ກອງປະຊຸມວຽກງານກວດກາ ທົ່ວປະເທດ ປະຈຳປີ 2018

0
1990

ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ຈັດກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2018 ແລະ ວາງທິດທາງແຜນການປີ 2019 ໃນລະຫວ່າງວັນທີ  28-30 ມັງກອນ 2019 ປະທານໂດຍ ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນ ຕີປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານ ການສໍ້ລາດບັງຫຼວງຂັ້ນສູນກາງ; ມີບັນດາເລຂາ-ຮອງເລຂາ,  ຄະນະປະຈໍາພັກ, ຮອງປະທານຄະນະ ກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ; ປະທານ-ຮອງປະທານຄະນະກວດກາພັກ-ອົງການກວດກາລັດທີ່ມາຈາກບັນດາກະຊວງ-ອົງການ, ນະຄອນຫຼວງ, ບັນດາແຂວງໃນຂອບເຂດທົ່ວປະເທດ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ປອ ບຸນທອງ ຈິດມະນີ

ທ່ານ ປອ ບຸນທອງ ຈິດມະນີ ກ່າວວ່າ:

ກອງປະຊຸມຄັ້ງນີ້ ບັນດາທ່ານທີ່ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າດ້ານດີ, ບົດ ຮຽນທີ່ຕ້ອງເສີມຂະຫຍາຍ, ຊອກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດເພື່ອປັບປຸງແກ້ໄຂໃນຕໍ່ໜ້າ ເປັນຕົ້ນແມ່ນວຽກງານຕິດຕາມ-ກວດກາພາຍໃນພັກສະກັດກັ້ນ ແລະ ຕ້ານການສໍ້ຫຼາດບັງຫຼວງ ພ້ອມກັນນັ້ນຈະໄດ້ຄົ້ນຄວ້າປະກອບຄຳຄິດເຫັນໃສ່ຮ່າງບົດສະຫຼຸບວຽກງານ ກວດກາປະຈຳປີ 20187 ແລະ ປະກອບຄວາມຄິດຄວາມເຫັນໃຫ້ເລິກເຊິ່ງ, ເປັນ ເອກະພາບຕໍ່ທິດທາງ, ໜ້າທີ່ ແລະ ບັນດາວຽກທີ່ຈະຕ້ອງສຸມໃສ່ຈັດຕັ້ງປະຕິບັດໃນປີ 2019, ແນໃສ່ເຮັດໃຫ້ວຽກ ງານຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງທັງຢູ່ສູນກາງ ແລະ ທ້ອງຖິ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີການຫັນປ່ຽນໃຫ້ດີຂຶ້ນກວ່າເກົ່າ.

ບັນດາແຂວງໃນຂອບເຂດທົ່ວປະເທດ ແລະ ແຂກຮັບເຊີນ ເຂົ້າຮ່ວມ

ປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍມີຄວາມສັກສິດ, ການພັດທະນາເສດຖະກິດສັງຄົມມີການຂະຫຍາຍຕົວ, ບັນລຸຕາມລະດັບຄາດໝາຍທີ່ພວກເຮົາວາງໄວ້, ການກໍ່ສ້າງພັກ-ພະນັກງານໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຕາມທິດທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໄດ້ກໍານົດໄວ້.     

ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ຈັດກອງປະຊຸມວຽກງານກວດກາທົ່ວປະເທດ