ກະຊວງຍຸຕິທຳ ຕ້ອງຍົກສູງການພັດທະນາບຸກຄະລາກອນ ເພື່ອຕອບສະໜອງໃຫ້ແກ່ການຄຸ້ມຄອງລັດດ້ວຍກົດໝາຍ

0
2130

ທ່ານ ປອ ພັນຄໍາ ວິພາວັນ ຮອງປະທານປະເທດ ຊີ້ນໍາກະຊວງຍຸຕິທໍາ ຍົກສູງຄຸນນະພາບວຽກງານພັດທະນາບຸກຄະລາກອນກົດໝາຍ ເພື່ອຕອບສະໜອງໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ; ໃນນີ້ ຕ້ອງໄດ້ເອົາໃຈໃສ່ເປັນພິເສດກ່ຽວກັບການສ້າງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຈັນຍາທໍາຂອງນັກກົດໝາຍດ້ານຄວາມທ່ຽງທໍາ, ຄວາມສັດຊື່ບໍລິສຸດ ແລະ ຈິດໃຈຮັບໃຊ້ປະ ເທດຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງໄປພ້ອມກັບການຍົກສູງຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະກົດໝາຍ ແລະ ຄວາມສາມາດໃນການຈັດຕັ້ງປະຕິບັດໃນພາກຕົວຈິງ.

ຄະນະລັດຖະມົນຕີ, ຫົວໜ້າພະແນກຍຸຕິທໍາ, ສະຖາບັນ, ກົມ, ຫ້ອງການ ແລະ ແຂກຮັບເຊີນເຂົ້າຮ່ວມ

ກອງປະຊຸມວຽກງານຍຸຕິທໍາ ທົ່ວປະເທດ ປະຈໍາປີ 2018 ໄດ້ປິດລົງ ໃນວັນທີ 29 ມັງກອນ ຜ່ານມາພາຍຫຼັງດໍາເນີນມາເປັນເວລາ 2 ວັນ ໂດຍການເຂົ້າຮ່ວມ ແລະ ໂອ້ລົມໂດຍ ທ່ານ ປອ ພັນຄໍາ ວິພາວັນ ຮອງປະທານປະເທດ, ມີຄະນະລັດຖະມົນຕີ, ຫົວໜ້າພະແນກຍຸຕິທໍາ, ສະຖາບັນ, ກົມ, ຫ້ອງການ ແລະ ແຂກຮັບເຊີນເຂົ້າຮ່ວມ.

ເຊິ່ງທ່ານໄດ້ໃຫ້ທິດຊີ້ນໍາວ່າ:

ການຍົກສູງຄຸນນະພາບວຽກງານການພັດທະນາບຸກຄະລາກອນກົດໝາຍ ເພື່ອຕອບສະໜອງໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ; ໃນນີ້, ຕ້ອງໄດ້ເອົາໃຈໃສ່ເປັນພິເສດກ່ຽວກັບການສ້າງຄຸນທາດການເມືອງ, ຄຸນສົມບັດສິນທຳ ແລະ ຈັນຍາທໍາຂອງນັກກົດໝາຍດ້ານຄວາມທ່ຽງທໍາ, ຄວາມສັດຊື່ບໍລິສຸດ ແລະ ຈິດໃຈ ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ ໄປພ້ອມກັບການຍົກສູງຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະກົດໝາຍ ແລະ ຄວາມສາມາດໃນການຈັດຕັ້ງປະຕິບັດໃນພາກຕົວຈິງ.

ກອງປະຊຸມວຽກງານຍຸຕິທໍາ

ຖ້າສ້າງໄດ້ແນວນັ້ນ ຈຶ່ງຈະເປັນການປົກປັກຮັກສາ ແລະ ເສີມຂະຫຍາຍຄວາມ ສັກສິດຂອງກົດໝາຍ, ສັງຄົມຈຶ່ງຈະມີຄວາມເຫຼື່ອມໃສສັດທາ, ໃຫ້ຄວາມເຊື້ອໝັ້ນຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ; ສ່ວນເປົ້າໝາຍນັ້ນກໍໃຫ້ເລັງໃສ່ເອົາຄົນຢູ່ທ້ອງຖິ່ນ, ຮາກຖານ, ເອົາລູກຫຼານປະຊາຊົນລາວບັນດາເຜົ່າຕ່າງໆມາຮຽນ ເມື່ອຈົບໄປແລ້ວກໍສົ່ງເຂົາເຈົ້າກັບຄືນເມືອບັນຈຸຊັບຊ້ອນໃຫ້ທ້ອງຖິ່ນຄືເກົ່າ ເປັນຕົ້ນແມ່ນ ຂັ້ນເມືອງ, ຮາກຖານບ້ານ ແລະ ກຸ່ມບ້ານ.

ກະຊວງຍຸຕິທຳ ຕ້ອງຍົກສູງການພັດທະນາບຸກຄະລາກອນ

ການຍົກສູງຄຸນນະພາບວຽກງານການພັດທະນາບຸກຂະລາກອນ ກົດໝາຍຕ້ອງຕິດພັນກັນຢ່າງສະນິດແໜ້ນກັບການປັບປຸງ ແລະ ຍົກສູງຄຸນນະພາບຂອງໂຄງການຫຼັກສູດການຮຽນ-ການສອນສະຖາບັນການສຶກສາຊັ້ນຕົ້ນ, ສະຖາບັນຍຸຕິທໍາແຫ່ງຊາດ ແລະ ສະຖາບັນຍຸຕິທໍາພາກຕ່າງໆ ທີ່ຂຶ້ນກັບການຄຸ້ມຄອງຂອງຂະແໜງຍຸຕິທໍາ; ໃນ ນີ້ ຕ້ອງໄດ້ຍົກສູງຄຸນນະພາບຂອງຄູ-ອາຈານຢູ່ແຕ່ລະສະຖາບັນ ໂດຍປະຕິບັດຕາມມາດຕະຖານຂອງກະຊວງສຶກສາທິການ ແລະ ກິລາວາງອອກທັງໝົດນັ້ນ ກໍເພື່ອເປັນການຍົກລະດັບຄວາມຮູ້ທາງດ້ານກົດໝາຍໃຫ້ບຸກຂະລາກອນ ຢູ່ແຕ່ລະຂັ້ນຮາກຖານທາງດ້ານປະລິມານ ແລະ ຄຸນນະພາບດີຂຶ້ນເທື່ອລະກ້າວ.