ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບ ພ້ອມທັງເຜີຍແຜ່ 2 ມະຕິຂອງ ຄບສພ

0
2280

ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ຈັດຕັ້ງພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ( 20 ມັງກອນ 1949-20 ມັງກອນ 2019 ) ພ້ອມທັງເຜີຍແຜ່ 2 ມະຕິຂອງ ຄະນະບໍລິຫານງານສູນກາງພັກ ( ຄບສພ ) ເພື່ອເຮັດໃຫ້ບັນດາພະນັກງານຫຼັກແຫຼ່ງທີ່ເຂົ້າຮ່ວມ ໄດ້ຮັບຮູ້ມູນເຊື້ອຕໍ່ສູ້ອັນພິລະອາດຫານ, ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ, ພ້ອມທັງໄດ້ເຊື່ອມຊຶມເນື້ອໃນມະຕິຂອງ ຄບສພ ແລ້ວນຳໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນ ໃນວັນທີ 28 ມັງກອນ 2019, ເປັນປະທານໂດຍ ພົຈວ ປອ ທອງເຫຼັກ ມັງໜໍ່ເມກ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ຕຳຫຼວດ, ໂດຍແມ່ນບັນດາສະຫາຍໃນຄະນະພັກກົມໃຫຍ່ຕຳຫຼວດ ໄດ້ຜັດປ່ຽນກັນເຜີຍແຜ່ແຕ່ລະເອກະສານ.

ພົຈວ ປອ ທອງສະຫວັນ ວົງສະຫວັດ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ໄດ້ປາຖະກະຖາ ວັນສ້າງຕັ້ງກອງທັບ ໃຫ້ຮູ້ວ່າ:

ພົຈວ ປອ ທອງສະຫວັນ ວົງສະຫວັດ

ກອງທັບປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1949 ນັບແຕ່ສ້າງຕັ້ງກອງທັບປະຊາຊົນລາວ ແມ່ນມີມູນເຊື້ອຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ, ມີນໍ້າໃຈຕໍ່ສູ້ພິລະອາດຫານ, ກ້າແກ່ນ, ໜຽວແໜ້ນ, ມີໄຫວພິບ, ມີນ້ຳໃຈດຸໝັ່ນຂະຫຍັນພຽນ, ອອກແຮງງານເພີ່ມພູນຜະລິດຜົນ ແລະ ປະຢັດມັດທະຍັດ, ຍາມໃດກໍຢຶດໝັ້ນການພົວພັນ, ສາມັກຄີແບບກາຍອິນຊີອັນແໜ້ນແຟ້ນກັບປະຊາຊົນບັນດາເຜົ່າ, ມີມູນເຊື້ອສາມັກຄີກັບກອງທັບປະເທດສັງຄົມນິຍົມອ້າຍນ້ອງ ແລະ ບັນດາປະເທດເພື່ອນມິດທີ່ກ້າວໜ້າໃນໂລກ.

ໂດຍສະເພາະແມ່ນ ຄວາມສາມັກຄີຮ່ວມສຳພັນສູ້ຮົບແບບພິເສດກັບກອງ ທັບປະຊາຊົນຫວຽດນາມອ້າຍນ້ອງ ແລະ ສາມັກຄີຮ່ວມມືຮອບດ້ານກັບກອງທັບປົດປ່ອຍປະຊາຊົນຈີນ, ກອງທັບປະຊາຊົນລາວເວລາໃດກໍຮັກສາມູນເຊື້ອອັນດີງາມຄືພາຍໃນມີ ປະຊາທິປະໄຕ ແລະ ມີລະບຽບວິໄນເຂັ້ມງວດ, ສຳລັບມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 056/ຄບສພ, ວັນທີ 19 ທັນວາ 2018 ວ່າດ້ວຍ ການປັບປຸງຮາກຖານການເມືອງຂອງ ລະບອບປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ.

ພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ

ພັອ ຄໍາຮຸ່ງ ແສງປະເສີດ ປະທານກວດກາພັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ເຜີຍແຜ່ໂດຍຍົກໃຫ້ເຫັນບາງເນື້ອໃນທີ່ກຳນົດໃນມະຕິ ວ່າ:

ບັນດາການຈັດຕັ້ງໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງຂອງຕົນໃນບັນດາຮາກຖານສຳນັກງານ-ອົງການ, ກົມກອງກຳລັງປະກອບອາວຸດ, ສະຖາບັນການສຶກສາ, ໂຮງຮຽນ, ໂຮງໝໍ ແລະ ລັດວິສາຫະກິດ ໂດຍສະເພາະຮາກຖານການເມືອງໃນກຳລັງປະກອບອາວຸດ, ຄະນະພັກ-ຄະນະບັນຊາຂັ້ນຕ່າງໆໄດ້ເອົາໃຈໃສ່ກໍ່ສ້າງ, ປັບປຸງຮາກຖານການເມືອງ ດ້ວຍການຍູ້ແຮງຂະບວນການສ້າງກົມກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ, ຫັນກຳລັງລົງກໍ່ສ້າງຮາກຖານການເມືອງ ເພື່ອສ້າງບ້ານປ້ອມໝັ້ນ ແລະ ກຸ່ມບ້ານສູ້ຮົບຕິດລຽນ, ສະເພາະຢູ່ໃນຈຸດຫຼ່ໍແຫຼມຕ່າງໆໃນຂອບເຂດທົ່ວປະເທດ ເຊິ່ງໄດ້ກາຍເປັນປັດໄຈສຳຄັນໃຫ້ແກ່ການຮັກສາຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນສັງຄົມ.

ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ຈັດຕັ້ງພິທີປາຖະກະຖາ

ພັອ ປອ ເພັງສະຫັວນ ທິບພະວົງໄຊ ຄະນະປະຈຳພັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 057/ຄບສພ, ວັນທີ 19 ທັນວາ 2018 ວ່າດ້ວຍ ເພີ່ມທະວີການນຳພາແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການ ເງິນ ແລະ ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກທີ່ໄດ້ກຳນົດວ່າ:

ບັນດາພາກສ່ວນທີ່ເຂົ້າຮ່ວມ

ເພື່ອຮັບປະກັນໃຫ້ການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ ບັນຫາສຳຄັນແມ່ນການເພີ່ມທະວີຄວາມຮັບຜິດຊອບ ແລະ ປັບປຸງແບບແຜນເຮັດວຽກຂອງສູນກາງພັກ ແລະ ຄະນະພັກຂັ້ນຕ່າງໆ ເຊິ່ງຕ້ອງເລີ່ມຈາກການແກ້ໄຂບັນຫາທີ່ຕົ້ນເຫດ ແລະ ຮັບປະກັນການຜັນຂະຫຍາຍຢ່າງຕໍ່ເນື່ອງຈາກນະໂຍບາຍ ແລະ ການເຄື່ອນໄຫວປະຕິບັດຕົວຈິງ, ເຮັດໃຫ້ຄະ ນະພັກທຸກຂັ້ນ, ການຈັດຕັ້ງລັດທຸກຂົງເຂດການເປັນອົງກອນແຫ່ງການປະຕິວັດ, ການບຸກເບີກ ແລະ ປະດິດສ້າງທີ່ແທ້ຈິງ.

ຂ່າວໃຫ້ຮູ້ຕື່ມວ່າ:

ວັນທີ 25 ມັງກອນ 2019 ຫ້ອງການປົກ ຄອງບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ປາຖະກະຖາໂດຍ ພົຈວ ແກ່ນ ສີມະນີວົງ  ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບກະຊວງປ້ອງກັນປະເທດ.