ກະຊວງຍຸດຕິທຳ ສຳເລັດການສ້າງ ແລະ ປັບປຸງກົດໜາຍຫຼາຍສະບັບ

0
2872

ກະຊວງຍຸຕິທໍາ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດເປັນເສນາທິການໃຫ້ລັດຖະບານ ແລະ ຍົກສູງຄຸນນະພາບກ່ຽວກັບການສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົເໝາຍໃນຂົງເຂດຍຸຕິທໍາ; ເຊິ່ງໃນປີ 2018 ຜ່ານມາ ໄດ້ສໍາເລັດການສ້າງ, ປັບປຸງກົດໝາຍ ແລະ ລັດຖະບານໄດ້ສະເໜີສະພາແຫ່ງຊາດຮັບຮອງແລ້ວ 21 ສະບັບ ໃນນີ້ມີກົດໝາຍສ້າງໃໝ່ 12 ສະບັບ, ກົດໝາຍປັບປຸງ 9 ສະບັບ.

ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ  ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກົດໝາຍ ແລະ ຍຸຕິທໍາ ປະຈໍາປີ 2018 ໃຫ້ຮູ້ວ່າ:

ຄະນະປະທານໃນ ກອງປະຊຸມວຽກງານຍຸຕິທໍາທົ່ວປະເທດ

ໃນກອງປະຊຸມວຽກງານຍຸຕິທໍາທົ່ວປະເທດ ປະຈໍາປີ 2018 ໃນລະຫວ່າງວັນທີ 28-29 ມັງກອນ 2019, ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ  ລັດຖະມົນຕີກະຊວງຍຸຕິທໍາ, ມີຄະນະລັດຖະມົນຕີ, ຫົວໜ້າພະແນກຍຸຕິທໍາ, ສະຖາບັນ, ກົມ, ຫ້ອງການ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ຍົກສູງຄຸນນະພາບກ່ຽວກັບການສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົເໝາຍໃນຂົງເຂດຍຸຕິທໍາ

1 ປີຜ່ານມາ ກະຊວງຍຸຕິທໍາ ໄດ້ຕັ້ງໜ້າປະຕິບັດພາລະບົດບາດເປັນເສນາທິການໃຫ້ລັດຖະບານ ແລະ ຍົກສູງຄຸນນະພາບກ່ຽວກັບວຽກງານສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ໃນຂົງເຂດຍຸຕິທໍາ,ເປັນໃຈກາງ ປະສານສົມທົບກັບບັນດາກະຊວງ, ອົງການໃນການສ້າງ ແລະ ປັບປຸງກົດໝາຍຂອງຂະແໜງການ ທີ່ກ່ຽວຂ້ອງ  ເຊິ່ງໃນ 1 ປີຜ່ານມາ ໄດ້ສໍາເລັດການສ້າງ, ປັບປຸງກົດໝາຍ ແລະ ລັດຖະບານໄດ້ສະເໜີສະພາແຫ່ງຊາດ ຮັບຮອງແລ້ວ 21 ສະບັບ ໃນນີ້ ມີກົດໝາຍສ້າງໃໝ່ 12 ສະບັບ, ກົດໝາຍປັບປຸງ 9 ສະບັບ.

ອັນພົ້ນເດັ່ນ ແມ່ນລັດຖະບານໄດ້ນໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ພິຈາລະນາຮັບຮອງເອົາປະມວນກົດໝາຍແພ່ງ ເຊິ່ງເປັນສະບັບທໍາອິດໃນປະຫວັດສາດຂອງ ສປປ ລາວ, ໄດ້ຄົ້ນຄວ້າ, ກວດກາຄວາມສອດຄ່ອງຂອງຮ່າງລັດຖະບັນຍັດ, ດໍາລັດ, ຂໍ້ຕົກລົງ, ຄໍາແນະນໍາຕ່າງໆ ທັງໝົດ 33 ສະບັບ.

ຄະນະລັດຖະມົນຕີ, ຫົວໜ້າພະ ແນກຍຸຕິທໍາ, ສະຖາບັນ, ກົມ, ຫ້ອງການ ແລະ ແຂກຮັບເຊີນ ເຂົ້າຮ່ວມ

ຄຽງຄູ່ກັນນີ້ ຍັງໄດ້ເອົາໃຈໃສ່ຕໍ່ວຽກງານກວດກາ ແລະ ປະເມີນຜົນນິຕິກໍາ; ໃນນີ້ໄດ້ລາຍງານການຈັດຕັ້ງຜັນຂະຫຍາຍກົດໝາຍເປັນນິຕິດກໍາໃຕ້ກົດໝາຍຕໍ່ກອງປະຊຸມສະພາແຫ່ງຊາດ, ເປັັນໃຈກາງຊຸກຍູ້, ຕິຕາມບັນດາກະຊວງ, ອົງການເພື່ອຄົ້ນຄວ້າ, ຫັນເນື້ອໃນບາງມາດຕາຂອງກົດໝາຍຂະແໜງການຕົນເປັນນິຕິກໍາໃຕ້ ກົດໝາຍ, ຄົ້ນຄວ້າ, ສະເໜີອອກຄໍາຄິດເຫັນທາງດ້ານກົດໝາຍໃຫ້ແກ່ສັນຍາຕ່າງໆ ທັງໝົດ 29 ສະບັບ.