍວິຊາການ, ເງິນບໍາເນັດ, ເກັບລາຍຮັບເກີນແຜນຂອງບັນດາແຂວງ ແລະ ເງິນແກ້ໄຂວຽກງານໄພພິບັດ 100 ຕື້ກີບ ທີ່ໄດ້ຈັດສັນເຂົ້າໃນລາຍຈ່າຍການລົງທຶນຂອງລັດ; ຖ້າອີງໃສ່ຕົວເລກຄາດຄະເນການຈັດຕັ້ງ ປະຕິບັດລາຍຮັບ-ລາຍຈ່າຍ ງົບປະມານໝົດປີ 2018 ຄາດວ່າຈະມີການຂາດດູນງົບປະມານຈໍານວນ 7.196,59 ຕື້ກີບ ຫຼື ປະມານ 4,72% ຂອງ GDP ( ແຜນຂາດດູນ ທີ່ສະພາຮັບຮອງ ມີຈໍານວນ 7.357,41 ຕື້ກີບ ຫຼື ເທົ່າກັບ 4,92% ຂອງ GDP, GDP ຄາດວ່າຈະບັນລຸໄດ້ຈໍານວນ 152.425 ຕື້ກີບ).

ກະຊວງການເງິນ

ໃນນີ້, ລາຍຮັບສ່ວຍສາອາກອນ ປະຕິບັດໄດ້ 94,33%, ລາຍຮັບພາສີໄດ້ 96,07%, ລາຍຮັບຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ປະກັນໄພ ໄດ້ 172,27% ແລະ ລາຍຮັບ ຊັບສິນຂອງລັດໄດ້ 103,85% ແລະ ດ້ານລາຍຈ່າຍຄາດຄະເນໝົດປີຕາມຕົວເລກໃນເບື້ອງຕົ້ນແມ່ນຢູ່ໃນລະດັບປະມານ 32.692,74 ຕື້ກີບ ຫຼື ເທົ່າກັບ 99,64% ຂອງແຜນການປີ ເຊິ່ງໃນນັ້ນໄດ້ລວມເອົາບັນດາລາຍຈ່າຍທີ່ຂະແໜງການ ແລະ ທ້ອງຖິ່ນ ເປັນຕົ້ນແມ່ນ: ລາຍຈ່າຍວິຊາການ, ເງິນບໍາເນັດ, ເກັບລາຍຮັບເກີນແຜນຂອງບັນດາແຂວງ ແລະ ເງິນແກ້ໄຂວຽກງານໄພພິບັດ 100 ຕື້ກີບ ທີ່ໄດ້ຈັດສັນເຂົ້າໃນລາຍຈ່າຍການລົງທຶນຂອງລັດ; ຖ້າອີງໃສ່ຕົວເລກຄາດຄະເນການຈັດຕັ້ງ ປະຕິບັດລາຍຮັບ-ລາຍຈ່າຍ ງົບປະມານໝົດປີ 2018 ຄາດວ່າຈະມີການຂາດດູນງົບປະມານຈໍານວນ 7.196,59 ຕື້ກີບ ຫຼື ປະມານ 4,72% ຂອງ GDP ( ແຜນຂາດດູນ ທີ່ສະພາຮັບຮອງ ມີຈໍານວນ 7.357,41 ຕື້ກີບ ຫຼື ເທົ່າກັບ 4,92% ຂອງ GDP, GDP ຄາດວ່າຈະບັນລຸໄດ້ຈໍານວນ 152.425 ຕື້ກີບ).

ກະຊວງການເງິນ

ສະເພາະໃນປີ 2019 ແມ່ນຍັງຈະສືບຕໍ່ສູ້ຊົນແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານງົບປະມານ ແລະ ຫັນປ່ຽນໃໝ່ ໂດຍກ້າວເຂົ້າສູ່ການປະຕິຮູບການຄຸ້ມຄອງການເງິນພາກລັດຢ່າງຕັ້ງໜ້າ, ຫັນເປັນທັນສະໄໝຢ່າງທັນການ ແລະ ກວ້າງຂວາງ ເຮັດໃຫ້ການເກັບລາຍຮັບ ແລະ ການປະຕິບັດລາຍຈ່າຍງົບປະມານ ມີປະສິດທິຜົນ-ເຂັ້ມງວດກວ່າເກົ່າ ແນໃສ່ເຮັດໃຫ້ເສດຖະກິດແຫ່ງຊາດເຕີບໂຕຕາມຄາດໝາຍວາງໄວ້ຢ່າງໜ້ອຍ 6,7% ຫຼື ເທົ່າກັບ 165.475 ຕື້ກີບ.