ພົຕ ປອ ສົມຫວັງ ທຳມະສິດ

ໃນໂອກາດທີ່ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນ ຕີກະຊວງ ປກສ ໄດ້ໂອ້ລົມຕໍ່ພິທີປິດກອງປະຊຸມສະຫຼຸບປະຈຳປີ 2018 ແລະ ທິດທາງແຜນການປີ 2019 ຂອງກົມໃຫຍ່ການເມືອງ ປກສ ຄັ້ງວັນທີ 5 ກຸມພາ 2019 ພາຍຫຼັງທີ່ດຳເນີນເປັນເວລາ 2 ວັນ ເປັນປະທານໂດຍ ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍ່ການເມືອງ ປກສ; ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ພະນັກງານຫຼັກແຫຼ່ງທີ່ຮັບຜິດຊອບວຽກງານພັກ-ພະນັກງານບັນດາກົມກອງອ້ອມຂ້າງກະຊວງ, ປກສ ແຂວງ-ນະຄອນຫຼວງວຽງຈັນ, ຈົ່ງເອົາໃຈໃສ່ເຮັດວຽກງານການເມືອງ ແນວຄິດໃຫ້ດີທີ່ສຸດ ເພື່ອບຳລຸງສ້າງແນວຄິດ-ສ້າງສະຕິ-ສ້າງອຸດົມການ ແລະ ສ້າງຄວາມເຂັ້ມແຂງຢ່າງຮອບດ້ານ.

ທ່ານຮອງລັດຖະມົນຕີກ່າວເນັ້ນວ່າ:

“ວຽກງານການເມືອງ-ແນວຄິດ ແມ່ນກົກຂອງຄວາມເປັນມະນຸດ, ຄວາມເປັນຊາດ, ແມ່ນກົກຂອງການພັດທະນາ ແລະ ການປົກປັກຮັກສາຄວາມສະຫງົບ-ຄວາມເປັນລະບຽບຂອງກຳລັງ ປກສ ກໍຄື: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ອີກທັງແມ່ນສາຍເລືອດແມ່ນຫົວໃຈແມ່ນສິ່ງຈຳເປັນຂາດບໍ່ໄດ້ຂອງຊາດ, ການຈັດຕັ້ງ; ເຊິ່ງການເຮັດວຽກງານການເມືອງແນວຄິດບໍ່ພຽງແຕ່ກົມໃຫຍ່ການເມືອງຮັບຜິດຊອບຜູ້ດຽວແຕ່ຫາກຍັງແມ່ນພາລະໜ້າທີ່ຂອງໝົດທຸກສະຫາຍໃນກຳລັງ ປກສ ໂດຍສະເພາະແມ່ນພະນັກງານທີ່ ຮັບຜິດຊອບວຽກງານພັກ-ພະນັກງານທຸກສະຫາຍ ທີ່ຕ້ອງເອົາໃຈໃສ່ເຮັດວຽກງານການເມືອງ ແນວຄິດດ້ວຍຕົນເອງ ເພື່ອບຳລຸງສ້າງແນວຄິດຕົນເອງສ້າງສະຕິສ້າງອຸດົມການໃຫ້ແກ່ຕົນເອງດ້ວຍຕົນເອງ ”.

ພິທີປິດກອງປະຊຸມສະຫຼຸບປະຈຳປີ 2018 ແລະ ທິດທາງແຜນການປີ 2019 ຂອງກົມໃຫຍ່ການເມືອງ

ສຳລັບພະນັກງານນຳພາ-ບັນຊາວຽກງານການເມືອງ-ແນວຄິດ ແມ່ນມີຄວາມສຳຄັນຫຼາຍ ເຊິ່ງຖືວ່າແມ່ນຫຼັກໝັ້ນຊົນຊັ້ນແມ່ນຫຼັກໝັ້ນຈຳແນກມິດ-ສັດຕູແມ່ນຄວາມເດັດດ່ຽວເດັດຂາດແມ່ນຄວາມກ້າເຮັດ-ກ້າຮັບຜິດຊອບແມ່ນ ຄວາມເຊື່ອຖືຕໍ່ມະຫາຊົນ; ດ້ວຍເຫດນັ້ນຖ້າຫາກວ່າພະນັກງານນຳພາ-ບັນຊາບໍ່ກຳແໜ້ນວຽກງານການເມືອງແນວຄິດຕິດພັນກັບວຽກງານພະລາທິການແລ້ວຖືວ່າ ພະນັກງານຜູ້ນັ້ນຍັງບໍ່ເຂັ້ມແຂງພໍ ຫາກກຳໄດ້ສອງວຽກດັ່ງກ່າວແລ້ວ ກໍຈະເປັນພະນັກງານທີ່ເຂັ້ມແຂງຮອບດ້ານສາມາດຢູ່ບ່ອນໃດກໍຢູ່ໄປບ່ອນໃດກໍໄດ້ຄວາມມີໄຊຊະນະຍັງແມ່ນເປັນຂອງຕົນສະເໝີ.

ສະເພາະການປະຕິບັດວຽກງານການເມືອງ-ແນວຄິດ, ກົມໃຫຍ່ການເມືອງ ປກສ ໄດ້ວາງແຜນການໃຫ້ປະຕິບັດຕາມໂຄງການໂຄສະນາສຶກສາອົບຮົມການເມືອງ-ແນວຄິດ, ເອົາໃຈໃສ່ສຶກສາອົບຮົມພະນັກງານ-ນັກຮົບຂອງ ກຳລັງ ປກສ ຢ່າງເປັນປະຈຳ ໂດຍສະເພາະແມ່ນການຄົ້ນຄວ້າຮໍ່າຮຽນເອກະສານສຳຄັນຕ່າງໆຂອງພັກ-ຂອງຊາດ ແລະ ຂອງກຳລັງ ປກສ ໃຫ້ພະນັກງານ-ນັກຮົບ ດ້ວຍຮູບການ ແລະ ວິທີການຕ່າງໆໃຫ້ຖືກຕ້ອງຕາມແຕ່ລະເປົ້າໝາຍ.