ຮອງ ລມຕ ໃຫ້ທິດຊີ້ນຳ ປຕ ເພີ່ມທະວີວຽກງານຮັບປະກັນໃຫ້ມີຄວາມສະຫງົບ

0
1198

ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ ໃຫ້ທິດຊີ້ນໍາກອງບັນຊາການປ້ອງກັນທີ່ຕັ້ງ (ປຕ) ຕ້ອງເພີ່ມທະວີວຽກງານປ້ອງກັນສະກັດກັ້ນແຕ່ລະຈຸດປ້ອງກັນໃຫ້ມີຄວາມເຂັ້ມງວດ ໂດຍການຍົກສູງລະບອບປະຈໍາການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ ເພື່ອຮັບປະກັນໃຫ້ມີຄວາມສະຫງົບປອດໄພ.

ການຊີ້ນໍາຄັ້ງນີ້ມີຂຶ້ນໃນໂອກາດທີ່ທ່ານເຂົ້າຮ່ວມກອງປະຊຸມສະຫຼຸບ ການເຄື່ອນໄຫວວຽກງານປ້ອງກັນທີ່ຕັ້ງ ປະຈໍາປີ 2018 ແລະ ວາງທິດທາງປີ 2019 ໃນວັນທີ 31 ມັງກອນ 2019;

ພົຕ ປອ ສົມຫວັງ ທໍາມະສິດ

ເຊິ່ງທ່ານໄດ້ກ່າວວ່າ:

ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງເພີ່ມທະວີວຽກງານປ້ອງກັນເວນຍາມ, ເພື່ອຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍແຕ່ລະຈຸດປ້ອງກັນ; ເປັນຕົ້ນແມ່ນ ການປ້ອງກັນຜູ້ນໍາພັກ-ລັດ, ສໍານັກງານ-ອົງການ, ພື້ນຖານເສດຖະກິດ, ວັດທະນະທໍາ-ສັງຄົມ, ສະຖານທູດ, ອົງການຈັດຕັ້ງສາກົນປະຈໍາຢູ່ ສປປ ລາວ; ນອກຈາກປ້ອງກັນສະຖານທີ່ຕັ້ງ ຍຸດທະສາດສໍາຄັນຕ່າງໆແລ້ວ ກອງບັນຊາການປ້ອງກັນທີ່ຕັ້ງ ຕ້ອງສຸມໃສ່ປະກອບສ່ວນຢ່າງຕັ້ງໜ້າເອົາກໍາລັງເຂົ້າປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມລະດັບຊາດ-ລະດັບສາກົນ ໃຫ້ມີຄວາມສະຫງົບປອດໄພ.

ທ່ານທີ່ ເຂົ້າຮ່ວມກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານປ້ອງກັນທີ່ຕັ້ງ

ໂດຍການຊີ້ນໍາ-ຈັດຕັ້ງກໍາລັງເຂົ້າປະຈໍາການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ ແລະ ກວດກາລາດຕະເວນຕາມຈຸດເປົ້າໝາຍຢ່າງຕໍ່ເນື່ອງ, ເອົາໃຈໃສ່ເຄື່ອນໄຫວປະກອບສ່ວນເຮັດໜ້າທີ່ວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ເພື່ອຮັບປະກັນຄວາມສະຫງົບປອດໄພໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນກວ່າເກົ່າ.

ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ ໃຫ້ທິດຊີ້ນໍາກອງບັນຊາການປ້ອງກັນທີ່ຕັ້ງ (ປຕ)

ພ້ອມນີ້, ກໍຕ້ອງເອົາໃຈໃສ່ປະສານສົມທົບກັບກົມກອງອ້ອມຂ້າງກະຊວງ, ສໍານັກງານອົງການ, ພື້ນຖານເສດຖະກິດ, ວັດທະນະທໍາ-ສັງຄົມແຫ່ງຊາດ, ສະຖານທູດ, ອົງການຈັດຕັ້ງສາກົນ ແລະ ປະຊາຊົນບັນດາເຜົ່າອ້ອມຂ້າງຈຸດປ້ອງກັນທີ່ຂຶ້ນກັບຄວາມຮັບຜິດຊອບ ເພື່ອກໍາແໜ້ນສະພາບການດ້ານຕ່າງໆ ພ້ອມກັນຄົ້ນຄວ້າ, ວິເຄາະ, ວິໄຈຂໍ້ມູນໃຫ້ລະອຽດ, ຊັດເຈນ ແລ້ວສ່ອງແສງລາຍງານຂໍທິດຊີ້ນໍາເພື່ອແກ້ໄຂໃຫ້ທັນເວລາ.