ປະກາດແຕ່ງຕັ້ງ ຮອງຫົວໝ້າກົມສື່ສານເພີ່ມ

0
2106

ກົມສື່ສານກະຊວງ ປກສ ຈັດພິທີປະກາດການແຕ່ງຕັ້ງ ຮອງຫົວໜ້າກົມສື່ສານເພີ່ມ 2 ທ່ານ ໃນວັນທີ 10 ມັງກອນ 2019 ເພື່ອເປັນການປັບປຸງກົງຈັກການຈັດຕັ້ງຂອງກົມ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່; ເປັນປະທານໂດຍ ພັອ ພິມພາ ສີໂພໄຊ ຫົວໜ້າກົມສື່ສານ, ມີຄະນະກົມ, ພະແນກ, ພະນັກງານ-ນັກຮົບ ທົ່ວກົມເຂົ້າຮ່ວມ.

ພັທ ສົມພອນ ແກ້ວພູທອນ ຮອງຫົວໜ້າກົມຈັດຕັ້ງພະນັກງານກົມໃຫຍ່ການເມືອງ

ພັທ ສົມພອນ ແກ້ວພູທອນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 001/ປກສ, ລົງວັນທີ 2 ມັງກອນ 2019 ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບກົມສື່ສານ; ເຊິ່ງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຕົກລົງແຕ່ງຕັ້ງ ພັທ ວັນນະຄອນ ໄພໂລດ ແລະ ພັທ ພູໂຂງ ຈູມມະນີ ເປັນຮອງຫົວໜ້າກົມສື່ສານ ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ມີຄະນະກົມ, ພະແນກ, ພະນັກງານ-ນັກຮົບ ທົ່ວກົມທີ່ເຂົ້າຮ່ວມ

ໂອກາດດຽວກັນ, ພັອ ພິມພາ ສີໂພໄຊ ໄດ້ເນັ້ນໃຫ້ທັງສອງທ່ານທີ່ໄດ້ຮັບແຕ່ງຕັ້ງເປັນຮອງຫົວໜ້າກົມຜູ້ໃໝ່ ຈົ່ງເອົາໃຈໃສ່ ຝຶກຝົນຫໍ່ຼຫຼອມຕົນເອງໃຫ້ຫຼາຍຂຶ້ນກວ່າເກົ່າ, ຕິດພັນກັບການນໍາພາບັນຊາຮອບດ້ານ ແລະ ມີຄວາມຮັບຜິດຊອບ, ມີຄວາມອົດທົນ, ມີຄວາມພະຍາຍາມບຸກບືນ ຜ່ານຜ່າອຸປະສັກຕໍ່ໜ້າທີ່ວຽກງານຂອງຕົນ; ເອົາໃຈໃສ່ປະຕິບັດທຸກມະຕິຄໍາສັ່ງຂອງຂັ້ນເທິງວາງອອກໃຫ້ເຂັ້ມງວດ; ສືບຕໍ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບພາຍໃນກົມຢ່າງເປັນລະບົບຕໍ່ເນື່ອງ ແລະ ປັບປຸງວຽກງານວິຊາສະເພາະ ແຕ່ລະຂັ້ນພາຍໃນກົມ ເພື່ອສ້າງພະນັກງານ-ນັກຮົບໃຫ້ມີຄວາມໜັກແໜ້ນ,ເຂັ້ມແຂງ, ມີຄວາມຮູ້-ຄວາມສາມາດຮອງຮັບກັບສະພາບການທີ່ມີການຂະຫຍາຍຕົວຂຶ້ນໃນປະຈຸບັນ.

ພິທີປະກາດການແຕ່ງຕັ້ງ ຮອງຫົວໜ້າກົມສື່ສານ

ໂອກາດນີ້, ຫົວໜ້າກົມສື່ສານ ຍັງໄດ້ປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກໍາລັງສື່ສານປ້ອງກັນຄວາມສະຫງົບ ຄົບຮອບ 52 ປີ (11 ມັງກອນ 1967-11 ມັງກອນ 2019) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ ຄົບຮອບ 53 ປີ ( 9 ມັງ ກອນ 1966-9 ມັງກອນ 2019)  ແນໃສ່ເຮັດໃຫ້ພະນັກງານ-ນັກຮົບ ພາຍໃນກົມມີຄວາມຮັບຮູ້ຕໍ່ມູນເຊື້ອດັ່ງກ່າວແລ້ວນໍາເອົາບົດຮຽນຕ່າງໆໄປໝູນໃຊ້ເຂົ້າໃນການ ປະຕິບັດໜ້າທີ່ວຽກງານໃນຊີວິດປະຈໍາວັນໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້.

ປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກໍາລັງສື່ສານປ້ອງກັນຄວາມສະຫງົບ