ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ສ້າງຕັ້ງມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາແຂວງວຽງຈັນ ແລະ ໜ່ວຍກູ້ໄພ 1623 ສາຂາເມືອງວັງວຽງ ເຊິ່ງເປີດນໍາໃຊ້ຢ່າງເປັນທາງການວັນທີ 26 ມັງກອນ 2019, ເຂົ້າຮ່ວມໂດຍ ທ່ານ ນາງ ສີສະຫຼຽວ ທຳມະເທວາ ປະທານມູນນິທິ ພ້ອມດ້ວຍຄະນະ, ມີເຈົ້າເມືອງໆວັງວຽງ, ບັນດາຫົວໜ້າຫ້ອງການ, ນັກທຸລະກິດ, ພະນັກງານ ແລະ ຄະນະໜ່ວຍກູ້ໄພມູນນິທິແຫ່ງ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າເຂົ້າຮ່ວມ.

ທ່ານ ນາງ ສີສະຫຼຽວ ທຳມະເທວາ ກ່າວວ່າ: ຍ້ອນເຫັນໄດ້ເຖິງຄວາມສຳຄັນ ແລະ ຈຳເປັນໃນວຽກງານການຊ່ວຍເຫຼືອສັງຄົມໃຫ້ຖ່ວງທັນກັບຄວາມຮຽກຮ້ອງຕ້ອງການ; ສະນັ້ນ, ມູນນິທິຊ່ວຍເຫຼືອຄົນທຸກຍາກ ແລະ ໜ່ວຍກູ້ໄພ 1623 ຈຶ່ງສ້າງສູນກູ້ໄພເມືອງວັງວຽງ ແຂວງ ວຽງຈັນ.

ທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງໆວັງວຽງ ໄດ້ກ່າວຂອບໃຈມາຍັງມູນນີທິທີ່ເລືອກເມືອງວັງວຽງ ເປັນຈຸດທີ່ຕັ້ງຂອງເປັນມູນນີທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາແຂວງວຽງຈັນ ເປັນໜ່ວຍກູ້ໄພ 1623 ສາຂາທີ 6 ຂອງມູນນິທິ ແລະ ພ້ອມທີ່ຈະສະໜັບສະໜູນດ້ານຕ່າງໆ ແລະ ອຳນວຍຄວາມສະດວກໃຫ້ໜ່ວຍກູ້ໄພ 1623 ເມືອງວັງວຽງ ໄດ້ປະຕິບັດໜ້າທີ່ຢ່າງສົມກຽດ ໃນການເຄື່ອນໄຫວຊ່ວຍເຫຼືອສັງຄົມພາຍໃນເມືອງວັງວຽງ ກໍຄືແຂວງວຽງຈັນ.

ທ່ານ ທະນູສອນ ແກ້ວວຽງຄຳ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກສາຂາແຂວງວຽງຈັນກ່າວວ່າ: ການສ້າງຕັ້ງມູນນິທິຊ່ວຍເຫຼືອຄັ້ງນີ້ ໂດຍສະເພາະວຽກງານກູ້ໄພສາຂາດັ່ງກ່າວນີ້ເປັນສິ່ງທີ່ສຳຄັນ, ເຊິ່ງເມືອງວັງວຽງ ເປັນເມືອງທ່ອງທ່ຽວອັນລືຊື່ຂອງລາວ ແຂກຕ່າງປະເທດທີ່ ເຂົ້າມາທ່ຽວຊົມອັນເປັນໃບໜ້າໃບຕາຂອງປະເທດ. ດັ່ງນັ້ນ, ວຽກງານການກູ້ໄພເພື່ອກຽມ ພ້ອມກັບເຫດການບໍ່ຄາດຄິດທີ່ຈະເກີດຂຶ້ນຈາກບັນດາກິດຈະກຳການທ່ອງທ່ຽວ ຈຶ່ງເປັນວຽກງານໜຶ່ງທີ່ຈຳເປັນ ແລະ ໃຫ້ການຊ່ວຍເຫຼືອສັງຄົມພາຍໃນເມືອງ ພ້ອມທັງເປັນການສ້າງໜ່ວຍອາສາກູ້ໄພຂອງເມືອງວັງວຽງ ຮັບມືກັບການກູ້ໄພຕ່າງໆທີ່ຈະເກີດຂຶ້ນທຸກເວລາ.

ໃນໂອກາດນີ້, ໄດ້ມີກຸ່ມນັກທຸລະກິດຜູ້ປະກອບການໄດ້ປະກອບສ່ວນຊ່ວຍເຫຼືອອຸປະຖຳ ຄື: ບໍລິສັດ Victory Group 100.000.000 ກີບ ໃນການສ້ອມແປງຕຶກອາຄານຫ້ອງການປະສານໜ່ວຍງານກູ້ໄພ, ຮ້ານອາຫານໜອງເຊືອມ 20.000.000 ກີບ, ຮ້ານມັງກອນນວດ ແຜນບູຮານ ມອບອຸປະກອນ ແລະ ເງິນສົດ ຈຳນວນ 5.000.000 ກີບ ແລະ ຮ້ານວີສັກສະຕູດີໂອ ສະໜັບສະໜູນປ້າຍ ມູນຄ່າ 500.000 ກີບ.