ອຳນວຍການ ວຕປ ຊີ້ນຳຄູ-ອາຈານ ປັບປຸງການສອນ-ການຮຽນໃຫ້ມີຄຸນນະພາບ

0
1822

ພົຈວ ປອ ບຸນຊູ ນາມມະຈັກ ອຳນວຍການວິທະຍາຄານຕຳຫຼວດປະຊາຊົນ (ວຕປ) ກະຊວງ ປກສ ໄດ້ຊີ້ນຳໃຫ້ພະນັກງານຄູ-ອາຈານ ເອົາໃຈໃສ່ປັບປຸງວຽກງານການສອນ-ການຮຽນໃຫ້ມີຄຸນນະພາບ ແລະ ສອດຄ່ອງກັບຍຸກສະໄໝໃໝ່.

ພົຈວ ປອ ບຸນຊູ ນາມມະຈັກ ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ໃນວັນທີ 5 ກຸມພາຜ່ານມາ ວ່າ:

ພົຈວ ປອ ບຸນຊູ ນາມມະຈັກ

ຕໍ່ໜ້ານີ້, ຄະນະອຳນວຍການ ວຕປ ຈະສືບຕໍ່ຊີ້ນຳ-ນຳພາບັນດາພະນັກງານຄູ-ອາຈານເປັນປົກກະຕິໃນການຈັດຕັ້ງປະຕິບັດວຽກງານການສອນ-ການຮຽນຢູ່ ວຕປ ໂດຍສຸມໃສ່ການຄົ້ນຄວ້າວິທະຍາສາດ, ປັບປຸງບົດສອນ, ສ້າງຕຳລາສອນ, ເອກະສານຄົ້ນຄວ້າໃຫ້ແກ່ການສອນ-ການຮຽນ ແລະ ຈັດຕັ້ງສຳມະນາແລກປ່ຽນບົດຮຽນລະ ຫວ່າງຄູ-ອາຈານ ກັບນັກສຶກສາ ແຕ່ລະຮຸ່ນ ແຕ່ລະໆບົບ ເພື່ອຍົກສູງຄຸນນະພາບຂອງຄູ-ອາຈານ ໃຫ້ໄປຕາມຫຼັກສູດຂອງການສຶກສາແຫ່ງຊາດ; ຈັດຕັ້ງປະເມີນຜົນ ການສອນ-ການຮຽນຂອງຄູ-ອາຈານຢ່າງເຄັ່ງຄັດ ເຊິ່ງເລີ່ມແຕ່ການ ຄຸ້ມຄອງຫ້ອງເສັງ, ການປ້ອງກັນບົດລາຍງານໂຄງການຈົບຊັ້ນ, ວິທະຍານິພົນ, ການໃຫ້ຄະແນນ ຕ້ອງສ່ອງແສງເຖິງລະດັບຄວາມຮູ້ຂອງນັກສຶກສາ; ເສີມຂະຫຍາຍບົດບາດເປັນໃຈກາງຂອງນັກສຶກສາ,

ຊີ້ນຳໃຫ້ພະນັກງານຄູ-ອາຈານ ເອົາໃຈໃສ່ປັບປຸງວຽກງານການສອນ-ການຮຽນໃຫ້ມີຄຸນນະພາບ ແລະ ສອດຄ່ອງກັບຍຸກສະໄໝໃໝ່

ຍົກສູງຄວາມຮັບຮູ້ຢ່າງຖືກ ຕ້ອງຕໍ່ສັດຈະທຳທີ່ວ່າ: ຕົນເປັນທີ່ເພິ່ງຂອງຕົນ ເພື່ອເຮັດໃຫ້ນັກສຶກສາເພີ່ມຄວາມເປັນເຈົ້າການຕົນເອງ, ມີຄວາມຮັບຜິດຊອບຕົນເອງຫຼາຍຂຶ້ນ ເປັນຕົ້ນການຄົ້ນຄວ້າຮໍ່າຮຽນ, ຝຶກຝົນຫຼ່ໍຫຼອມຕົນເອງ ເພື່ອເຂົ້າຫາ, ເຂົ້າເທິງໂລກແຫ່ງສະຕິປັນຍາ ແລະ ໂລກແຫ່ງຄວາມສະຫຼາດສະຫຼຽວ ແນໃສ່ຮັບປະກັນໃຫ້ຖັນແຖວຂອງພະນັກງານຄູ-ອາຈານ ມີປະສິດທິພາບສູງສຸດ ແລະ ເຊື່ອມໂຍງກັບສາກົນ.

ປີ 2018 ຜ່ານມາ, ຄະນະອຳນວຍການ ວຕປ ໄດ້ເອົາໃຈໃສ່ ຊີ້ນຳ-ນຳພາພະນັກງານຄູ-ອາຈານ ຢ່າງໃກ້ຊິດຕິດແທດ ໂດຍໄດ້ຈັດຕັ້ງນຳພາປະຕິບັດວຽກງານການສອນ-ການຮຽນຕາມໂຄງການ ຫຼັກສູດທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ອະນຸມັດໂດຍປະຕິບັດຕາມ 5 ຫຼັກມູນ 3 ລັກສະນະຂອງການສຶກສາ ຕິດພັນກັບ 3 ທາດແທ້ 7 ມູນເຊື້ອຂອງກຳລັງ ປກສ ວາງອອກໄດ້ເປັນຢ່າງດີ ໃນນັ້ນ, ໄດ້ຖືເອົານັກສຶກສາເປັນໃຈກາງ ໃນການຄົ້ນຄວ້າຮໍ່າຮຽນຫຼາຍຂຶ້ນ, ຍູ້ແຮງສະພາວິທະຍາສາດ ຂອງ ວຕປ ດ້ວຍການປັບປຸງຮັບ ຮອງຍັດຕິວິທະຍາສາດຂອງ ວຕປ ທີ່ປະກອບດ້ວຍບົດວິທະຍາສາດ ຂອງຄະນະວິຊາ, ຫ້ອງ, ສູນ ເພື່ອເປັນນິຕິກຳທາງດ້ານວິທະຍາສາດ ໃຫ້ບັນດາຫ້ອງ, ຄະນະວິຊາ,

ສູນໃນການເຄື່ອນໄຫວເຮັດໜ້າທີ່ ຢ່າງມີປະສິດທິພາບ; ພ້ອມນັ້ນ, ຍັງໄດ້ຈັດຕັ້ງຄະນະຮັບຜິດຊອບ ແປບົດວິທະຍາສາດປ້ອງກັນຄວາມສະຫງົບຂອງກະຊວງຕຳຫຼວດຫວຽດນາມ ຈຳນວນ 4 ຫົວ ສຳເລັດ 98% ແລະ ໄດ້ສຸມໃສ່ປັບປຸງໂຄງການຫຼັກສູດການສອນ-ການຮຽນ, ສ້າງເອກະສານ ຄົ້ນຄວ້າ, ສ້າງແຜນຕາຕະລາງຂຶ້ນ ຫ້ອງສອນຂອງຄູ-ອາຈານພາຍໃນ ແລະ ເຊີນນອກ ເປັນປົກກະຕິເຮັດໃຫ້ໂຄງການດັ່ງກ່າວມີຄຸນນະ ພາບສູງຂຶ້ນ ເຊິ່ງປີ 2018 ສາມາດສົ່ງນັກສຶກສາອອກຮັບໃຊ້ສະໜາມຮົບໄດ້ 393 ສະຫາຍ ຍິງ 50 ສະຫາຍ ມີຜົນສຳເລັດແຕ່ລະໄລຍະ.