ປາຖະກະຖາວັນສ້າງຕັ້ງ ອົງການໄອຍະການປະຊາຊົນ ຄົບຮອບ 29 ປີ

0
1769

ອົງການໄອຍະການປະຊາຊົນສູງສຸດ ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງໄອຍະການປະຊາຊົນ ຄົບຮອບ 29 ປີ ( 9 ມັງ ກອນ 1990-9 ມັງກອນ 2019) ໃນທ້າຍອາທິດຜ່ານ, ໂດຍການປາຖະກະຖາຂອງ ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ຄໍາສານ ສຸວົງ

ອົງການໄອຍະການປະຊາຊົນແມ່ນ ອົງການຕິດຕາມກວດກາຂອງລັດ, ມີພາລະບົດບາດຕິດຕາມ, ກວດກາການເຄົາລົບ ແລະ ປະຕິບັດກົດໝາຍຂອງບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອື່ນໆ ເພື່ອໃຫ້ມີຄວາມຖືກຕ້ອງ, ເປັນເອກະພາບ ແລະ ສັ່ງຟ້ອງຂຶ້ນສານຕາມກົດໝາຍ ແລະ ມາດຕາ 10 ໄດ້ກໍານົດສິດ, ໜ້າທີໃນການຕິດຕາມກວດກາເອີ້ນວ່າ ການຕິດຕາມກວດກາທົ່ວໄປ, ຕິດຕາມກວດກາການປະຕິ ບັດກົດໝາຍຂອງອົງການສືບ ສວນ-ສອບສວນ, ດໍາເນີນການສືບສວນ-ສອບສວນຄະດີໃດໜຶ່ງເປັນທັງໝົດ ຫຼື ບາງສ່ວນ ຕາມ ທີ່ໄດ້ກໍານົດໄວ້ໃນກົດໝາຍ ລວມທັງຄະດີອາຍາ, ຄະດີແພ່ງ ແລະ ຄະດີອື່ນໆເປັນຕົ້ນ.

ອົງການໄອຍະການປະຊາຊົນ

ທ່ານ ຄໍາສານ ສຸວົງ ກ່າວວ່າ:

ການປາຖະກະຖາໃນຄັ້ງນີ້ ເປັນການເຊື່ອມຊຶມທາດແທ້ ແລະ ມູນເຊື້ອຂອງອົງການໄອຍະການປະຊາຊົນ ເຊິ່ງສະແດງອອກທັດສະນະຫຼັກໝັ້ນຊົນຊັ້ນ ແລະ ຄວາມຈົງຮັກພັກດີຕໍ່ພັກ, ປະຊາຊົນ ແລະ ອຸດົມການສັງຄົມນິຍົມຢ່າງໜັກແໜ້ນ ແລະ ສະເໝີຕົ້ນສະເໝີປາຍ,

ປະຕິບັດໜ້າທີ່ດ້ວຍຄວາມຕື່ນຕົວ ແລະ ຄວາມຮັບຜິດຊອບສູງ, ຊື່ສັດບໍລິສຸດ-ຍຸຕິທໍາ, ເວລາໃດກໍຮັບໃຊ້ປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ, ຮັກສາ-ເສີມຂະຫຍາຍທາດແທ້ຈັນຍາບັນນັກກົດໝາຍ, ປະຕິບັດໜ້າທີ່ຕາມລັດຖະທໍາມະນູນ ແລະ ກົດໝາຍ ຢຶດໝັ້ນຫຼັກການຮອບດ້ານ, ຄົບຖ້ວນ ແລະ ພາວະວິໄສ.

ນອກນັ້ນ, ຍັງໄດ້ມີການຮ່ວມມືກັບຕ່າງປະເທດ ເວົ້າລວມ ເວົ້າສະເພາະປະເທດເພື່ອນຍຸດທະສາດຄື: ອົງການໄອຍະການປະຊາຊົນ ສສ ຫວຽດນາມ, ສປ ຈີນ, ບັນດາປະເທດໃກ້ຄຽງ ແລະ ອົງການຈັດຕັ້ງສາກົນ.

ມີພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