ຕາງໜ້າມອບໂດຍ ຮອ ວິໄລທອງ ຫຼວງອາໄພ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງໂພນໂຮງ

ໃນອາທິດທີ່ຜ່ານມາ, ພະແນກຕຳຫຼວດ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ນຳເອົາກ້ອງຖ່າຍຮູບ 1 ເຄື່ອງ, ໂມງໃສ່ແຂນ 2 ໜ່ວຍ, ບັດເອທີເອັມທະນາຄານ, ກະເປົາ, ຖົງພາຍ ແລະ ເງິນຈຳນວນໜຶ່ງ ທີ່ເກັບກູ້ຄືນໄດ້ຈາກຄົນຮ້າຍລັກໄປ ໃນວັນທີ 19 ພະຈິກ 2018 ມອບຄືນໃຫ້ເຈົ້າເດີມ; ຕາງໜ້າມອບໂດຍ ຮອ ວິໄລທອງ ຫຼວງອາໄພ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງໂພນໂຮງ.

ຮອ ວິໄລທອງ ຫຼວງອາໄພ ກ່າວວ່າ:

ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ ໃນວັນທີ 20 ພະຈິກ 2018 ຖືກຄົນບໍ່ດີຈຳນວນໜຶ່ງ ເຄື່ອນໄຫວລັກຊັບຢູ່ທີ່ເຮືອນ ເຊິ່ງມີເຄື່ອງເສຍຈໍານວນໜຶ່ງ.

ຈາກນັ້ນ, ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງໂພນໂຮງ ກໍລົງກວດກາສະຖານທີ່ ພ້ອມທັງຂຶ້ນເປົ້າໝາຍ ແລະ ຕິດຕາມເປົ້າໝາຍ.

ຜ່ານການຕິດຕາມ, ໃນວັນທີ 22 ພະຈິກ 2018 ສາມາດຈັບຕົວຜູ້ກໍ່ເຫດ ຊື່ ທ້າວ ພັດທະນາ ອາຍຸ 23 ປີ ຢູ່ບ້ານນາໂພໃຕ້ ເມືອງໂພນໂຮງ ແຂວງວຽງຈັນ ພ້ອມທັງເກັບກູ້ເຄື່ອງຂອງກາງທີ່ຜູ້ກ່ຽວລັກໄປ ໄດ້ຈໍານວນໜຶ່ງ.