ກອງປະຊຸມເປີດກວ້າງຄະນະບໍລິຫານງານພັກຄັ້ງທີ 9 ສະໄໝ ທີ V ໂດຍການເປັນປະທານຂອງ ສະຫາຍ ພົຈວ ຄຳໄຕ ຄຳແພງເພັດ ຄະນະປະຈຳພັກກະຊວງ ເລຂາຄະນະພັກຫົວໜ້າກົມໃຫຍ່ພະລາທິການ ປກສ

ເມື່ອບໍ່ດົນມານີ້, ກົມໃຫຍ່ພະລາທິການກະຊວງ ປກສ ໄດ້ຈັດກອງປະຊຸມເປີດກວ້າງຄະນະບໍລິຫານງານພັກ ຄັ້ງທີ 9 ສະໄໝທີ V ໂດຍການເປັນປະທານຂອງ ສະຫາຍ ພົຈວ ຄຳໄຕ ຄຳແພງເພັດ ຄະນະປະຈຳພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ພະລາທິການ ປກສ, ມີບັນດາສະຫາຍຄະນະບໍລິຫານງານພັກກົມໃຫຍ່, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ແລະ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.

ສະຫາຍ ພັອ ໜູດີ ມີໄຊຍະລາດ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ ກ່າວວ່າ:

ໄລຍະຜ່ານມາ, ຄະນະພັກກົມໃຫຍ່ ໄດ້ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບເປັນປົກກະຕິ, ນຳພາເຄື່ອນໄຫວເຮັດວຽກງານຮັບປະກັນພະລາທິການຮອບດ້ານ ແລະ ການເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ, ການຜະລິດ-ທຸລະກິດຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ໃນນັ້ນ, ສາມາດຕີລາຄາກົມກອງເຂັ້ມແຂງ -ໜ່ວຍພັກຮູ້ນຳພາຮອບດ້ານ ປະຈຳປີ 2018 ສະເໜີໃຫ້ຂັ້ນເທິງຮອງຮັບ ຈໍານວນ 10 ໜ່ວຍ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 1 ໜ່ວຍ, ປະເພດແຂງ 6 ໜ່ວຍ ເທົ່າເດີມ ແລະ ປະເພດກາງ 2 ໜ່ວຍ ທຽບໃສປີຜ່ານມາ ເພີ່ມຂຶ້ນ 1 ໜ່ວຍ, ມີສະມາຊິກພັກເຂັ້ມແຂງ 383 ສະຫາຍ ຍິງ 167 ສະຫາຍ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 37 ສະຫາຍ; ພ້ອມນັ້ນ, ຍັງເອົາໃຈໃສ່ນໍາພາຈັດຕັ້ງປະຕິບັດ ຮັບປະກັນການສະໜອງພະລາທິການຮອບດ້ານໃຫ້ແກ່ກຳລັງ ປກສ ໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນການສະໜອງເຄື່ອງອຸປະໂພກ-ບໍລິໂພກ, ອຸປະກອນເຕັກນິກ ແລະ ອາວຸດຍຸດໂທປະກອນ ໄດ້ຕາມລະບອບອັດຕາທີ່ລັດຖະບານອະນຸມັດ ຄື: ສາມາດເກັບກຳຂໍ້ມູນລົດຂອງກຳລັງ ປກສ ໄດ້ 4.325 ຄັນ, ຈັດຊື້ພາຫະນະຈຳນວນ 2 ຄັນ, ອຸປະກອນເຕັກນິກ 9 ລາຍການ, ບໍລິການຂົນເຄື່ອງອຸປະໂພກ-ບໍລິໂພກ ແລະ ສິນຄ້າຕ່າງໆ 42 ລາຍການ, ສາມາດສ້າງລາຍຮັບໄດ້ 16 ລ້ານກວ່າກີບ, ມອບພັນທະໃຫ້ກະຊວງ 9 ລ້ານກວ່າກີບ, ຈັດຊື້ນ້ຳມັນເຊື້ອໄຟ ແລະ ນ້ຳມັນຫໍ່ຼລື້ນມູນຄ່າ 23 ຕື້ກວ່າກີບ, ຈັດຊື້ອາວຸດກະສຸນ 2 ລາຍການ, ຂຶ້ນບັນຊີກົງເຕີໄຟຟ້າໄດ້ 1.000 ກວ່າໜ່ວຍ, ນ້ຳປະປາ 393 ໜ່ວຍ ແລະ ໄດ້ຮັບອະນຸມັດງົບປະມານກໍ່ສ້າງ-ສ້ອມແປງ 64 ຕື້ກີບ ຈັດຕັ້ງປະຕິບັດໃນ 53 ໂຄງການ.

ມີບັນດາສະຫາຍຄະນະບໍລິຫານງານພັກກົມໃຫຍ່, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ແລະ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ

ຜ່ານການດຳເນີນທຸລະກິດບໍລິຫານວິຊາການ ສາມາດສ້າງລາຍຮັບໄດ້ 46 ຕື້ກວ່າກີບ, ມອບພັນທະໃຫ້ລັດ 4 ຕື້ກວ່າກີບ, ມອບໃຫ້ກະຊວງ 4 ຕື້ກວ່າກີບ; ຈາກນັ້ນ, ກອງປະຊຸມໄດ້ຜັດປ່ຽນກັນປະກອບຄຳເຫັນໃສ່ຮ່າງບົດສະຫຼຸບຢ່າງມີເນື້ອໃນເລິກເຊິ່ງ ແລະ ມີວິທະຍາສາດ ເພື່ອເປັນການຖອດຖອນບົດຮຽນ ແລະ ນໍາເອົາໜູນໃຊ້ເຂົ້າໃນວຽກງານວິຊາສະເພາະໃນຕໍ່ໜ້າໃຫ້ນັບມື້ເຂັ້ມແຂງ-ໜັກແໜ້ນຂຶ້ນເລື້ອຍໆ.