ສະຫາຍ ປອ ບຸນທອງ ຈິດມະນີ

ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ທີ່ ແຂວງຫຼວງພະບາງ ໃນວັນທີ 7 ມັງກອນ 2019 ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກສູນກາງພັກ, ມີບັນດາເລຂາພັກແຂວງ, ເຈົ້າແຂວງ-ບັນດາຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະບໍລິຫານງານພັກ ແຂວງ ແລະ ພະນັກງານຂັ້ນສູນກາງຄຸ້ມຄອງຈາກ 4 ແຂວງ ຄື: ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງຊຽງຂວາງ ແລະ ແຂວງຫົວພັນ ເຂົ້າຮ່ວມຈໍານວນ 124 ສະຫາຍ.

ເພື່ອເປັນການຈັດຕັ້ງປະຕິບັດ ຜັນຂະຫຍາຍເຜີຍແຜ່ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ໃຫ້ພະນັກງານນໍາພາ-ຄຸ້ມຄອງທຸກຂັ້ນ, ພະນັກງານສະມາຊິກພັກ, ລັດຖະກອນ, ທະຫານ, ຕໍາຫຼວດ ຕະຫຼອດຮອດພໍ່-ແມ່ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈແຈ້ງກ່ຽວກັບສະພາບຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດເຮົາ ໃນໄລຍະທີ່ຜ່ານມາ, ຜົນສະທ້ອນໃນສະ ເພາະໜ້າ ແລະ ຍາວນານ; ກໍາແໜ້ນ, ເຊື່ອມຊຶມ ແລະ ເປັນເອກະພາບຢ່າງສູງ ກັບທັດສະນະທິດ ທາງ, ວິທີການ ແລະ ມາດຕະການ ທີ່ສູນກາງພັກວາງອອກ, ສ້າງຄວາມເຂົ້າໃຈເດັດດ່ຽວແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນໃນຕໍ່ໜ້າ. ພ້ອມທັງຄົ້ນຄວ້າກໍານົດບັນດາມາດຕະການໃຫ້ແທດກັບຕົວຈິງ ແລະ ມີປະສິດທິຜົນສູງ ເພື່ອແກ້ໄຂສະພາບການດັ່ງກ່າວ ສ້າງຂະບວນການຈັດຕັ້ງປະຕິບັດຢ່າງແຂງ ແຮງ,ທົ່ວເຖິງ ກໍໃຫ້ເກີດມີການຫັນປ່ຽນຕົວຈິງທີ່ມີລັກສະນະບຸກທະລຸ ໃນທຸກຂົງເຂດວຽກງານ ເພື່ອຍູ້ແຮງການພັດທະນາໃນດ້ານຕ່າງໆ ໃຫ້ບັນລຸຄາດໝາຍ ທີ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງ ພັກວາງອອກ.

ໂອກາດນີ້, ປະທານກອງປະຊຸມ ຈະໄດ້ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ສະບັບເລກທີ 057/ຄບສພ ລົງວັນທີ 19 ທັນວາ 2018 ວ່າດ້ວຍການເພີ່ມທະວີການນໍາພາແກ້ໄຂຄວາມ ທຸກຍາກດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງກ່ຽວກັບ ການຄຸ້ມຄອງມະຫາພາກ ແລະ ມະຕິ ຂອງ ຄະນະບໍລິການງານສູນກາງພັກ ຄັ້ງທີ 7 ສະໄໝ ທີ X ສະບັບເລກທີ 056/ຄບສພ ລົງວັນທີ 19 ທັນວາ
2018 ວ່າດ້ວຍ ການປັບປຸງຮາກຖານການເມືອງ ຂອງ ລະບອບປະຊາທິປະໄຕ ປະຊາຊົນ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ.

ຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X

ກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືປະກອບຄໍາເຫັນບັນຫາທີ່ສໍາຄັນ ໃນຂົງເຂດເສດຖະກິດ-ການເງິນ ແລະ ຕໍ່ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງ, ຊອກໃຫ້ເຫັນບັນດາສາເຫດທີ່ເປັນພື້ນຖານ ແລະ ຕົ້ນຕໍ ເພື່ອເປັນມາດຕະການດໍາເນີນແກ້ໄຂໃນຕໍ່ໜ້າ; ຄົ້ນຄວ້າຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານຮາກຖານ ການເມືອງໃນໄລຍະຜ່ານມາ ແລະ ທິດທາວຽກງານໃນຊຸມປີຕໍ່ໜ້າ; ໂອກາດນີ້, ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງຜູ້ແທນກອງປະຊຸມ ຈົ່ງເພີ່ມທະວີຄວາມຮັບຜິດຊອບເປັນເຈົ້າການເຂົ້າຮ່ວມ ເຊື່ອມຊຶມເພື່ອກໍາແໜ້ນ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ໃຫ້ແຂງແຮງ ແລະ ລົງເລິກຕົວຈິງ ທີ່ສູນກາງພັກວາງອອກໃຫ້ມີຜົນສໍາເລັດຕາມຄາດໝາຍ.