ສາທາລະນະສຸກ ສະເໜີງົບ 2.851 ຕື້ ນຳໃຊ້ເຂົ້າໃນວຽກງານ ປີ 2019

0
1114

ກະຊວງສາທາລະນະສຸກ ໄດ້ມີແຜນສະເໜີຄວາມຕ້ອງການເບື້ອງຕົ້ນດ້ວຍງົບປະມານ ທັງໝົດ 2.851 ຕື້ກີບ ເພື່ອນຳເຂົ້າໃນຂະແໜງສາທາລະນະສຸກ ( ສູນກາງ ແລະ ທ້ອງຖິ່ນ ) ປະຈຳປີ 2019 ພ້ອມທັງວາງມາດຕະການຈັດຕັ້ງປະຕິບັດໃນການເພີ່ມທະວີວຽກງານກວດກາການເງິນໃຫ້ເຂັ້ມງວດ. ໃນນີ້, ກວດກາງົບປະມານໄດ້ຖືກນຳໃຊ້ເຂົ້າໃນວຽກບູລິມະສິດຢ່າງຖືກຕ້ອງ, ໂປ່ງໃສຕາມລະບຽບການເງິນ .

ໃນກອງປະຊຸມສະຫຼຸບວຽກງານການເງິນ ແລະ ປະກັນສຸຂະພາບ ປະຈຳປີ 2018 ແລະ ທິດທາງແຜນການ ປະຈຳປີ 2019 ຂອງຂະແໜງສາທາລະນະສຸກ ທີ່ຈັດຂຶ້ນວັນທີ 31 ມັງກອນ-1 ກຸມພາ 2019 ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ; ເປັນປະທານໂດຍ ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ມີພາກສ່ວນທີ່ກ່ຽວຂ້ອງ, ພ້ອມດ້ວຍພະນັກງານຫຼັກແຫຼ່ງທີ່ຮັບຜິດຊອບວຽກງານການເງິນ-ວຽກປະກັນສຸຂະພາບຈາກໂຮງໝໍ, ນັບທັງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ທ່ານ ຮສ ດຣ ບຸນກອງ ສີຫາວົງ

ທ່ານ ດຣ ສົມພອນ ຜາງມະນີໄຊ ຫົວໜ້າກົມການເງິນ ກະຊວງສາທາລະນະສຸກ ໄດ້ລາຍງານຄວາມຄືບໜ້າດ້ານແຜນງານການເງິນ ແລະ ຈັດຕັ້ງປະຕິບັດງົບປະມານປີ 2018 ແຜນການປີ 2019 ຂອງຂະແໜງສາທາລະນະສຸກ ວ່າ:

ພະນັກງານຫຼັກແຫຼ່ງທີ່ຮັບຜິດຊອບວຽກການເງິນ-ວຽກປະກັນສຸຂະພາບຈາກໂຮງໝໍ, ນັບທັງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ

ປີນີ້, ກະຊວງສາທາລະນະສຸກ ໄດ້ມີແຜນສະເໜີງົບປະມານ ທັງໝົດ 2.851,16 ຕື້ກີບ ໃນນີ້ມີ: ງົບປະມານຂອງລັດ 2.061,16 ຕື້ກີບ, ງົບປະມານ ຈາກການຊ່ວຍເຫຼືອ 790.000 ຕື້ກີບ, ເບ້ຍປະກັນສຸຂະພາບຂອງ ປະຊາຊົນທັງໝົດ 260 ຕື້ກີບ ( ເປັນງົບປະມານສະເພາະໃນຮູບແບບກອງທຶນ ທີ່ບໍ່ລວມຢູ່ໃນຕົວເລກຈັດສັນໃຫ້ຂະແໜງການ ) ເພື່ອນຳໃຊ້ເຂົ້າໃນຂະແໜງສາທາລະນະສຸກ ເປັນຕົ້ນແມ່ນ: ລາຍຈ່າຍບໍລິຫານປົກກະຕິ, ຊື້ຊັບຄົງທີ່ຮັບໃຊ້ບໍລິຫານ ໂດຍມີການຈັດສັນໃນສັດສ່ວນສູນກາງ 38% ແລະ ທ້ອງຖິ່ນ 62%.

ສາທາລະນະສຸກ ສະເໜີງົບ 2.851 ຕື້ ນຳໃຊ້ເຂົ້າໃນວຽກງານ ປີ 2019

ພ້ອມນີ້, ທ່ານຫົວໜ້າກົມການເງິນ ຍັງໄດ້ຍົກໃຫ້ເຫັນໂຕເລກການຈັດສັນງົບປະມານ ປີ 2018 ມີງົບທັງໝົດ 2.507,04 ຕື້ກີບ ເທົ່າກັບ 7,64% ຂອງລາຍຈ່າຍແຫ່ງລັດ, ເພີ່ມຂຶ້ນຈາກປີ 2017 ເທົ່າກັບ 18% ໃນນັ້ນ: ບໍລິຫານປົກກະຕິ 1.660,28 ຕື້ກີບ ເທົ່າກັບ 68,4% ເພີ່ມຂຶ້ນ 9%, ລາຍຈ່າຍລົງທຶນ 846,76 ຕື້ກີບ ເທົ່າກັບ 31,6% ເພີ່ມຂຶ້ນ 38% ໃນນີ້ມີ: ທຶນຈາກພາຍໃນ 53,78 ຕື້ກີບ ຫຼຸດຈາກປີຜ່ານມາ 14% ເຊິ່ງງົບທັງໝົດໄດ້ຖືກຈັດສັນໃນສັດສ່ວນສູນກາງ 35% ແລະ ທ້ອງຖິ່ນ 65%.

ໃນກອງປະຊຸມ, ບັນດາທ່ານທີ່ເຂົ້າຮ່ວມ ຍັງໄດ້ຮັບຟັງ ແລະ ປະກອບຄຳຄິດເຫັນໃສ່ຜົນສະຫຼຸບ ການຈັດຕັ້ງປະຕິບັດລະບົບປະກັນສຸຂະພາບແຫ່ງຊາດ ປະຈຳປີ 2018 ແຜນການປີ 2019 ແລະ ການກະກຽມແຜນປີ 2020, ທົບທວນ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດປີ 2018 ແລະ ແນະ
ນຳທິດທາງໃນການຈັດຕັ້ງປະຕິບັດເພື່ອບັນລຸຕົວຊີ້ວັດປີ 2019 ແລະ ກະກຽມວາງແຜນພັດທະນາປີ 2020, ຜົນຂອງການສຶກສາບັນຊີ ສາທາລະນະສຸກ ແຫ່ງຊາດ ປີ 2017.