ສະຫະພັນແມ່ຍິງ ປກສ ແຂວງສາລະວັນ ສະຫຼຸບຂໍ້ແຂ່ງຂັນ

0
1016

ໃນວັນທີ 6 ກຸມພາ ສະຫະພັນແມ່ຍິງ ກອງບັນຊາການ ປກສ ແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2018 ເປັນປະທານໂດຍ ພັຕ ນາງ ເຂັມພອນ ທຳມະວົງສາ ປະທານສະຫະພັນແມ່ຍິງ ກອງບັນຊາການ ປກສ ແຂວງສາລະວັນ, ໂດຍມີ ທ່ານ ນາງ ດວງມາລາ ສີສະໝຸດ  ຮອງປະທານສະຫະພັນແມ່ຍິງ ແຂວງ, ບັນດາສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ.

ຮອ ນາງ ແກ້ວອຸດອນ ພົມມະເອກ ຮອງປະທານສະຫະພັນແມ່ຍິງກອງບັນຊາການ ປກສ ແຂວງ ໄດ້ຜ່ານບົດສະຫຼຸບວ່າ:

ບັນດາສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ

ໃນໄລຍ  1 ປີຜ່ານມາ ໄດ້ນໍາເອົາເນື້ອໃນຂໍ້ແຂ່ງຂັນ 3 ດີ ເຊິ່ງປະກອບມີພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ ມາຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະ ນໍາເອົາເນື້ອໃນຂໍ້ແຂ່ງຂັນມາຝຶກຝົນຫຼໍຫຼອມກໍ່ສ້າງສະມາຊິກແມ່ຍິງ ປກສ ແຂວງ ແລະ ທັງເປັນການເຕົ້າໂຮມຄວາມສາມັກຄີ ເພື່ອເສີມຂະຫຍາຍນໍ້າໃຈຮັກຊາດທັງເປັນການເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດກໍຄື ຂອງແມ່ຍິງລາວສາມາດຍາດໄດ້ຜົນງານຫຼາຍດ້ານ.

ຜ່ານການຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນໄລຍະຜ່ານມາເຫັນວ່າ ແຕ່ລະໜ່ວຍໄດ້ເອົາໃຈໃສ່ນໍາພາໜ່ວຍ ແລະ ສະມາຊິກສະຫະພັນແມ່ຍິງຂອງຕົນປະຕິບັດຕາມ ເອກະສານແນະນໍາກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ.

ມອບໃບຢັ້ງຢືນບຸກຄົນ 3 ດີ ມອບໂດຍ ທ່ານ ນາງ ດວງມາລາ ສີສະໝຸດ

ໃນນີ້ ມອບໃບຢັ້ງຢືນບຸກຄົນ 3 ດີປະເພດ I ຄັ້ງທີ 1 ຈໍານວນ 17 ສະຫາຍ, ມອບໃບຢັ້ງຢືນບຸກຄົນ 3 ດີປະເພດ I ຄັ້ງທີ 2 ຈຳນວນ 32 ສະຫາຍ, ມອບໃບຢັ້ງຢືນບຸກຄົນ 3 ດີ ປະເພດ II ຈໍານວນ  3 ສະຫາຍ.