ປີ 2018 ທົ່ວປະເທດ ມີຄະດີເກີດຂື້ນ 6.000 ກວ່າເລື່ອງ

0
1395

1 ປີຜ່ານມາ, ທົ່ວປະເທດ ມີຄະດີເກີດຂຶ້ນທັງໝົດ 6.365 ເລື່ອງ; ມ້າງໄດ້ 5.141 ເລື່ອງ, ມີຜູ້ຖືກຫາ 7.591 ຄົນ, ຄົນຕ່າງປະເທດ 131 ຄົນ; ພົ້ນເດັ່ນ ແລະ ເກີດຂຶ້ນຫຼາຍກວ່າໝູ່ແມ່ນ ຄະດີຄ້າ-ຂາຍ ແລະ  ເສບຢາເສບ
ຕິດ ມີ 3.300 ເລື່ອງ, ລັກຊັບພົນລະເມືອງ 1.785 ເລື່ອງ ( ລົດຈັກເສຍ 1.245 ຄັນ, ລົດໃຫຍ່ 9 ຄັນ ), ຊີງຊັບພົນລະເມືອງ 145 ເລື່ອງ, ປຸ້ນຊັບພົນລະເມືອງ 55 ເລື່ອງ, ຄາດຕະກໍາ 45 ເລື່ອງ, ທໍາຮ້າຍຮ່າງກາຍ 130 ເລື່ອງ, ນັກເລງອັນຕະພານ 60 ເລື່ອງ.

ຄະນະປະທານ

ກອງປະຊຸມສະຫຼຸບວຽກງານຕໍາຫຼວດ ທົ່ວປະເທດ ປະຈໍາປີ 2018 ແລະ ວາງທິດທາງວຽກງານຈຸດສຸມປີ 2019 ໃນລະຫວ່າງ ວັນທີ 31 ມັງກອນ-1 ກຸມພາ 2019, ໂດຍການເປັນປະທານຂອງ ພົຈວ ປອ ທອງເຫຼັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕໍາຫຼວດ, ມີຄະນະພັກ-ຄະນະບັນຊາກົມກອງ, ກອງບັນຊາການ ປກສ ແຂວງ, ນະຄອນຫຼວງ ແລະ ແຂກຮັບເຊີນເຂົ້າຮ່ວມ;

ພົຈວ ປອ ທອງເຫຼັກ ມັງໜໍ່ເມກ

ພັອ ປອ ພູທອນ ວໍລະເພັດ ຫົວໜ້າຫ້ອງການກົມໃຫຍ່ຕໍາຫຼວດ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຕໍາຫຼວດ ໃນຂອບເຂດທົ່ວປະເທດປະຈໍາປີ 2018 ໃຫ້ຮູ້ວ່າ:

ບັນຫາສະພາບອາຊະຍາກໍາໃນ 1 ປີຜ່ານມາ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ມີທັງບັນຫາທີ່ເກີດຂຶ້ນທີ່ພົ້ນເດັ່ນ ແລະ ເກີດຂຶ້ນເປັນປົກກະຕິ ມີທ່າອ່ຽງຂະຫຍາຍຕົວ ທັງເພີ່ມລະດັບຄວາມຮຸນແຮງ ແລະ ຜົນເສຍຫາຍຫຼາຍຂຶ້ນ ເຊັ່ນ: ບັນຫາຄ້າ-ຂາຍຢາເສບຕິດ, ຄາດຕະກໍາ, ລັກພາຕົວ, ຈັບຕົວຮຽກຄ່າໄຖ່, ປຸ້ນຈີ້ຊີງຊັບ, ລັກຊັບ, ສໍ້ໂກງຊັບ, ນໍາໃຊ້ບັດເອທີເອັມປອມ, ຝາກເງິນນອກລະບົບ, ປອມແປງໃບຕາດິນ, ປອມແປງກາປະທັບ ແລະ ບັນຫາອື່ນໆ ສະແດງອອກ.

ພັອ ປອ ພູທອນ ວໍລະເພັດ

ໃນ 1 ປີຜ່ານມາ ທົ່ວປະເທດມີຄະດີເກີດຂຶ້ນທັງໝົດ 6.365 ເລື່ອງ; ໃນນີ້ ມ້າງໄດ້ 5.141 ເລື່ອງ, ມີຜູ້ຖືກຫາ 7.591 ຄົນ ຍິງ 886 ຄົນ, ຄົນຕ່າງປະເທດ 131 ຄົນ ຍິງ 6 ຄົນ; ໃນນີ້ບັນຫາທີ່ພົ້ນເດັ່ນ ແລະ ເກີດຂຶ້ນຫຼາຍກວ່າໝູ່ແມ່ນ ບັນຫາຄ້າ-ຂາຍ, ເສບຢາເສບຕິດ ມີ 3.300 ເລື່ອງ, ລັກຊັບພົນລະເມືອງ 1.785 ເລື່ອງ ( ລົດຈັກເສຍ 1.245 ຄັນ, ລົດໃຫຍ່ 9 ຄັນ ), ຊີງຊັບພົນລະເມືອງ 145 ເລື່ອງ, ປຸ້ນຊັບພົນລະເມືອງ 55 ເລື່ອງ, ຄາດຕະກໍາ 45 ເລື່ອງ, ທໍາຮ້າຍຮ່າງກາຍ 130 ເລື່ອງ, ນັກເລງອັນຕະພານ 60 ເລື່ອງ.

ຄະນະພັກ-ຄະນະບັນຊາກົມກອງ, ກອງບັນຊາການ ປກສ ແຂວງ, ນະຄອນຫຼວງ ແລະ ແຂກຮັບເຊີນເຂົ້າຮ່ວມ

ສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍຕາມທ້ອງຖະໜົນຫຼວງ ເປັນຕົ້ນແມ່ນ ກຸ່ມແກ້ງຂີ່ລົດກວນເມືອງ, ການນໍາໃຊ້ລົດດັດແປງສະພາບ, ຢູ່ບາງເຂດໃນນະຄອນຫຼວງວຽງຈັນ ຍັງເກີດຂຶ້ນຢູ່ເປັນບາງໄລຍະຢູ່ບາງເສັ້ນທາງ ຫຼັກຈໍານວນໜຶ່ງ ໃນເວລາກາງຄືນສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.

ນອກນັ້ນ ໃນ 1 ປີຜ່ານມາ ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ ທັງໝົດ 5.948 ເລື່ອງ, ທຽບໃສ່ປີ 2017 ເພີ່ມຂຶ້ນ 116 ເລື່ອງ, ມີພາຫະນະເປ່ເພ 10.580 ຄັນ, ຄົນໄດ້ຮັບບາດເຈັບ 9.372 ຄົນ, ຄົນເສຍຊີວິດ 995 ຄົນ ທຽບໃສ່ປີ 2017 ຫຼຸດລົງ 58 ຄົນ, ສະເພາະນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 1.167 ເລື່ອງ, ທຽບໃສ່ປີ 2017 ຫຼຸດລົງ 404 ເລື່ອງ, ມີພາຫະນະເປ່ເພ 2.281 ຄັນ, ຄົນໄດ້ຮັບບາດເຈັບ 1.054 ຄົນ, ເສຍຊີວິດ 240 ຄົນ ທຽບໃສ່ປີ 2017 ຫຼຸດລົງ 11 ຄົນ.