ພາບປະກອບ ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2018 ຂອງກອງບັນຊາການ ປກສ ແຂວງຫຼວງນໍ້າທາ

ໄລຍະ 1 ປີຜ່ານມາ ທົ່ວແຂວງຫຼວງນ້ຳທາ ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 200 ກວ່າເລື່ອງ ເຈົ້າໜ້າທີ່ສາມາດມ້າງໄດ້ 175 ເລື່ອງ, ມີຜູ້ຖືກຫາ 266 ຄົນ ເດັ່ນກ່ວາໝູ່ແມ່ນຄະດີລັກຊັບພົນລະເມືອງ.

ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2018 ຂອງກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນ ວັນທີ 1 ກຸມພາ 2019  ພາຍໃຕ້ ການເປັນປະທານຂອງ ທ່ານ ພັອ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ-ຄະນະບັນຊາ, ປກສ ເມືອງ 5 ເມືອງ, ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັອ ສົມໄຊ ຈັນທະວົງ ໄດ້ຜ່ານບົດສະຫຼຸບວ່າ:

ໃນໄລຍະ 1 ປີຜ່ານມາ ທົ່ວແຂວງມີປະກົດການຫຍໍ້ທໍ້ເປັນຕົ້ນ: ຄາດຕະກໍາ, ລັກຊັບ, ຊິງຊັບ, ປຸ້ນຈີ້, ຂີ້ລັກງັດແງະ, ອາລະວາດຕີກັນ ແລະ ບັນຫາອື່ນໆເກີດຂຶ້ນ ທັງໝົດ 279 ເລື່ອງ, ສາມາດມ້າງໄດ້ 175 ເລື່ອງ, ມີຜູ້ ຖືກຫາ 266 ຄົນ, ຍິງ 8 ຄົນ, ຕ່າງປະເທດ 3 ຄົນ; ເດັ່ນກ່ວາໝູ່ ແມ່ນຄະດີລັກຊັບພົນລະເມືອງ ກວມເອົາ 75 ເລື່ອງ, ທໍາຮ້າຍຮ່າງກາຍ 50 ເລື່ອງ, ອາລະວາດຕີກັນ 22 ເລື່ອງ, ຫຼົງຍິງ 14 ເລື່ອງ, ຄາດຕະກໍາ 3 ເລື່ອງ, ພະຍາຍາມຄາດຕະກໍາ 5 ເລື່ອງ.

ຈາກຄະດີດັ່ງກ່າວ, ມີຜົນເສຍຫາຍ:

ລົດຈັກ 63 ຄັນ, ເງິນ 73.300.000 ກີບ, ເງິນຢວນ 16.700 ຢວນ, ໂທລະສັບມືຖື 14 ເຄື່ອງ, ສາຍໄຟຟ້າ 85 ກິໂລ ກຼາມ, ຄວາຍ 2 ໂຕ, ງົວ 8 ໂຕ, ຄໍາ 3,2 ບາດ ແລະອື່ນໆ, ລວມມູນຄ່າເສຍຫາຍປະມານ 878. 858.000 ກີບ, ຄົນເສຍຊີວິດ 32 ຄົນ, ບາດເຈັບສາຫັດ 21 ຄົນ, ບາດເຈັບເລັກນ້ອຍ 30 ຄົນ.

ນອກນີ້, ໄດ້ສະກັດກັ້ນປາບປາມການຜະລິດ, ຊື້-ຂາຍ ແລະ ນໍາໃຊ້ຢາເສບຕິດ ມີ 104 ເລື່ອງ, ຈັບຜູ້ຖືກຫາ 153 ຄົນ, ຍິງ 15 ຄົນ, ຕ່າງປະເທດ 6 ຄົນ, ຍຶດ ຢາເສບຕິດປະເພດຢາບ້າ 327. 560 ເມັດ, ຢາຝິ່ນ 42,2 ກິໂລ ກຼາມ, ເຮໂຣອິນ 6 ແທ່ງ, ແປ້ງຂາວ 3 ໂຕນ, ລົດໃຫຍ່ 6 ຄັນ, ລົດຈັກ 61 ຄັນ, ໂທລະສັບມືຖື 132 ເຄື່ອງ, ເງິນກີບ 20.333.000 ກີບ, ເງິນບາດ 36.336 ບາດ, ເງິນຢວນ 1.828 ຢວນ, ເງິນດົງ 1.200.000 ດົງ, ເຮືອ 1 ລໍາ, ໂຮງອັດຢາບ້າ 1 ເຄື່ອງ.