ສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງກວດກາ-ກວດການ ປກສ ຄົບຮອບ 25 ປີ

0
2028

ກົມກວດກາ-ກວດການກະຊວງ ປກສ ຈັດພີທີສະຫຼີມສະຫຼອງວັນສ້າງຕັ້ງກຳລັງກວດກາ-ກວດການ ຄົບຮອບ 25 ປີ (10 ມັງກອນ 1994-10 ມັງກອນ 2019) ໃນວັນທີ 10 ມັງກອນ 2019, ເຂົ້າຮ່ວມໂດຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ລັດຖະມັນຕີກະຊວງ ປກສ, ມີຫົວໜ້າກົມກວດກາກະຊວງປ້ອງກັນປະເທດ, ຄະນະພັກ, ຄະນະກົມອ້ອມຂ້າງກົມກວດກາ-ກວດການ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ປກສ ແຂວງວຽງຈັນ, ວິທະຍາຄານ, ບໍລິສັດຮັກສາຄວາມປອດໄພ, ພະນັກງານຫຼັກແຫຼ່ງ ແລະ ແຂກ ຮັບເຊີນເຂົ້າຮ່ວມ.

ພົຈວ ດວງປີ ດາມະນີວົງ ຫົວໜ້າກົມກວດກາ-ກວດການ

ພົຈວ ດວງປີ ດາມະນີວົງ ຫົວໜ້າກົມກວດກາ-ກວດການ ໄດ້ເລົ່າມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງກຳລັງກວດກາ-ກວດການ ໂດຍຫຍໍ້ໃຫ້ຮູ້ວ່າ:

ກຳລັງກວດກາ-ກວດການ ປກສ ແມ່ນກຳລັງວິຊາສະເພາະ ໜຶ່ງທີ່ສຳຄັນໃນໂຄງປະກອບກົງຈັກການຈັດຕັ້ງຂອງກະຊວງປ້ອງກັນຄວາມສະຫງົບ, ມີຖານະເທົ່າກັບບັນດາກົມກອງທີ່ຂຶ້ນກັບກະຊວງ ປກສ, ເຊິ່ງໄດ້ຮັບການສ້າງ ຕັ້ງຕາມດຳລັດຂອງນາຍົກລັດຖະມົນຕີ, ມີພາລະບົດບາດເປັນເສນາທິການໃຫ້ຄະນະພັກ, ຄະນະກະຊວງ ປກສ, ຄະນະກວດກາສູນກາງພັກ, ອົງການກວດກາລັດຖະບານ ແລະ ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງໃນ ການຄົ້ນຄວ້າວາງແຜນການໂຄງການດຳເນີນການຕິດຕາມ-ກວດກາການເຄື່ອນໄຫວປະຕິບັດພາລະບົດບາດຂອງບັນດາອົງການຈັດຕັ້ງພັກ, ອົງການຈັດຕັ້ງບໍລິຫານລັດ, ອົງການຈັດຕັ້ງມະຫາຊົນ, ຄົ້ນຄວ້າຄຳຮ້ອງ, ຄຳສະເໜີ ແລະ ຕ້ານການສໍ້ລາດບັງຫຼວງ ໃນຂອບເຂດຄວາມຮັບຜິດຊອບຂອງກະຊວງ ປກສ ເພາະວຽກງານກວດກາແມ່ນກຳເນີດເກີດຂຶ້ນພ້ອມກັບການກຳເນີດກຳລັງປ້ອງກັນຄວາມສະຫງົບ.

ຄະນະກົມອ້ອມຂ້າງກົມກວດກາ-ກວດການ ກອງບັນຊາການ ປກສ ນະຄອນຫຼວງ

ໃນປີ 1994 ໂດຍອີງໃສ່ທິດຊີ້ນຳຂອງກົມການເມືອງສູນກາງພັກ ແລະ ຄຳສັ່ງຄະນະກຳມະການສູນກາງພັກ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນເວລານັ້ນ, ຄະນະພັກ-ຄະນະນຳກະຊວງພາຍໃນ ຈຶ່ງໄດ້ຕົກລົງເຫັນດີເປັນເອກະພາບສະເໜີສ້າງຕັ້ງຄະນະກວດກາ-ກວດການ ຂຶ້ນໃນວັນທີ 10 ມັງກອນ 1994 ຕາມດຳລັດຂອງນາຍົກລັດຖະມົນຕີ ເລກທີ 03/ນຍ ລົງວັນທີ 10 ມັງກອນ 1994;

