2018 ມີຄົນເປັນພະຍາດຖອກທ້ອງ ເຂົ້ານອນໂຮງໝໍຊຸມຊົນ-ໂຮງໝໍນ້ອຍ ເກືອບ 2.000 ກໍລະນີ

0
1887

ໃນປີ 2018 ຜ່ານມາ,ໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ ທີ່ຂຶ້ນກັບພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໃຫ້ບໍລິການກວດພະຍາດຕ່າງໆ ແລະ ຮັບເອົາຄົນເຈັບເຂົ້ານອນໂຮງໝໍ ຈໍານວນຫຼວງຫຼາຍ; ໃນນັ້ນ, ພະຍາດພົ້ນເດັ່ນທີ່ຄົນເຈັບເຂົ້ານອນປິ່ນປົວຢູ່ໂຮງໝໍ ແມ່ນພະຍາດຖອກທ້ອງມີສູງເກືອບ 2.000 ກໍລະນີ.

ເຂົ້າຮ່ວມໂດຍ ທ່ານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ສີຫູນ ສິດທິລືໄຊ ຮອງເຈົ້າຄອງ ນວ

ກອງປະຊຸມສະຫຼຸບວຽກງານ ສາທາລະນະສຸກ ປີ 2018 ແລະ ວາງທິດທາງແຜນການປີ 2019 ຂອງພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 25 ມັງກອນຜ່ານມາ, ເຂົ້າຮ່ວມໂດຍ ທ່ານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ສີຫູນ ສິດທິລືໄຊ ຮອງເຈົ້າຄອງ ນວ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ດຣ ພອນປະເສີດ ອຸນາພົມ ຫົວໜ້າພະແນກສາທາລະນະສຸກ ກ່າວວ່າ:

ທ່ານ ດຣ ພອນປະເສີດ ອຸນາພົມ

ໃນປີຜ່ານມາໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍຕ່າງໆ ຢູ່ ນວ ສາມາດໃຫ້ບໍລິການກວດພະຍາດຕ່າງໆ ແລະ ຮັບເອົາຄົນເຈັບເຂົ້ານອນໂຮງໝໍຈໍານວນຫຼວງຫຼາຍ; ໃນນັ້ນ, ພະຍາດພົ້ນເດັ່ນທີ່ຄົນເຈັບເຂົ້ານອນປິ່ນປົວ ແມ່ນພະ ຍາດຖອກທ້ອງມີທັງໝົດ 1.996 ກໍລະນີ, ຮອງລົງມາແມ່ນພະຍາດອັກເສບປອດ 1.543 ກໍລະນີ, ຖອກທ້ອງຂາດນໍ້າເບົາບາງ 1.384 ກໍລະນີ, ພະຍາດລະບົບລະລາຍ 722 ກໍລະນີ, ພະຍາດໄຂ້ຫວັດ 639 ກໍລະນີ ແລະ ອື່ນໆ.

ການປະກາດການຈັດຕັ້ງພະແນກສາທາລະນະສຸກ

ສໍາລັບພະຍາດທີ່ພົ້ນເດັ່ນທີ່ຄົນເຈັບເຂົ້າມາກວດຢູ່ເຂດນອກແມ່ນ ພະຍາດອັກເສບອາມີດານມີທັງໝົດ 17.877 ກໍລະນີ, ໄຂ້ຫວັດ 10.462 ກໍລະນີ, ພະຍາດລະບົບລະລາຍ 8.597 ກໍລະນີ, ພະຍາດລະບົບປະສາດ 6.115 ກໍລະນີ, ພະຍາດຖອກທ້ອງບໍ່ມີເລືອດປົນ 4.611 ກໍລະນີ ແລະ ພະຍາດອື່ນໆອີກຈໍານວນໜຶ່ງ.

ທ່ານ ດຣ ພອນປະເສີດ ອຸນາພົມ ແລະ ທ່ານ ນາງ ໄຊພອນ ນັນທະພອນ

ໃນຕໍ່ໜ້າ, ພະແນກສາທາລະນະສຸກ ຈະສູ້ຊົນແຍກໂຮງໝໍຊຸມຊົນອອກຈາກຫ້ອງການສາທາລະນະສຸກເມືອງໃຫ້ໄດ້ 1 ເມືອງ, ປັບປຸງການບໍລິການຂອງໂຮງໝໍຊຸມຊົນ 4 ເມືອງໃນ ໃຫ້ເປັນສະເພາະທາງ ແລະ ຊ່ວຍເຂດນອກ ໃຫ້ກັບໂຮງໝໍສູນກາງ ຫັນໄປສູ່ຄວາມທັນສະໄໝ, ສ້າງໃຫ້ໄດ້ໂຮງໝໍ 5 ດີ ຕາມຕົວຊີ້ວັດທີ່ກໍານົດໃຫ້ໄດ້ 70% ແລະ ຍົກລະດັບການບໍລິການຂອງໂຮງໝໍນ້ອຍ ໃຫ້ເຂົ້າສູ່ມາດຕະຖານໃນລະດັບກາງ.

ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ

ໃນກອງປະຊຸມ ຍັງໄດ້ມີການປະກາດການຈັດຕັ້ງພະແນກສາທາລະນະສຸກ; ໃນນັ້ນ, ໂຍກຍ້າຍ ທ່ານ ດຣ ພອນປະເສີດ ອຸນາພົມ ຫົວໜ້າພະແນກສາທາລະນະສຸກ ໄປປະຈໍາການຢູ່ກະຊວງສາທາລະນະສຸກ, ແຕ່ງຕັ້ງ ທ່ານ ນາງ ໄຊພອນ ນັນທະພອນ ຮອງຫົວໜ້າຂຶ້ນເປັນຫົວໜ້າພະແນກສາທາລະນະສຸກ ແລະ ແຕ່ງຕັ້ງ ທ່ານ ດຣ ບຸນທະວີ ເດດບັນດິດ ຫົວໜ້າຂະແໜງແມ່ ແລະ ເດັກ ເປັນຮອງຫົວໜ້າພະແນກສາທາລະນະສຸກ, ສ່ວນຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ກອງປະຊຸມສະຫຼຸບວຽກງານສາທາລະນະສຸກ