ຍົກລະດັບວຽກງານດຳເນີນຄະດີໃຫ້ ຜູ້ຊ່ວຍຜູ້ພິພາກສາ

0
2070

ສານປະຊາຊົນສູງສຸດ ຮ່ວມກັບ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ( ລຸກຊໍາບວກ ) ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານ ຜູ້ຊ່ວຍຜູ້ພິພາກສາ ເພື່ອສ້າງໃຫ້ຜູ້ຊ່ວຍຜູ້ພິພາກສາ ໄດ້ຮັບຮູ້ວຽກງານວິຊາສະເພາະ ກ່ຽວກັບການດຳເນີນຄະດີ ໃນວັນທີ 11 ກຸມພາ 2019 ໂດຍການເປັນປະທານຂອງ ທ່ານ ຄໍາພາ ແສງດາຣາ ຮອງປະທານສານປະຊາຊົນສູງສຸດ, ມີນັກສໍາມະນາກອນ ຈໍານວນ 90 ທ່ານ ທີ່ແມ່ນຜູ້ຊ່ວຍຜູ້ພິພາກສາ ມາຈາກສານປະຊາຊົນສູງສຸດ, ສານພາກ, ສານທະຫານ, ສານເຂດ ແລະ ສານແຂວງ ໃນຂອບເຂດທົ່ວປະເທດ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຄະນະປະທານ

ທ່ານ ນາງ ສຸກສະຫວາດ ບຸນມາແສງ ວ່າການຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ກ່າວວ່າ:

ການຝຶກອົບຮົມຄັ້ງນີ້ ຈັດຂຶ້ນເພື່ອເຮັດໃຫ້ວິຊາການກົດໝາຍຂອງສານປະຊາຊົນ ໄດ້ຮຽນຮູ້ເຖິງຂັ້ນຕອນ ແລະ ວິທີການໃນການດຳເນີນຄະດີຂອງ ຜູ້ຊ່ວຍຜູ້ພິພາກສາ; ຮັບປະກັນການປະຕິບັດໜ້າທີ່ຂອງ ຜູ້ຊ່ວຍຜູ້ພິພາກສາ ໃຫ້ມີປະສິດທິພາບສູງ, ມີຫຼັກການ, ມີຈັນຍາທໍາ ແລະ ເປັນທີ່ຍອມຮັບຂອງຄູ່ຄວາມ

ກໍຄື ປະຊາຊົນ ທັງເຮັດໃຫ້ ຜູ້ພິພາກສາ ກຳໄດ້ເຖິງສິດ ແລະ ໜ້າທີ່ຂອງຕົນ ໃນການປະຕິບັດໜ້າທີ່ວຽກງານ ເພື່ອກ້າວໄປເປັນຜູ້ພິພາກສາທີ່ມີຄຸນນະພາບ, ມີຄວາມສາມາດ ແລະ ມີທັດສະນະການເມືອງທີ່ໜັກແໜ້ນ.

ທ່ານ ຄໍາພາ ແສງດາຣາ

ຫຼັກສູດການຝຶກອົບຮົມ ຜູ້ຊ່ວຍຜູ້ພິພາກສາ ປະກອບດ້ວຍ 3 ພາກ ຄື:

  1. ພາກທິດສະດີ ໄດ້ຮຽນຮູ້ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ແລະ ຈັນຍາບັນ-ຈັນຍາທໍາຂອງ ຜູ້ຊ່ວຍຜູ້ພິພາກສາ.
  2. ພາກທິດສະດີວິຊາການ ຈະໄດ້ຄົ້ນຄວ້າຮ່ຳຮຽນສໍານວນຄະດີ, ການເອົາຄໍາໃຫ້ການ, ການຊັ່ງຊາຕີລາຄາຫຼັກຖານ, ການໄກ່ເກ່ຍ, ການສະຫຼຸບລາຍການກອງປະຊຸມວິຊາການ ແລະ ການຂຽນຄຳຕັດສິນ.
  3. ພາກປະຕິບັດຕົວຈິງ ນັກສໍາມະນາກອນຈະໄດ້ຝຶກຫັດກ່ຽວກັບ ການຄົ້ນຄວ້າສໍານວນຄະດີແພ່ງ-ອາຍາ, ສະຫຼຸບລາຍງານຄະດີ ແລະ ການຂຽນຄໍາຕັດສິນ.

ໃນນັ້ນ, ຫຼັກສູດທີ່ຈະເນັ້ນໜັກເປັນພິເສດ ແມ່ນການຄົ້ນຄວ້າສໍານວນຄະດີ ແລະ ການຂຽນຄໍາຕັດສິນ, ສໍາລັບການຝຶກອົບຮົມ ຈະດຳເນີນໄປເປັນ ເວລາ 20 ວັນຈຶ່ງສໍາເລັດ.

ທ່ານ ນາງ ສຸກສະຫວາດ ບຸນມາແສງ

ໃນໂອກາດດັ່ງກ່າວ, ທ່ານ ຄໍາພາ ແສງດາຣາ ໄດ້ກ່າວວ່າ:

ຜູ້ຊ່ວຍຜູ້ພິພາກສາ ເປັນບຸກຄົນໜຶ່ງທີ່ມີບົດບາດສໍາຄັນ ໃນຂະບວນການພິຈາລະນາຕັດສິນຄະດີຂອງສານ.

ດັ່ງນັ້ນ, ຜູ້ທີ່ຈະເປັນ ຜູ້ຊ່ວຍຜູ້ພິພາກສາ ໄດ້ຕ້ອງມີຄວາມຮູ້ທາງດ້ານກົດໝາຍທີ່ແນ່ນອນ, ມີຄວາມຊໍານິ-ຊໍານານໃນການຄົ້ນຄວ້າຄະດີ, ການນໍາໃຊ້ກົດໝາຍ ແລະ ທັກສະໃນການປະຕິບັດຕົວຈິງ ຢູ່ໃນແຕ່ລະຂັ້ນຕອນຂອງການດຳເນີນຄະດີ.

ນອກຈາກຄວາມຮູ້ທາງດ້ານວິຊາການແລ້ວ ຜູ້ຊ່ວຍຜູ້ພິພາກສາ ຕ້ອງໄດ້ຜ່ານການຝຶກຝົນຫຼ່ໍຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາ ແລະ ຜ່ານການທົດສອບຕົວຈິງທາງດ້ານວິຊາສະເພາະ.

ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ

ສະນັ້ນ, ບັນດາສະຫາຍທີ່ເຂົ້າຮ່ວມໃນຊຸດອົບຮົມ ຕ້ອງມີຈຸດຢືນ, ຫຼັກໝັ້ນ ແລະ ມີອຸດົມການ ເພື່ອພ້ອມກັນສ້າງ ແລະ ພັດທະນາລະບົບປະຊາຊົນ ກໍຄື ອົງການຕຸລາການ ໃຫ້ມີຄວາມເຊື່ອຖື ແລະ ໄວ້ເນື້ອເຊື່ອໃຈຈາກປະຊາຊົນ.