ທຳລາຍສວນຝິ່ນ 5 ເຮັກຕາ ຢູ່ເມືອງຄຳ

0
931

ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອງບັາຊາການ ປກສ ແຂວງຊຽງຂວາງ ໄດ້ສົມທົບກັບ ປກສ ເມືອງຄຳ, ກຸ່ມຍອດລ້ຽງ ແລະ ອໍານາດການປົກຄອງບ້ານ ໄດ້ເຂົ້າໄປທຳລາຍສ່ວນຢາຝີ່ນທີ່ປະຊາຊົນລັກລອບປູກຢູ່ບ້ານຍອດລ້ຽງ ປະມານ 5 ເຮັກຕາ ໃນວັນທີ 24 ມັງກອນ 2019 ກ່ອນຮອດລະດູເກັບກ່ຽວ, ນໍາພາ ໂດຍ ພັທ ວັນສົມ ພຸດທະວົງສີ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຊຽງຂວາງ.

ການເດີນທາງເຂົ້າໄປ ທຳລາຍສວນຝິ່ນ

ພັທ ປ່າກໍລໍ ຢົງວື ຮອງຫົວໜ້າພະແນກກວດກາ ແລະ ຄວບຄຸມ ຢາເສບຕິດ ປກສ ແຂວງຊຽງຂວາງ ໃຫ້ສໍາພາດຕໍ່ໜັງສືພິມຄວາມສະຫງົບ ໃນວັນທີ 25 ມັງກອນ ນີ້ວ່າ:

ສ່ວນຢາຝີ່ນທີ່ປະຊາຊົນລັກລອບປູກຢູ່ ບ້ານຍອດລ້ຽງ

ການທໍາລາຍສວນຝິ່ນໃນຄັ້ງນີ້, ມີທັງໝົດ 3 ຈຸດ ຢູ່ເຂດບ້ານຍອດລ້ຽງ ເມືອງຄໍາ. ໃນນັ້ນ, ຈຸດທີ່ 1 ມີປະມານ 3 ເຮັດຕາ. ຈຸດທີ່ 2. ມີປະມານ 1 ກວ່າເຮັກຕາ ແລະ ຈຸດທີ່ 3, ມີປະມານ 1 ເຮັກຕາ ລວມທັງໝົດປະມານ 5 ເຮັກຕາ, ໂດຍປະຊາຊົນທີ່ລັກລອບປູກທັງໝົດ 8 ຄອບຄົວພາຍໃນບ້ານຍອດລ້ຽງ. ເຊິ່ງບາງຈຸດ
ຕົ້ນຝິ່ນແມ່ນເຕີບໃຫຍ່ ປະມານ 20 ຊັງຕີແມັດ, 40 ຊັງຕີແມັດ ແລະ ບາງຈຸດກໍເປັນດອກແລ້ວ.

ການທໍາລາຍສວນຝິ່ນໃນ ບ້ານຍອດລ້ຽງ

ພັທ ປ່າກໍລໍ ຢົງວື ກ່າວອີກວ່າ:

ພາຍໃນເມືອງຄໍາ ມີປະຊາຊົນລັກລອບປູກຝິ່ນ ແລະ ຍັງບໍ່ທັນທໍາລາຍ ປະມານ 4-5 ເຮັກຕາ ແລະ ຈະສືບຕໍ່ປະສານສົມທົບກັບ ປກສ ເມືອງ ແລະ ປກສ ກຸ່ມເກັບກໍາຂໍ້ມູນໃຫ້ຊັດເຈນ ແລ້ວສົມທັບກັນໄປທໍາລາຍຖິ້ມໃຫ້ໝົດກ່ອນເຖິງລະດູການກີດເອົາຝິ່ນ. ພາຍຫຼັງທໍາລາຍແລ້ວໄດ້ເຮັດ ບົດບັນທຶກກັບຄອບຄົວທີ່ປຸກຝິ່ນໃຫ້ຢຸດເຊົ່າ ແລະ ແນະນໍາໃຫ້ເຂົາເຈົ້າຫັນໄປປູກພືດທີ່ໃຫ້ຜົນຜະລິດຫຼາຍກວ່ານີ້.

ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອງບັາຊາການ ປກສ ແຂວງຊຽງຂວາງ ໄດ້ສົມທົບກັບ ປກສ ເມືອງຄຳ, ກຸ່ມຍອດລ້ຽງ ແລະ ອໍານາດການປົກຄອງບ້ານ ໄດ້ເຂົ້າໄປທຳລາຍສ່ວນຢາຝີ່ນ