ປາຖະກະຖາເຊື້ອວັນສ້າງຕັ້ງ ສະຫະພັນກຳມະບານ 63 ປີ

0
2755

ສະຫະພັນກໍາມະບານ ກະຊວງ ປກສ ໄດ້ປາຖະກະຖາມູນເຊື້ອ ວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 63 ປີ ( 1 ກຸມພາ 1956-1 ກຸມພາ 2019 ), ຂຶ້ນໃນວັນທີ 28 ມັງກອນ 2019, ເຜີຍແຜ່ໂດຍ ທ່ານ ປ້ານ ນ້ອຍມະນີ ປະທານສູນກາງສະຫະພັນກໍາມະບານລາວ, ເຂົ້າຮ່ວມມີ ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີປະທານສະຫະພັນກໍາມະບານ ກະຊວງ ປກສ, ຕາງໜ້າຈາກກົມໃຫຍ່, ກອງບັນຊາການ, ກົມກອງ, ສະມາຊິກກໍາມະບານ ເຂົ້າຮ່ວມ.

ທ່ານ ປ້ານ ນ້ອຍມະນີ

ທ່ານ ປ້ານ ນ້ອຍມະນີ ຍົກໃຫ້ເຫັນມູນເຊື້ອສະຫະພັນກໍາມະບານລາວໂດຍຫຍໍ້ວ່າ:

ຕະຫຼອດໄລຍະແຫ່ງການປະກອບສ່ວນ ພັດທະນາສ້າງສາປະເທດຊາດ, ຍາມໃດກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກກໍໄດ້ເອົາໃຈໃສ່ໃກ້ຊິດຕິດແທດ  ແລະ ຕີລາຄາສູງຕໍ່ການຈັດຕັ້ງເຄື່ອນໄຫວຂອງອົງການຈັດຕັ້ງກໍາມະບານລາວ; ໃນນາມເປັນຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ ເພື່ອ ເຮັດສໍາເລັດຄາດໝາຍສູ້ຊົນມະຕິ ກອງປະຊຸມໃຫຍ່ ຄັ້ງທີ IX ແລະ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ກ່ຽວກັບການສູ້ຊົນລົບລ້າງຄວາມທຸກຍາກຂອງປະຊາຊົນ ໃຫ້ສໍາເລັດຮອດປີ 2020, ສູ້ຊົນນໍາພາປະເທດຊາດໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ. 

ປະທານສະຫະພັນກໍາມະບານ ກະຊວງ ປກສ, ຕາງໜ້າຈາກກົມໃຫຍ່, ກອງບັນຊາການ, ກົມກອງ, ສະມາຊິກກໍາມະບານ ເຂົ້າຮ່ວມ

ຢາກປະຕິບັດໄດ້ຄື ແນວນັ້ນກໍາລັງແຮງທີ່ແໜ້ນແກ່ນກໍຍັງ ແມ່ນຄວາມຮັບຜິດຊອບຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານລາວທົ່ວປະເທດ, ເພາະວ່າສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານມີຈໍານວນພົນຫຼາຍ ແມ່ນເຮັດການຜະລິດ, ທຸລະກິດບໍລິການ ແລະ ວຽກງານວິຊາສະເພາະທາງດ້ານຮ່າງກາຍ ແລະ ມັນສະໝອງ, ເປັນຜູ້ສ້າງ ຜະລິດຕະພັນໃໝ່ໃຫ້ແກ່ສັງຄົມ, ເປັນຜູ້ປະກອບສ່ວນ ໂດຍກົງເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມມີການເຕີບໃຫຍ່ຂະຫຍາຍຕົວ, ສ້າງຄວາມຮັ່ງມີເຂັ້ມແຂງໃຫ້ແກ່ປະເທດຊາດ ແລະ ເປັນຜູ້ສ້າງລາຍໄດ້ຕົວຈິງໃຫ້ແກ່ ຕົນເອງ, ທັງເປັນຜູ້ປະກອບສ່ວນຕົວຈິງໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ.

ດ້ວຍເຫດນັ້ນ, ພັກຍາມໃດ ກໍຖືຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານເປັນກໍາລັງແຮງຍຸດທະສາດຂອງຕົນ. ຍາມໃດພັກກໍໄດ້ເອົາໃຈໃສ່ກໍ່ສ້າງຊົນ ຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ ໃຫ້ມີຄວາມສາມາດທຽບທັນກັບທ່າອ່ຽງຂອງຍຸກສະໄໝ, ເປັນຊົນຊັ້ນທີ່ກ້າວໜ້າກວ່າ, ປະຕິບັດກວ່າຊົນຊັ້ນອື່ນ, ເປັນຊົນຊັ້ນຕັດສິນຊີ້ຂາດຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງປະເທດຊາດ.