ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ໃຫ້ທິດຊີ້ນໍາອົງການໄອຍະການປະຊາຊົນທຸກຂັ້ນ ຕ້ອງເພີ່ມທະວີການຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ ແລະ ການສັ່ງຟ້ອງຜູ້ກະທໍາຜິດຂຶ້ນສານ ໃຫ້ຮັບປະກັນຄວາມຖືກຕ້ອງ ແລະ ຍຸຕິທໍາ, ມີຂໍ້ມູນຫຼັກຖານຮັດກຸມ, ຖືກຕ້ອງຕາມຄວາມເປັນຈິງ ແລະ ຖືກຕ້ອງຕາມມາດຕາຂອງກົດໝາຍ.

ການໃຫ້ທິດຊີ້ນໍາດັ່ງກ່າວມີຂຶ້ນ ໃນໂອກາດທີ່ທ່ານປະທານສະພາແຫ່ງຊາດເຂົ້າຮ່ວມໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານໄອຍະການ ປະຊາຊົນທົ່ວປະເທດ ປະຈໍາປີ 2018 ໃນວັນທີ 4 ກຸມພາ 2019 ໂດຍການເປັນປະທານຂອງ ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຕາງໜ້າລັດຖະມົນຕີບັນດາກະຊວງ, ອົງການໄອຍະການປະຊາຊົນໃນຂອບເຂດທົ່ວປະເທດ ແລະ ແຂກຮັບເຊີນເຂົ້າຮ່ວມ.

ທ່ານປະທານສະພາແຫ່ງຊາດ ເຂົ້າຮ່ວມໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານໄອຍະການ

ເຊິ່ງທ່ານໄດ້ ກ່າວວ່າ: ອົງການໄອຍະການປະຊາຊົນທຸກຂັ້ນຕ້ອງເພີ່ມທະວີການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ການສັ່ງຟ້ອງ ຜູ້ກະທໍາຜິດຂຶ້ນສານໃຫ້ມີຄຸນນະພາບສູງຂຶ້ນ, ຜ່ານມາກໍເຮັດໄດ້ດີແລ້ວ ແຕ່ຢາກໃຫ້ປັບປຸງຍົກລະດັບຂຶ້ນຕື່ມອີກໝາຍວ່າທຸກເອກະສານສັ່ງຟ້ອງຂອງອົງການໄອຍະການປະຊາຊົນຕ້ອງຮັບປະກັນ ໃຫ້ມີຄວາມຖືກຕ້ອງ ແລະ ຍຸຕິທໍາ, ມີຂໍ້ມູນຫຼັກຖານຮັດກຸມ, ຖືກຕ້ອງຕາມຄວາມເປັນຈິງ ແລະ ຖືກຕ້ອງຕາມມາດຕາຂອງກົດໝາຍ ໂດຍສະເໜີໃຫ້ເຈົ້າໜ້າທີ່ໄອຍະການ ເຂົ້າຮ່ວມດໍາເນີນຄະດີຕັ້ງແຕ່ເລີ່ມຕົ້ນ ເລີ່ມແຕ່ການລົງເກັບກໍາຂໍ້ມູນ ຫຼື ສັນລະສູດສະຖານທີ່ເກີດເຫດ ເພື່ອແນໃສ່ໃຫ້ການດໍາເນີນຄະດີຖືກຕ້ອງມາແຕ່ເລີ່ມຕົ້ນ; ໂດຍສະເພາະແມ່ນຄະດີອາຍາເພາະມັນແຕະຕ້ອງເຖິງສິດເສລີພາບ ແລະ ຜົນປະໂຫຍດຂອງລະພົນເມືອງ.

ຕາງໜ້າລັດຖະມົນຕີບັນດາກະຊວງ, ອົງການໄອຍະການປະຊາຊົນໃນຂອບເຂດທົ່ວປະເທດ ແລະ ແຂກຮັບເຊີນເຂົ້າຮ່ວມ

ໃນໄລຍະ 1 ປີຜ່ານມາ ອົງການໄອຍະການປະຊາຊົນ ກໍໄດ້ເອົາໃຈໃສ່ຕິດຕາມກວດການ ການປະຕິບັດກົດໝາຍ ໂດຍການປະສານສົມທົບກັບບັນດາກະຊວງ, ອົງການຕ່າງໆຢ່າງຕໍ່ເນື່ອງເປັນຕົ້ນ ແມ່ນເຂົ້າຮ່ວມຄະນະສະເພາະກິດຂອງອົງການກວດກາລັດຖະບານ, ອົງການປົກຄອງທ້ອງຖິ່ນ ຜ່ານການກວດກາເຫັນວ່າປະຊາຊົນ ລາວບັນດາເຜົ່າມີສະຕິເຄົາລົບກົດໝາຍດີຂຶ້ນກວ່າເກົ່າ; ຄຽງຄູ່ກັນນີ້ ໃນການແກ້ໄຂຄະດີຂັ້ນຕົ້ນອົງ ການໄອຍະການປະຊາຊົນໄດ້ຮັບສໍານວນຄະດີອາຍາທີ່ຍັງຄ້າງ ແລະ ເຂົ້າໃໝ່ ທັງໝົດ 10.068 ເລື່ອງ ທຽບໃສ່ປີ 2017 ເພີ່ມຂຶ້ນ 528 ເລື່ອງ, ໄດ້ແກ້ໄຂແລ້ວ 9.671 ເລື່ອງ;

ໃນນີ້ ໄດ້ສົ່ງຄືນເຈົ້າໜ້າທີ່ ເພື່ອດໍາເນີນການສືບສວນ-ສອບສວນຄືນໃໝ່ 2.213 ເລື່ອງ, ໂຈະການດໍາເນີນຄະດີ 41 ເລື່ອງ, ຊັດ ມ້ຽນ 345 ເລື່ອງ, ຖະແຫຼງສົ່ງ ສານຂັ້ນຕົ້ນ 6.706 ເລື່ອງ, ຖະແຫຼງ ແລະ ສັ່ງຟ້ອງຄະດີໃນທີ່ປະຊຸມສານ 5.464 ເລື່ອງ, ສານຕັດສິນຕາມຄໍາຖະແຫຼງ 5.448 ເລື່ອງ, ສະເໜີຄັດຄ້ານຄໍາຕັດສິນຂອງສານ ຂັ້ນຕົ້ນ 4 ເລື່ອງ, ສົ່ງພາກສ່ວນອື່ນ ພິຈາລະນາແກ້ໄຂ 366 ​ເລື່ອງ.