ໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານບໍ່ເຕ່ນໃໝ່ ເສຍຫາຍ 200 ລ້ານ

0
947

ພະແນກຕຳຫຼວດ ປກສ ເຂດ ບໍ່ເຕ່ນແດນງາມ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ເປີດເຜີຍເຫດການອັກຄີໄພໄຟໄໝ້ເຮືອນປະຊາຊົນຢູ່ບ້ານບໍ່ເຕ່ນໃໝ່ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໃນເວລາປະມານ 8:00 ໂມງ ຕອນເຊົ້າຂອງວັນທີ 29 ມັງກອນ 2019 ສາເຫດຍ້ອນ ໄຟຟ້າລັດວົງຈອນລວມມູນຄ່າເສຍຫາຍທັງໝົດ 200 ກວ່າລ້ານກີບ.

ພັຕ ບຸນໂຮມ ສຸລິຍົງ ຮອງພະແນກຕຳຫຼວດ ປກສ ເຂດບໍ່ເຕ່ນແດນງາມ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມຄວາມສະຫງົບ ໃນວັນທີ 30 ມັງກອນ ນີ້ວ່າ:

ໄຟຟ້າລັດວົງຈອນລວມເສຍຫາຍຫຼາຍ ຮອດ 200 ລ້ານ

ພາຍຫຼັງໄດ້ຮັບແຈ້ງເຫດການໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານບໍ່ເຕ່ນໃໝ່ ເມືອງຫຼວງນໍ້າທາ. ຈາກນັ້ນ, ເຈົ້າໜ້າທີ່ໄດ້ຈັດກໍາລັງວິຊາສະເພາະ ພ້ອມລົດມອດໄຟສອງຄັນເຂົ້າໄປສະກັດກັ້ນມອດໄຟຈາກສະຖານທີ່ເກີດເຫດ; ຜ່ານການດັບມອດໄຟໄໝ້ໃຊ້ເວລາ 30 ນາທີ ຈຶ່ງສາມາດຄວບຄຸມແປວໄຟໄວ້ໄດ້; ຮູ້ຊື່ເຈົ້າຂອງເຮືອນຫຼັງດັ່ງກ່າວເປັນເຮືອນຂອງ ທ້າວ ຕຸ້ຍທອນ ອາຍຸ 40 ປີ ເປັນເຮືອນວິນລາຊັ້ນດຽວ ຂະໜາດ 5X7 ແມັດ, ເສົາໄມ້ ຝາແອ້ມດ້ວຍໄມ້ແປ້ນ, ຫຼັງຄາມຸງສັງກະສີ ພ້ອມເຮືອນຄົວນ້ອຍ 1 ຫຼັງ.

ພັຕ ບຸນໂຮມ ສຸລິຍົງ ໃຫ້ຮູ້ຕື່ມອີກວ່າ:

ສ່ວນສາເຫດທີພາໃຫ້ເກີດອັກຄີໄພໃນຄັ້ງນີ້ ແມ່ນເກີດຈາກໄຟຟ້າລັດວົງຈອນ ຜົນເສຍຫາຍເຮືອນໄໝ້ໝົດຫຼັງ, ມີເຄື່ອງໃຊ້ພາຍໃນເຮືອນຕູ້ເຢັນ, ພັດລົມ, ໂທລະທັດ, ເຄື່ອງປູບ່ອນນອນ, ເຄື່ອງນຸ່ງຮົ່ມຕ່າງໆ, ເງິນ 5 ລ້ານກີບ, ເງິນຢວນ 10 ພັນຢວນ, ລົດຈັກ 1 ຄັນ ລວມມູນຄ່າເສຍຫາຍທັງໝົດ 200 ລ້ານກ່ວາກີບ.

ເງິນ 5 ລ້ານກີບ, ເງິນຢວນ 10 ພັນຢວນ