ທ່ານ ປອ ສອນໄຊ ສີພັນດອນ

ກອງປະຊຸມວຽກງານອະໄພຍະໂທດ ທົ່ວປະເທດ ປະຈໍາປີ 2018 ຈັດຂຶ້ນໃນວັນທີ 6 ກຸມພາ 2019 ໂດຍການເປັນປະທານຂອງ ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທັງເປັນປະທານຄະນະກໍາມະການອະໄພຍະໂທດລະດັບຊາດ, ມີຄະນະປະທານ, ຮອງລັດຖະມົນຕີບັນດາກະຊວງ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ແຂກຮັບເຊີນ ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມ.

ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທັງເປັນຮອງປະທານຜູ້ປະຈໍາການຄະນະກໍາມະການອະໄພຍະໂທດລະດັບຊາດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ປະຈໍາປີ 2018 ໃຫ້ຮູ້ວ່າ:

ທ່ານ ຄໍາສານ ສຸວົງ

1 ປີຜ່ານ, ມາມີນັກໂທດ ໄດ້ຮັບການອະໄພຍະໂທດຕາມລັດຖະດໍາລັດຂອງປະທານປະເທດ ມີຈໍານວນ 1.711 ຄົນ ຍິງ 300 ຄົນ, ຄົນຕ່າງປະເທດ 28 ຄົນ ຍິງ 11 ຄົນ; ເຊິ່ງໄດ້ແບ່ງອອກເປັນ 2 ປະເພດຄື: ໄດ້ຮັບອະໄພຍະໂທດຫຼຸດຜ່ອນໂທດ ມີທັງໝົດ 1.364 ຄົນ ຍິງ 234 ຄົນ, ຄົນ ຕ່າງປະເທດ 24 ຄົນ ຍິງ 9 ຄົນ, ນັກໂທດຕະຫຼອດຊີວິດ 15 ຄົນ ຍິງ 2 ຄົນ; ໃນນີ້, ມີນັກໂທດຄະດີຢາເສບຕິດ 1.281 ຄົນ ຍິງ 219ຄົນ, ຕ່າງປະເທດ 20 ຄົນ ຍິງ 8 ຄົນ; ໄດ້ຮັບອະໄພຍະໂທດປ່ອຍຕົວມີທັງໝົດ 347 ຄົນ ຍິງ 66 ຄົນ, ຕ່າງປະເທດ 4 ຄົນ ຍິງ 2 ຄົນ; ໃນນີ້, ມີນັກໂທດຄະດີຢາເສບຕິດ 333 ຄົນ ຍິງ 66 ຄົນ, ຕ່າງປະເທດ 4 ຄົນ ຍິງ 2 ຄົນ ແລະ ມີນັກໂທດຄະດີທົ່ວໄປ 14 ຄົນ.

ກອງປະຊຸມວຽກງານອະໄພຍະໂທດ

ພ້ອມດຽວກັນນີ້, ຄະນະກໍາມະການອະໄພຍະໂທດ ລະດັບກະຊວງ, ແຂວງ-ນະຄອນຫຼວງ ໄດ້ເກັບຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງ ທີ່ນັກໂທດຊໍາລະໃນບັ້ນຄົ້ນຄວ້າສະເໜີໃຫ້ອະໄພຍະໂທດປະຈໍາປີ 2018 ຄື: ເກັບຄ່າປັບໃໝທາງອາຍາ ຈໍານວນ 2.397.224. 000 ກີບ, ເງິນຕ່າງປະເທດ 6.000 ບາດ ແລະ ເກັບຄ່າເສຍຫາຍທາງແພ່ງ ໄດ້ 558.180.000 ກີບ, ເງິນຕ່າງປະເທດ 25.000.000 ດົງ, 7.600 ບາດ, ມອບຄືນໃຫ້ໂຈດທາງແພ່ງແລ້ວ ຈໍານວນ 484.472.000 ກີບ, ສ່ວນທີ່ຍັງແມ່ນພະແນກຍຸຕິທໍາແຂວງ-ນະຄອນຫຼວງ ສືບຕໍ່ເກັບມອບໃຫ້ໂຈດທາງແພ່ງໃຫ້ສໍາເລັດ.

ຄະນະປະທານ, ຮອງລັດຖະມົນຕີບັນດາກະຊວງ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ແຂກຮັບເຊີນ ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມ

ຄຽງຄູ່ກັນນີ້ ຄະນະກໍາມະການອະໄພຍະໂທດລະດັບຊາດ ໄດ້ຄົ້ນຄວ້າຄໍາຮ້ອງສະເໜີໃຫ້ອະໄພຍະໂທດຈາກໂທດປະຫານຊີວິດ ມາເປັນໂທດຕະຫຼອດຊີວິດຕາມ ມາດຕາ 255 ຂອງກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ, ສະເໜີທ່ານນາຍົກລັດຖະມົນຕີພິຈາລະນາ ໄດ້ສະເໜີພະນະທ່ານປະທານປະເທດອອກລັດຖະດໍາລັດ ສະບັບເລກທີ 293/ປປທ ລົງວັນທີ 20 ພະຈິກ 2018 ໃຫ້ອະໄພຍະໂທດ ຈໍານວນ 32 ຄົນ ຍິງ 2 ຄົນ, ຕ່າງປະເທດ 1 ຄົນ.