ຄະນະກວດກາສູນກາງພັກ-ອົງການກວດກາລັດຖະບານ ເຊື່ອມຊຶມມະຕິກອງປະຊຸມຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X, ປາຖະກະຖາໂດຍ ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດ ບັງຫຼວງຂັ້ນສູນກາງ, ມີຄະນະປະຈໍາພັກ, ຄະນະພັກ, ຫົວໜ້າ-ຮອງຫົວໜ້າກົມ, ພະນັກງານອ້ອມຂ້າງເຂົ້າຮ່ວມ.

ທ່ານ ປອ ບຸນທອງ ຈິດມະນີ ໄດ້ກ່າວວ່າ:

ກອງປະຊຸມຄະນະບໍລິຫານງານຄັ້ງທີ 7 ສະໄໝທີ X ໄດ້ໄຂຂຶ້ນໃນວັນທີ 22-30 ຕຸລາ 2018, ໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ມີຄວາມເປັນເອກະພາບກັນ ໃຫ້ທິດຊີ້ນໍາຕໍ່ບັນຫາສໍາຄັນກ່ຽວກັບແຜນພັດທະນາເສດຖະກິດ -ສັງຄົມ, ແຜນງົບປະມານແຫ່ງຊາດ ແລະ ແຜນເງິນຕາ ປີ 2019, ພ້ອມກັນນັ້ນ, ຍັງໄດ້ຮັບຮອງເອົາມະຕິວ່າດ້ວຍ ເພີ່ມທະວີການນໍາພາແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ, ມະຕິວ່າດ້ວຍການປັບປຸງຮາກຖານການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນເຂັ້ມແຂງ ແລະ ໜັກແໜ້ນ ເພື່ອເຮັດໃຫ້ເອກະສານເຫຼົ່ານັ້ນໄດ້ຮັບການຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງຢ່າງຖືກຕ້ອງ, ທັນການ ແລະ ມີປະສິດທິຜົນສູງ.

ພະນັກງານອ້ອມຂ້າງທີ່ເຂົ້າຮ່ວມ

ນອກນັ້ນ, ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງກົງໄປກົງມາຕໍ່ບັນຫາທີ່ຄົງຄ້າງທີ່ຕ້ອງຮີບແກ້ໄຂ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ໂດຍອີງໃສ່ມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ເປັນພື້ນຖານໃນການປະກອບຄໍາຄິດເຫັນເຂົ້າໃສ່ຂົງເຂດເສດຖະກິດ-ການເງິນ, ມາດຕະການຄຸ້ມຄອງໜີ້ສິນພາກລັດ ແລະ ພາກສ່ວນກ່ຽວຂ້ອງ, ການຊໍາລະໜີ້ສາທາລະນະ, ມາດຕະການຊຸກຍູ້ສົ່ງເສີມເສດຖະກິດຕ່າງໆ, ການແກ້ໄຂການຮົ່ວໄຫຼຂອງງົບປະມານ, ມາດຕະການປະຢັດການໃຊ້ຈ່າຍບໍລິຫານ, ຍົກລະດັບການຄຸ້ມຄອງແຫຼ່ງລາຍຮັບງົບປະມານ, ການຄຸ້ມຄອງເງິນຕາຢ່າງເປັນລະບົບ, ການ ປັບປຸງລັດວິສາຫະກິດ ໃຫ້ມີປະສິດທິຜົນກວ່າເກົ່າ, ການປັບປຸງຮາກຖານການເມືອງໃນຕໍ່ໜ້າ ແລະ ການປັບປຸງຮາກຖານການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນໃຫ້ເຂັ້ມແຂງ ແລະ ໜັກແໜ້ນ.

ກອງປະຊຸມຄະນະບໍລິຫານງານຄັ້ງທີ 7 ສະໄໝທີ X