ແຂວງຈຳປາສັກ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ

ໃນຕອນເຊົ້າ ຂອງວັນທີ 28 ມັງກອນ 2019 ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢ່າງຄຶກຄື່ນຢູ່ເດີ່ນກິລາຂອງແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ການນຳຂອງແຂວງຈຳປາສັກ, ຜູ້ຕາງໜ້າບັນດາແຂວງໃກ້ຄຽງ, ແຂກຮັບເຊີນ, ສື່ມວນຊົນ ແລະ ປະຊາຊົນຊາວ ແຂວງຈຳປາສັກ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ ໄດ້ກ່າວຄຳປາໄສຕໍ່ພິທີ, ໂດຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ຜົນງານ ແລະ ມູນເຊື້ອຂອງກອງທັບປະຊາຊົນລາວ ນັບແຕ່ສ້າງຕັ້ງຂຶ້ນເປັນກອງລາຊະວົງ ໃນວັນທີ 20 ມັງກອນ 1949, ພາຍໃຕ້ການ ຊີ້ນຳ-ນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ເຮັດໃຫ້ກອງທັບເຮົາເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຢ່າງຕໍ່ເນື່ອງ ໂດຍຜ່ານການຝຶກຝົນຫຼ່ໍຫຼອມ  ແລະ ທົດສອບໃນແປວໄຟຂອງສົງຄາມຕໍ່ສູ້ກູ້ຊາດ ເພື່ອຍາດເອົາເອກະລາດມາສູ່ປວງຊົນລາວ;

ຜ່ານຂະບວນການອັນລະອິດລະອ້ຽວໃນຍ່ານປະຫວັດສາດ, ກອງທັບປະຊາຊົນລາວໄດ້ສ້າງວິລະກຳອັນລ້ຳເລີດໄວ້ໃນໜ້າປະຫວັດສາດຍຸກໃໝ່  ແລະ ມູນເຊື້ອວິລະຊົນ ໄວ້ຢ່າງສະຫງ່າງາມ, ນຳພາປວງຊົນລາວຕີສັດຕູຍາດເອົາໄຊຊະນະ ຈົນສາມາດປົດປ່ອຍປະເທດຊາດອອກຈາກການປົກຄອງຂອງຈັກກະພັດຕ່າງດ້າວ ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ນັບແຕ່ນັ້ນມາ ປະເທດຊາດນັບມື້ໄດ້ຮັບການພັດທະນາຢ່າງຮອບດ້ານ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ນັບມື້ໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ປະເທດຊາດມີຄວາມສະຫງົບປອດໄພ, ສັງຄົມມີຄວາມສີວິໄລ ແລະ ຍຸຕິທຳເປັນກ້າວໆ.

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢ່າງຄຶກຄື່ນ


ໃນພິທີ, ໄດ້ມີການສະແດງກ້ອນກຳລັງສວນສະໜາມໂດຍ ປະກອບມີຈຳນວນ 18 ກ້ອນກຳລັງຄື:

ກ້ອນນາຍທະຫານ, ກ້ອນທະຫານຊາຍແດນ, ກ້ອນເຫຼົ່າຮົບຕີພິເສດທະຫານ ແຂວງຈຳປາສັກ, ກ້ອນເຫຼົ່າຮົບຕີພິເສດທະຫານກອງພົນທີ 5, ກ້ອນເຫຼົ່າຮົບສື່ສານ, ກ້ອນທະຫານນາຍສິບຈາກກອງພັນໃຫຍ່ປ້ອງກັນອາກາດ 645, ກ້ອນໂຮງໝໍບໍລິເວນ 106, ກ້ອນກອງບັນຊາການ ປກສ ແຂວງຈຳປາສັກ, ກ້ອນນະຄອນປາກເຊ, ກ້ອນພະແນກກະສິກຳ ແລະ ປ່າໄມ້, ກ້ອນພະແນກສາທາລະນະສຸກ, ກ້ອນພະແນກການເງິນ, ກ້ອນວິທະຍາໄລຄູປາກເຊ, ກ້ອນວິທະຍາໄລເຕັກນິກວິຊາຊີບ, ກ້ອນລັດວິສາຫະກິດໄຟຟ້າລາວ, ກ້ອນບໍລິສັດນໍ້າປະປາ, ກ້ອນສະຫະພັນແມ່ຍິງ ແລະ ຊາວໜຸ່ມ, ກ້ອນມະຫາວິທະຍາໄລຈຳປາສັກ.

