ວປກ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ

0
3059

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ( ວປກ ) ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ( 20 ມັງກອນ 1949-20 ມັງກອນ 2019 ) ຂຶ້ນໃນວັນທີ 30 ມັງກອນນີ້ ເຂົ້າຮ່ວມໂດຍ ທ່ານ ນາງ ຈັນເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີແຂກຮັບເຊີນ, ພະນັກງານປະຕິວັດອາວຸໂສ, ຄະນະອໍານວຍການ ແລະ ພະນັກງານຄູ-ອາຈານ ເຂົ້າຮ່ວມ.

ຄະນະປະທານ

ໃນພິທີ, ພົຕ ຄໍາຫຼ້າ ພັນໄຊຍະສຸກ ຫົວໜ້າການເມືອງ ວປກ ໄດ້ຍົກໃຫ້ເຫັນປະຫວັດການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ ປະຊາຊົນລາວທີ່ຕໍ່ສູ້ຍາດເອົາໄຊຊະນະມາສູ່ປະຊາຊົນລາວບັນດາເຜົ່າ ແລະ ຜົນງານທີ່ພົ້ນເດັ່ນຕະຫຼອດ 70 ປີຜ່ານມາ; ເຊິ່ງທ່ານໄດ້ຍົກໃຫ້ເຫັນບາງຕອນວ່າເປັນຫຍັງຈຶ່ງມີການສ້າງກອງທັບປະຊາຊົນລາວ ກໍຍ້ອນຂະບວນການປະຕິວັດຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າຜູ້ຮັກຊາດໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ, ແຂງແຮງ ແລະ ກວ້າງຂວາງໃນເວລານັ້ນມັນ ໄດ້ຮຽກຮ້ອງໃຫ້ມີການປະຕິວັດລາວ ຕ້ອງໄດ້ມີກໍາລັງແຮງແກ່ນສານໜຶ່ງເອກະພາບກ່ຽວກັບການຈັດຕັ້ງ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການປະຕິວັດປົດປ່ອຍປະເທດຊາດ;

ພົຕ ຄໍາຫຼ້າ ພັນໄຊຍະສຸກ ຫົວໜ້າການເມືອງ ວປກ

ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງພາລະກິດຕໍ່ສູ້ກອບກູ້ເອົາປະເທດຊາດອອກຈາກການຮຸກຮານ ແລະ ຢຶດຄອງຂອງພວກລ່າເມືອງຂຶ້ນ ຝຣັ່ງ ພ້ອມດ້ວຍລູກແຫຼ້ງຕີນມືຂອງພວກເຂົາ, ຢືນຢູ່ຕໍ່ໜ້າເລ່ກົນເພີ່ມທະວີການຮຸກຮານ, ຢຶດຄອງຂອງພວກລ່າເມືອງຂຶ້ນຝຣັ່ງ ແລະ ຂະບວນການປະຕິວັດຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່ານັບມື້ໄດ້ເປີດກວ້າງ, ມັນຮຽກຮ້ອງໃຫ້ມີກໍາລັງ ປະກອບອາວຸດອັນເຂັ້ມແຂງມີການຈັດຕັ້ງນໍາພາ, ບັນຊາເປັນເອກະພາບ ເພື່ອເປັນຫຼັກແຫຼ່ງແກ່ນສານຊຸກດັນໃຫ້ສົງຄາມປະຊາຊົນ ກ້າວໄປເຖິງໄຊຊະນະສຸດທ້າຍ,

ແຂກຮັບເຊີນ, ພະນັກງານປະຕິວັດອາວຸໂສ, ຄະນະອໍານວຍການ ແລະ ພະນັກງານຄູ-ອາຈານ ເຂົ້າຮ່ວມ

ເຊິ່ງ ທ່ານ ເລນິນ ເວົ້າວ່າ:

“ ຢາກກູ້ຊາດ, ປົດປ່ອຍຊາດ ບໍ່ມີເສັ້ນທາງອື່ນໄດ ນອກຈາກເສັ້ນທາງການປະຕິວັດກໍາມະຊີບ ແລະ ຕ້ອງມີເຄື່ອງມືພະເດັດການກໍາມະຊີບ ”.

ວປກ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ

ສະນັ້ນ, ການສ້າງກອງທັບປະຊາຊົນລາວ ວັນທີ 20 ມັງກອນ 1949 ແມ່ນມີຄວາມໝາຍຄວາມສໍາຄັນທີ່ສຸດ, ມັນແມ່ນເຫດການ ປະຫວັດສາດໜຶ່ງທີ່ສໍາຄັນ, ແມ່ນບາດກ້າວແຫ່ງການຂະຫຍາຍຕົວ ຂອງການປະຕິວັດ, ແມ່ນການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ, ການເຕີບໃຫຍ່ເຂັ້ມແຂງຂອງກໍາລັງປະກອບອາວຸດປະຕິ ວັດ, ແມ່ນກອງທັບປະຕິວັດຂອງປະຊາຊົນລາວບັນດາເຜົ່າ, ເປັນກໍາລັງຫຼັກແຫຼ່ງໃນຂະບວນການຕໍ່ສູ້ ຂອງປະຊາຊົນລາວ ເພື່ອຄວາມເປັນເອກະລາດແຫ່ງຊາດ.

ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