ນາຍຍົກລັດຖະມົນຕີ ໃຫ້ທິດຊີ້ນຳຂະແໜງແຜນການ-ການເງີນສືບຕໍ່ຊຸກຍູ້ເສດຖະກິດ ໃຫ້ມີຄວາມຄືບໜ້າຢ່າງເປັນຮູບປະທຳ

0
3692

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາຂະແໜງແຜ່ນການ-ການເງິນ ຈົ່ງສືບຕໍ່ຈັດຕັ້ງປະຕິບັດການຊຸກຍູ້ເສດຖະກິດ ໃຫ້ມີຄວາມຄືບໜ້າຢ່າງເປັນຮູບປະທໍາ ເພື່ອເຮັດໃຫ້ເສດຖະກິດຂະຫຍາຍຕົວຕາມລະດັບຄາດໝາຍທີ່ວາງໄວ້ ໂດຍການສົ່ງເສີມຂະແໜງການທີ່ມີທ່າແຮງ, ປັບປຸງຂອດການບໍລິການ ໃຫ້ມີ ປະສິດທິຜົນສູງຂຶ້ນ.

ກອງປະຊຸມ ສະຫຼຸບວຽກງານແຜນການ-ການເງິນປະຈໍາປີ 2018 ແລະ ວາງທິດທາງແຜນການ ປີ 2019 ຂອງກະຊວງການເງິນ ແລະ ກະຊວງແຜນການ ແລະ ການລົງທຶນໄດ້ປິດລົງໃນ ວັນທີ 8 ມັງກອນຜ່ານມາ, ພາຍຫຼັງດໍາເນີນມາເປັນເວລາ 2 ວັນ ໂດຍການເຂົ້າຮ່ວມ ແລະ ໂອ້ລົມໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ,  ຄະນະລັດຖະມົນຕີ ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ຂະແໜງການທີ່ກ່ຽວຂ້ອງພາຍໃນສູນກາງ ແລະ ທ້ອງຖິ່ນ. ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ທິດຊີ້ນໍາຕໍ່ຂະແໜງການແຜນການ-ການເງິນວ່າ:

ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ທິດຊີ້ນໍາຕໍ່ຂະແໜງການແຜນການ-ການເງິນ

ເພື່ອເຮັດໃຫ້ເສດຖະກິດ ສືບຕໍ່ຂະຫຍາຍຕົວຕາມລະດັບຄາດໝາຍ ທີ່ວາງໄວ້ທຸກຂະແໜງການ ແລະ ທ້ອງຖິ່ນຕ້ອງໄດ້ປະສານສົມທົບກັນໃນການສືບຕໍ່ຈັດຕັ້ງປະຕິບັດຊຸກຍູ້ເສດຖະກິດໃຫ້ມີຄວາມຄືບໜ້າຢ່າງເປັນຮູບປະທໍາ ໂດຍຊຸກຍູ້ສົ່ງເສີມຂະແໜງການທີ່ມີທ່າແຮງ ເພື່ອເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວ ແລະ ມີຄຸນນະພາບຂຶ້ນ ໂດຍການຍູ້ແຮງບັນດາໂຄງການລະດັບຊາດທີ່ມີການເຊັນສັນຍາແລ້ວ ແລະ ໂຄງການທີ່ກໍາລັງຢູ່ໃນຂັ້ນຕອນການຈັດຕັ້ງປະຕິບັດ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້, ເອົາໃຈໃສ່ປັບປຸງ ແລະ ຟື້ນຟູບັນດາພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກທີ່ໄດ້ຮັບຜົນເສຍຫາຍຈາກໄພພິບັດທາງທໍາມະຊາດໃນປີ 2018 ໃຫ້ກັບສູ່ສະພາບປົກກະຕິ ແລະ ສາມາດນໍາໃຊ້ເຂົ້າໃນການຜະລິດໂດຍໄວ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ແລະ ຂະຫຍາຍການຜະລິດໃຫ້ຫຼາຍຂຶ້ນ.

ກອງປະຊຸມ ສະຫຼຸບວຽກງານແຜນການ-ການເງິນປະຈໍາປີ 2018 ແລະ ວາງທິດທາງແຜນການ ປີ 2019

ພ້ອມນີ້ກໍຕ້ອງສືບຕໍ່ປັບປຸງຂອດການບໍລິການ ເພື່ອຫຼຸບຜ່ອນ ແລະ ກ້າວໄປເຖິງການລົບລ້າງ ບັນຫາອຸປະສັກທີ່ຂີດຂວາງ ແລະ  ຄວາມຫຍຸ້ງຍາກຕ່າງໆທີ່ເຄີຍມີ ແລະ ສ້າງຄວາມຄວາມສະດວກ ໃຫ້ນັກທ່ອງທ່ຽວ, ໂຄສະນາເຜີຍແຜ່ກິດຈະກໍາການທ່ອງທ່ຽວຢ່າງມີຈຸດສຸມ, ໄປຄຽງຄູ່ກັບການສ້າງ ແລະ ພັດທະນາແຫຼ່ງທ່ອງທ່ຽວ ໃຫ້ມີຄວາມຍືນຍົງ, ສົ່ງເສີມການທ່ອງທ່ຽວແບບອະນຸລັກ ຕິດພັນກັບການຮັກສາຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ, ໝູນໃຊ້ກາລະໂອກາດຈາກການເປີດປີທ່ອງທ່ຽວ ລາວ-ຈີນ ໃນປີ 2019 ໃນການກະ ຕຸ້ນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ໃຫ້ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.