ພາຍຫຼັງສຳເລັດການເດີນສວນສະໜາມ, ໄດ້ມີການສະແດງໂດດຈ້ອງຂອງກອງພັນໃຫຍ່ 703 ກອງທັບປະຊາຊົນລາວ ດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ.

ໃນໂອກາດທີ່ທ່ານນາຍົກລັດຖະມົນຕີຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ, ທ່ານຍັງໄດ້ນຳພາຄະນະ ແລະ ການນຳຫຼັກແຫຼ່ງຂອງແຂວງ ຢ້ຽມຢາມກອງພັນ 709 ທີ່ຂຶ້ນກັບກອງບັນຊາການທະຫານແຂວງຈຳປາສັກ ໃນວັນທີ 27 ມັງກອນ ຜ່ານມານີ້, ໂດຍທ່ານໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການຈັດຕັ້ງ ແລະ ເຄື່ອນໄຫວວຽກງານຂອງກອງພັນ 709 ຈາກ ພັທ ອຸດົມໄຊ  ພົມມະຈັນ ຫົວໜ້າການທະຫານກອງພັນ 709.

ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ການນຳຂອງ ແຂວງຈຳປາສັກ, ຜູ້ຕາງໜ້າບັນດາແຂວງໃກ້ຄຽງ, ແຂກຮັບເຊີນ, ສື່ມວນຊົນ ແລະ ປະຊາຊົນຊາວ ແຂວງຈຳປາສັກ ເຂົ້າຮ່ວມຢ່າງຫຼວງຫຼາຍ

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ບັນດານາຍ ແລະ  ພົນທະຫານກອງພັນດັ່ງກ່າວສາມາດຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ນາຍ ແລະ ພົນທະ ຫານທຸກຄົນ ຈົ່ງເຊີດຊູສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍ ສັນຕິຂອງກຸ່ມຄົນທີ່ບໍ່ຫວັງດີຢ່າງທັນການ, ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງ ພັກ-ລັດ, ປົກປົກຮັກສາໝາກຜົນຂອງການປະຕິວັດ, ຮັກສາໄວ້ໃຫ້ໝັ້ນຄົງ;

ເປັນເຈົ້າການຮັກສາມູນເຊື້ອອັນດີງາມຂອງກອງທັບປະຊາຊົນລາວຕະຫຼອດໄປໂດຍສະ ເພາະມູນເຊື້ອດຸໝັ້່ນ, ອາດຫານ, ເສຍສະລະ, ຕໍ່ສູ້ບໍ່ຍອມຈຳນົນ, ມີໄຫວພິບ, ປະດິດສ້າງ, ມີຄວາມ ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ  ແລະ  ປະຊາຊົນຂອງກອງທັບປະຊາຊົນລາວ ຕັ້ງໜ້າປັບປຸງກຳລັງ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງໂດຍສະເພາະເອົາໃຈໃສ່ຮໍ່າຮຽນ, ຝຶກແອບວິຊາສະເພາະ, ການນຳໃຊ້ເຕັກນິກວິທະຍາສາດ, ສິນລະປະຍຸດ-ຍຸດທະວິທີຢ່າງ ເປັນປົກກະຕິ, ມີຄຸນນະພາບ, ມີຄວາມກ້າວໜ້າ  ແລະ  ທັນສະໄໝຢ່າງບໍ່ຢຸດຢັ້ງ.

ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ຍັງໄດ້ມອບເງິນສົດ ເພື່ອນຳໃຊ້ເຂົ້າໃນການປັບປຸງພື້ນຖານໂຄງລ່າງ ແລະ ຮັບໃຊ້ວຽກງານທີ່ຈຳເປັນພາຍໃນກົມກອງ 709 ຈຳນວນ 100 ລ້ານກີບຕື່ມອີກ.