ນັບແຕ່ນັ້ນມາໄດ້ເປັນຂີດ ໝາຍສຳຄັນໃຫ້ແກ່ການກຳເນີດຂອງກຳລັງກວດກາ-ກວດການ ປກສ ແລະ ມີຄວາມເຕີບໃຫຍ່ຂະຫຍາຍຕົວຢ່າງເຂັ້ມແຂງ, ໜັກແໜ້ນມາເຖິງປັດຈຸບັນນີ້, ສະແດງອອກໃນຜົນງານການຈັດຕັ້ງປະຕິບັດວຽກງານວິຊາສະເພາະຜ່ານມາເຄື່ອນໄຫວຕິດຕາມກວດກາ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ພາຍ ໃນກຳລັງປ້ອງກັນຄວາມສະຫງົບຢູ່ສູນກາງ ແລະ ທ້ອງຖິ່ນ, ພ້ອມທັງໄດ້ຕິດຕາມບັນດາໂຄງການລົງທຶນຂອງລັດ ຢູ່ກະຊວງປ້ອງກັນຄວາມສະຫງົບເປັນປົກກະຕິ,

ໃນນີ້ ປີ 2018 ຜ່ານມາ, ໄດ້ຮັບ ແລະ ຄົ້ນຄວ້າແກ້ໄຂຄຳຮ້ອງ, ຄຳສະເໜີ ທັງໝົດ 108 ເລື່ອງ, ໃນນັ້ນກົມກວດກາ-ກວດການ ປກສ ແກ້ໄຂສຳເລັດ 33 ເລື່ອງ, ສົ່ງໃຫ້ກົມກອງທີ່ກ່ຽວຂ້ອງແກ້ໄຂ 29 ເລື່ອງ ແລະ ກຳລັງດຳເນີນການກວດກາ-ກວດການ 38 ເລື່ອງ ແລະ ຊັດມ້ຽມ 8 ເລື່ອງ.

ບັນດາຜູ້ທີເຂົ້າຮ່ວມ

ໂອກາດທີ່ລັດຖະມົນຕີກະຊວງ ປກສ ເຂົ້າຮ່ວມພິທີສະເຫຼີມສະຫຼອງດັ່ງກ່າວ, ທ່ານໄດ້ມີທິດຊີ້ນຳໃຫ້ຄະນະພັກ-ຄະນະກົມກວດກາ-ກວດການ ຈົ່ງເພີ່ມທະວີເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງວຽກງານກວດກາ-ກວດ ການຢ່າງເຂັ້ມງວດເປັນຕົ້ນ ສືບຕໍ່ຄົ້ນຄວ້າປັບປຸງນິຕິກຳໃຫ້ສອດຄ່ອງກັບສະພາບເງື່ອນໄຂໃໝ່, ສ້າງນິຕິກຳ ແລະ ກົນໄກປະສານທີ່ຈຳເປັນ ເພື່ອເປັນບ່ອນອີງໃນການເຄື່ອນໄຫວວຽກງານກວດກາ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢ່າງແຂງແຮງ ແລະ ກວ້າງຂວາງເລື້ອຍໆ;

ກຳນົດມາດຖານເງື່ອນໄຂສະເພາະຂອງພະນັກງານກວດກາກຳລັງ ປກສ ຢ່າງລະອຽດເປັນຕົ້ນ ມາດຖານຄຸນທາດການເມືອງ, ລະດັບ ຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ ແລະ ປະສົບການ ເພື່ອຍົກສູງບົດບາດ ແລະ ຄຸນນະພາບຂອງຄະນະກວດກາແຕ່ລະຂັ້ນ ໃຫ້ຮັບປະກັນຄວາມຖືກຕ້ອງ ແລະ ສືບຕໍ່ຈັດຕັ້ງປະຕິບັດແຜນຍຸດທະສາດຕ້ານການສໍ້ລາດບັງຫຼວງ ແຕ່ນີ້ຮອດປີ 2020 ເພື່ອຮັກສາບົດບາດຂອງພັກ, ຂອງກຳລັງ ປກສ, ປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງໜັກແໜ້ນ ສົມກັບວ່າ ເປັນກຳລັງຫຼັກແຫຼ່ງ ແລະ ຄວາມເຊື່ອໝັ້ນຂອງພັກ ເປັນທີ່ເພິ່ງຂອງປະຊາຊົນຢ່າງແທ້ຈິງ, ສືບຕໍ່ຕິດຕາມກວດກາ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ອາດເກີດຂຶ້ນພາຍໃນກຳລັງ ປກສ ທັງສູນກາງ ແລະ ທ້ອງຖິ່ນໃຫ້ລະອຽດ, ຖືກຕ້ອງຕາມຫຼັກການ ແລະ ໂປ່ງໃສ.