2 ກົມກອງ ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ

0
993

ຄະນະບັນນາທິການຂ່າວສານ ແລະ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມເຊື່ອມຊຶມ 2 ເອກະສານຂອງຄະນະບໍລິຫານງານສູນກາງພັກ ໃນວັນທີ 30 ມັງກອນນີ້, ເຜີຍແຜ່ໂດຍສະຫາຍ ພັອ ສີພັນດອນ ຫວ່າງບົວຊົງ ຄະນະປະຈໍາພັກກົມໃຫຍ່ການເມືອງ ຫົວໜ້າຄະນະບັນນາທິການຂ່າວສານ ປກສ ແລະ ສະຫາຍ ພັອ ບຸນຖະໜອມ ສັນກະເສີມສຸກ ຄະນະພັກກົມໃຫຍ່ການເມືອງ ຫົວໜ້າ ກົມໂຄສະນາອົບຮົມ ປກສ ມີພະນັກງານ-ນັກຮົບທັງສອງກົມກອງ ເຂົ້າຮ່ວມ.

ພັອ ບຸນຖະໜອມ ສັນກະເສີມສຸກ

ເອກະສານທີ່ນໍາມາເຊື່ອມຊຶມໃນຄັ້ງນີ້, ປະກອບມີ:

ເອກະສານມະຕິວ່າດ້ວຍການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນໝາຍເຖິງບັນດາການຈັດຕັ້ງພັກ, ອໍານາດການປົກຄອງ, ແນວລາວສ້າງຊາດ ແລະ ບັນດາການຈັດຕັ້ງການເມືອງ-ສັງຄົມຂອງມະຫາຊົນທີ່ປະກອບເປັນລະບົບການເມືອງຢູ່ຂັ້ນບ້ານ ໂດຍມີຮາກຖານພັກເປັນແກນນໍາ ເຊິ່ງນັບແຕ່ປະເທດໄດ້ຮັບການປົດປ່ອຍຈົນມາຮອດປັດຈຸບັນ ເຫັນໄດ້ຄວາມສໍາຄັນຂອງຮາກຖານການເມືອງ.

2 ກົມກອງ ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ

ດ້ວຍການຍູ້ແຮງຂະບວນການສ້າງກົມກອງແຂງ-ໜ່ວຍພັກຮູ້ນໍາພາຮອບດ້ານ ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ ເພື່ອສ້າງບ້ານປ້ອມໝັ້ນ ແລະ ກຸ່ມບ້ານສູ້ຮົບຕິດລຽນ; ພັກເຮົາໄດ້ອອກມະຕິ, ຄໍາສັ່ງຫຼາຍສະບັບກ່ຽວກັບການກໍ່ສ້າງ-ປັບປຸງຮາກຖານການເມືອງ ແລະ ບັນດາມະຕິ, ຄໍາສັ່ງເຫຼົ່ານັ້ນໄດ້ກາຍເປັນແຜນ ນະໂຍບາຍພື້ນຖານຂອງພັກ ທັງເປັນບ່ອນອີງໃຫ້ແກ່ການກໍານົດມາດຕະການຕົວຈິງ ກ່ຽວກັບການກໍ່ສ້າງ-ປັບປຸງຮາກຖານຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະ ການລຶບລ້າງຄວາມທຸກຍາກຂອງປະຊາຊົນ.

ສ່ວນເອກະສານທີ່ສອງແມ່ນ ມະຕິວ່າດ້ວຍການເພີ່ມທະວີການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ ເພື່ອສຸມໃສ່ແກ້ໄຂຄວາມ ຫຍຸ້ງຍາກທີ່ຈະເກີດຂຶ້ນທາງດ້ານເສດຖະກິດ-ການເງິນ ເປັນຕົ້ນແມ່ນ ທາງດ້ານການເງິນ-ງົບປະມານ, ບັນຫາໜີ້ສິນສາທາລະນະ ແລະ ຄວາມອ່ອນແອຂອງວຽກງານແຜນການ ;

ພະນັກງານ-ນັກຮົບທັງສອງກົມກອງ ເຂົ້າຮ່ວມ

ເວົ້າລວມ;ເວົ້າສະເພາະການເງິນ ກໍຄືເສດຖະກິດມະຫາພາກ ແລະ ການປັບປຸງຄວາມເຂັ້ມແຂງ ໃນການຄຸ້ມຄອງມະຫາພາກທາງດ້ານເສດຖະກິດ ເພື່ອເຮັດໃຫ້ເສດຖະກິດແຫ່ງຊາດມີການຂະຫຍາຍຕົວແບບຍືນຍົງ, ສາມາດຂຸດຄົ້ນ ແລະ ເສີມຂະຫຍາຍບັນດາທ່າແຮງບົ່ມຊ້ອນຂອງຊາດ ແລະ ເປັນເຈົ້າການປະຕິບັດການເຊື່ອມໂຍງເສດຖະກິດກັບພາກພື້ນ-ສາກົນ ໂດຍຫັນປະເທດໃຫ້ກາຍເປັນປະເທດ ເຊື່ອມຈອດ ແລະ ເປັນຈຸດໜຶ່ງດຶງດູດໃນການລົງທຶນ ເພື່ອພັດທະນາ ແລະ ຫຼຸດຜ່ອນບັນຫາຄວາມຫຍຸ້ງຍາກດັ່ງກ່າວໃຫ້ນັບມື້ດີຂຶ້ນກວ່າເກົ່າ.

ທັງນີ້, ກໍເພື່ອເຮັດໃຫ້ບັນດາສະມາຊິກພັກ, ພະນັກງານ-ນັກຮົບ ທັງສອງກົມກອງໃຫ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມ ພ້ອມທັງກໍາແໜ້ນໄດ້ເນື້ອໃນຈິດໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງ ເພື່ອເປັນເຈົ້າການໃນການກໍ່ສ້າງ-ປັບປຸງຕົນເອງ ໃຫ້ກາຍເປັນບຸກຄົນທີ່ມີສິນທໍາປະຕິວັດ, ມີຄຸນທາດການເມືອງທີ່ໜັກແໜ້ນເຂັ້ມແຂງໃນທຸກຂົງເຂດວຽກງານ.