ໃນວັນທີ 7 ມັງກອນ 2019, ຫ້ອງການ ປກສ ບໍລິການປະຊາຊົນກຸ່ມ ກຸ່ມໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ມອບລົດຈັກເວບ 100 ສີແດງ-ດຳ ທີ່ເກັບກູ້ຄືນຈາກຄົນຮ້າຍລັກໄປກ່ອນໜ້ານີ້ ຄືນໃຫ້ເຈົ້າຂອງເດີມ, ຕາງໜ້າມອບໂດຍ ພັທ ຄໍາຈັນ ປານີວົງ ຮອງ ຫົວໜ້າ ປກສ ກຸ່ມໜອງໜ້ຽວ.

ພັຕ ທອງເວດ ຫອມພວງພັນ ຮອງຫົວໜ້າ ປກສ ກຸ່ມໜອງໜ້ຽວ ໃຫ້ສໍາພາດວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ໃນວັນທີ 26 ພະຈິກ 2018, ມີຄົນຮ້າຍໄປລັກເອົາລົດຈັກ ທີ່ຈອດໄວ້ໜ້າເຮືອນ. ຈາກນັ້ນ, ເຈົ້າໜ້າທີ່ ປກສ ກຸ່ມໜອງໜ້ຽວ ໄດ້ປະສານສົມທົບກັບພະນັກງານກໍ່ສ້າງຮາກຖານ, ອໍານາດການປົກຄອງບ້ານຈັນສະຫວ່າງ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກວດກາເກັບກຳຂໍ້ມູນຫຼັກຖານ ແລະ ຈຸດຫໍ້ຼແຫຼມຕ່າງໆທີ່ເປັນເປົ້າໝາຍ.

ຜ່ານການລົງກວດກາບັນດາຈຸດເປົ້າໝາຍ ເຊິ່ງເປັນເຂດຄວາມຮັບຜິດຊອບພາຍໃນກຸ່ມ ສາມາດເກັບກູ້ຂອງກາງ ລົດຈັກທີ່ຖືກລັກມາໄດ້ 10 ຄັນ ແລະ ກັກຕົວຜູ້ຖືກຫາໄດ້ 1 ຄົນ ໂດຍໜຶ່ງຄັນໃນນັ້ນ ເປັນລົດຂອງ ນາງ ຄຳພູ ຢູ່ບ້ານໜອງແຕ່ງເໜືອ ເມືອງສີໂຄດຕະບອງ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ສຳລັບລົດຈັກ ຈຳນວນ 9 ຄົນທີ່ເຈົ້າໜ້າເກັບກູ້ມານັ້ນ ຖ້າວ່າບຸກຄົນໄດຖືກຄົນຮ້າຍລັກລົດຈັກໄປກ່ອນໜ້ານີ້ແມ່ນໃຫ້ເຂົ້າໄປພົວພັນ ກວດກາເບິ່ງຢູ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ. ຖ້າແມ່ນລົດຂອງຕົນເອງໃຫ້ເອົາເອກະສານໄປຢັ້ງຢືນເອົາຄືນ. ສ່ວນຜູ້ຖືກຫາ 1 ຄົນນັ້ນ ທາງເຈົ້າໜ້າທີ່ຍັງຈະສືບສວນ-ສອບສວນຂະຫຍາຍຜົນຕື່ມ ເພື່ອຊອກຫາພັກພວກ ແລະ ກຸ່ມແກ້ງມາດຳເນີນຄະດີ.