ກົມໃຫຍ່ພະລາທິການ ສະຫຼຸບວຽກງານ ປະຈຳປີ 2018

0
1706

ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມສະຫຼຸບວຽກງານ ປະຈຳປີ 2018 ເພື່ອຖອດຖອນບົດຮຽນໃນການເຄື່ອນໄຫວວຽກງານໃຫ້ຮັບປະກັນ ພ້ອມທັງກໍານົດທິດທາງ-ແຜນການ, ວຽກງານ ຈຸດສຸມໃນປີ 2019 ເຊິ່ງຈັດໃນລະຫວ່າງວັນທີ 30-31 ມັງກອນນີ້, ໂດຍການເປັນປະທານຂອງ ພົຈວ ຄໍາໄຕ ຄໍາແພງເພັດ ຫົວໜ້າກົມໃຫຍ່ພະລາທິການ, ມີບັນດາຄະນະນໍາຈາກກົມກອງອ້ອມຂ້າງ ແລະ ບັນດາ ປກສ ແຂວງ ທົ່ວປະເທດ ເຂົ້າຮ່ວມ.

ພັອ ໜູດີ ມີໄຊຍະລາດ ຮອງຫົວໜ້າກົມໃຫຍ່ພະລາທິການ ໃຫ້ຮູ້ວ່າ:

ພັອ ໜູດີ ມີໄຊຍະລາດ

ໃນຊຸມປີຜ່ານມາບັນດາກົມກອງໄດ້ມີຄວາມພະຍາຍາມ ສົມທົບກັບຂະແໜງການທີ່ກ່ຽວຂ້ອງເພື່ອຈັດເກັບລາຍຮັບວິຊາການ, ຄ່າທໍານຽມຕ່າງໆໃຫ້ຖືກຕ້ອງກັບລະບຽບຫຼັກການຂອງການເງິນ, ໄດ້ຈັດຕັ້ງປະຕິບັດແຜນການຈັດຊື້ເຄື່ອງອຸປະໂພກຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຮັບປະກັນເຄື່ອງຮັບໃຊ້ວິຊາສະເພາະຂອງກໍາລັງປ້ອງກັນຄວາມສະຫງົບ ຄື: ລົດຈັກເປີດທາງ 10 ຄັນ, ອຸປະກອນ-ເຕັກນິກ ຈໍານວນ 17 ລາຍການ, ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດ ມີພາຫະນະ ຈໍານວນ 12 ຄັນ, ອຸປະກອນເຕັກນິກ 31 ລາຍການ; ສັງລວມພາຫະນະຮັບໃຊ້ວຽກງານປ້ອງກັນຄວາມສະຫງົບ ທັງໝົດ 4.325 ຄັນ, ໃນນັ້ນລົດບໍລິຫານ 1.784 ຄັນ, ລົດວິຊາສະເພາະ 2.541 ຄັນ, ຈັດຊື້ເຄື່ອງອາວຸດຍຸດໂທປະກອນດ້ວຍງົບປະມານປົກກະຕິ ຈໍານວນ 10 ລາຍການ.

ບັນດາຄະນະນໍາຈາກກົມກອງອ້ອມຂ້າງ ແລະ ບັນດາ ປກສ ແຂວງ ທົ່ວປະເທດ ເຂົ້າຮ່ວມ

ນອກນີ້, ຍັງໄດ້ເອົາໃຈໃສ່ຮັກສາສຸຂະພາບໃຫ້ການນໍາກະຊວງ, ນາຍ ແລະ ພົນຕໍາຫຼວດ ໂດຍຖືເອົາການກັນພະຍາດ ແລະ ສົ່ງເສີມກັນພະຍາດເປັນຕົ້ນຕໍ, ປັບປຸງພາລະບົດບາດ-ບູລະນະກົງຈັກການຈັດຕັ້ງພະລາທິການບາງກົມກອງ ເພື່ອໃຫ້ສົມຄູ່ກັບໜ້າທີ່ການເມືອງ, ຄົ້ນຄວ້າຄັດເລືອກເອົາພະນັກງານ ໄປຍົກລະດັບວິຊາສະເພາະຢູ່ພາຍໃນ ແລະ ຕ່າງປະເທດ ຈໍານວນ 134 ສະຫາຍ, ຄົ້ນຄວ້າ-ສຶກສາຂໍ້ມູນຕ່າງໆ ເພື່ອຮ່ວມທຸລະກິດຕິດພັນກັບວຽກງານວິຊາສະເພາະ ໃນປີ 2018 ເປັນຕົ້ນແມ່ນ ໄດ້ເຊັນສັນຍາ 6 ໂຄງການ, ໃນນັ້ນ ຮ່ວມມືກັບຕ່າງ ປະເທດ 3 ໂຄງການ ແລະ ໄດ້ຈັດຕັ້ງວາງສີລາຈາລຶກລົງມືກໍ່ສ້າງມີ 2 ໂຄງການ ເຊິ່ງບັນດາໜ່ວຍການຜະລິດສ້າງ ລາຍຮັບໄດ້ 46 ຕື້ກວ່າກີບ, ມອບໃຫ້ກະຊວງ 2 ຕື້ກວ່າກີບ, ກອງຜະລິດໄດ້ບຸກເບີກເນື້ອທີ່ທໍາການຜະລິດ 100 ເຮັກຕາ ສ້າງລາຍຮັບໄດ້ 456 ລ້ານກີບ.

ກົມໃຫຍ່ພະລາທິການ ສະຫຼຸບວຽກງານ ປະຈຳປີ 2018

ທິດທາງແຜນການໃນຕໍ່ໜ້າ, ຈະສືບຕໍ່ຍົກສູງຄຸນນະພາບຂອງວຽກງານພະລາທິການ ໃຫ້ມີຄວາມເຂັ້ມແຂງຮອບດ້ານ, ພັດທະນາໃຫ້ສາມາດຕອບສະໜອງພາຫະນະ, ວັດຖຸອຸປະກອນເຕັກນິກ ທີ່ຈໍາເປັນໃຫ້ບັນດາເຫຼົ່າວິຊາສະເພາະໃຫ້ພຽງພໍ, ຄົບຊຸດ ແລະ ທັນສະໄໝ, ສືບຕໍ່ປັບປຸງກົນໄກ, ຮູບການ ແລະ ລະບຽບການ, ວິທີເຮັດ
ວຽກຢ່າງມີວິທະຍາສາດ ແລະ ມີຄວາມເປັນເອກະພາບກັນໃນທົ່ວກໍາລັງປ້ອງກັນຄວາມສະຫງົບ, ຮັບປະກັນພະລາທິການ ໃຫ້ສອດຄ່ອງກັບສະພາບເສດຖະກິດຂອງປະເທດໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນສູງ.