ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ມັງກອນ ນີ້ວ່າ: ທ່ານ ນາງ ອອງຊານ ຊູຈີ ທີ່ປຶກສາແຫ່ງລັດ ແລະ ລັດ ຖະມົນຕີກະຊວງການຕ່າງປະເທດມຽນມາ ເປັນປະທານຮ່ວມເປີດກອງປະຊຸມດ້ານການລົງທຶນລະຫວ່າງປະ ເທດ, ເຊິ່ງຈັດຂຶ້ນເປັນຄັ້ງທຳອິດໂດຍລັດຖະບານມຽນມາ ທີ່ສູນກອງປະຊຸມແຫ່ງຊາດໃນນະຄອນຫຼວງເນປີດໍ ໃນວັນທີ 28 ມັງກອນ ທີ່ຜ່ານມາ ໂດຍທ່ານກ່າວວ່າ ຈຸດປະສົງຂອງລັດຖະບານທີ່ຈັດກອງປະຊຸມດັ່ງກ່າວນີ້ ແມ່ນເພື່ແເປັນການຢືນຢັນກັບນົກລົງທຶນ ໂດຍສະເພາະຈາກຕ່າງປະເທດ, ເຊິ່ງມຽນມາ ແມ່ນກຳລັງສືບຕໍ່ປະຕິ ຮູບໃນທຸກດ້ານ ລວມເຖິງດ້ານເສດຖະກິດ ເພື່ອສ້າງບັນຍາກາດການລົງທຶນທີ່ເປັນມິດຕະພາບກັບທຸກຝ່າຍ ເຖິງແມ່ນວ່າຍັງມີຫ່າງສຽງວິຈານວ່າ ຂັ້ນຕອນການອະນຸມັດລົງທຶນຍັງມີຄວາມຫຼ້າຊ້າ ແລະ ຫຍຸ້ງຍາກຫຼາຍກໍຕາມ.

ທ່ານ ນາງ ອອງຊານ ຊູຈີ ກ່າວວ່າ ລັດຖະບານມຽນມາ ຫວັງຢ່າງຍິ່ງວ່າ ນັກລົງທຶນຈາກຕ່າງປະເທດຈະເດີນທາງເຂົ້າໄປສຳຫຼວດ ແລະ ສຳພັດກັບບັນຍາກາດໃໝ່ຂອງການລົງທຶນໃນມຽນມາດ້ວຍຕົນເອງ ເຖິງແມນວ່າວຽກ ງານໂດຍລວມຍັງບໍ່ມີການນຳສະເໜີແຜນການ ຫຼື ຮູບແບບໂຄງສ້າງຫຼາຍກໍຕາມ. ແຕ່ຫຼາຍຝ່າຍເຫັນວ່າ ເປັນ ຄວາມພະຍາຍາມທີ່ດີຂອງລັດຖະບານມຽນມາ ໃນການເພີ່ມຄວາມໃກ້ຊິດກັບພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ທ່າມກາງສະພາບຄວາມບໍ່ແນ່ນອນດ້ານຄວາມໝັ້ນຄົງ ໂດຍສະເພາະສະຖານະການໃນລັດຍະໄຂ່ ທີ່ສົ່ງຜົນກະທົບຕໍ່ພາບພົດຂອງມຽນມາໃນເວທີສາກົນຢ່າງຫຼວງຫຼາຍ ແລະ ທະນາຄານໂລກ (World Bank) ປັບຫຼຸດປະມານການຂະຫຍາຍຕົວທາງເສດຖະກິດຂອງມຽນມາ ໃນເດືອນທັນວາ 2018 ລົງມາຢູ່ທີ່ 6,2% ລະຫວ່າງປີງົບປະມານ 2018-2019 ຈາກເດີມ 6,8% ໃນບົດລາຍງານສະບັບປີ 2017.