ສະພາ ແຂວງໄຊຍະບູລີ ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາ

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາປະຊາຊົນ ແຂວງໄຊຍະບູລີ ຊຸດທີ I ໄດ້ຈັດຂຶ້ນໃນທ້າຍເດືອນມັງກອນ ຜ່ານມາ, ເຊິ່ງໄດ້ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາສໍາຄັນຂອງແຂວງ ເປັນປະທານໂດຍ ທ່ານ ປອ ສົມລິດ ເປືອກແກ້ວ ປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມໂດຍ ທ່ານ ພົງສະຫວັນ ສິດທະວົງ  ເຈົ້າແຂວງໆໄຊຍະບູລີ, ມີບັນດາທ່ານການນໍາຂອງແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍແຂກຖືກເຊີນຈາກບັນດາພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ບັນດາເມືອງ ເຂົ້າ ຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົານິຕິກໍາ ໃຕ້ກົດໝາຍຈໍານວນ 2 ສະບັບຄື: ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງ ແລະ ການພັດທະນາສວນອຸທິຍານພຶກສາຊາດຜາຊ້າງ-ຜາຂີ້ໜິ້ນ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການສ້າງຕັ້ງກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ;  ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງ ອົງການປົກຄອງແຂວງ ກ່ຽວກັບ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານຂອງແຂວງ, ບົດລາຍງານຂອງອົງການກວດສອບ, ອົງການກວດກາລັດ, ອົງການໄອຍະການ ແລະ ສານປະຊາຊົນແຂວງ ໄລຍະກາງສະໄໝ.

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ I ໄດ້ຈັດຂຶ້ນໃນທ້າຍເດືອນມັງກອນຜ່ານມາ

ພ້ອມນີ້, ກອງປະຊຸມຍັງໄດ້ຕິດຕາມຮັບຟັງການປະກອບຄໍາເຫັນທີ່ມີເນື້ອໃນສໍາຄັນຂອງປະຊາຊົນ ຜ່ານສາຍດ່ວນຕໍ່ການດໍາເນີນກອງປະຊຸມ ແລະ ການຊີ້ແຈງອະທິບາຍຈາກບັນດາພະແນກການ, ອົງການບາງດ້ານທີ່ພົ້ນເດັ່ນ ແລະ ຮີບດ່ວນທີ່ພົວພັນເຖິງຜົນປະໂຫຍດລວມຂອງທົ່ວປວງຊົນ ເປັນຕົ້ນແມ່ນຄຸນນະພາບໃນການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງ, ຄຸນນະພາບບໍລິການປິ່ນປົວໂຮງໝໍ ແລະ ສຸກສາລາຕ່າງໆ. ສໍາລັບການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ຂີ້ລັກງັດແງະ, ອຸບັດຕິເຫດຕາມທ້ອງຖະໜົນ ແລະອື່ນໆ.