ຫ້ອງການເມືອງ ປ້ອງກັນສູນກາງ ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ ພະນັກງານ – ນັກຮົບ ຢ່າງທົ່ວເຖິງ

ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປີ 2019

0
1293

ຫ້ອງການເມືອງ ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ເອົາໃຈໃສ່ເປັນເຈົ້າການ ໃນການຄົ້ນຄວ້ານໍາສະເໜີຂັ້ນເທິງ ເພື່ອປະຕິບັດນະໂຍບາຍ ແລະ ປະກັນສັງຄົມໃນດ້ານຕ່າງໆ ໃຫ້ພະນັກງານ-ນັກຮົບຢ່າງທົ່ວເຖິງ ແລະ ຮັບປະກັນຄວາມສາມັກຄີພາຍໃນ ຢ່າງໜັກແໜ້ນ.

ຫ້ອງການເມືອງ ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ເອົາໃຈໃສ່ເປັນເຈົ້າການ ໃນການຄົ້ນຄວ້ານໍາສະເໜີຂັ້ນເທິງ

ໃນກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປີ 2019 ຂອງ ຫ້ອງການເມືອງ ກອງບັນຊາການປ້ອງກັນສູນກາງ ໃນວັນທີ 19 ກຸມພາ ຜ່ານມາ, ໂດຍການເຂົ້າຮ່ວມຂອງ ພັອ ຄໍາເຄື່ອງ ບຸນວິໄລ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະກອງບັນຊາການ, ຫ້ອງ, ກອງຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ນາງ ທຸມມາລີ ຄໍາພັນ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານບົດສະຫຼຸບ ໃຫ້ຮູ້ວ່າ:

ພັທ ນາງ ທຸມມາລີ ຄໍາພັນ ຮອງຫົວໜ້າຫ້ອງການເມືອງ

ປີ 2018, ຄະນະພັກ-ຄະນະບັນຊາ ຫ້ອງການເມືອງ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ພະນັກງານ-ນັກຮົບ ປະຕິບັດວຽກວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດ

ເປັນຕົ້ນແມ່ນ ການປະຕິບັດນະໂຍບາຍ ແລະ ປະກັນສັງຄົມ, ໄດ້ເປັນເຈົ້າການຄົ້ນຄວ້ານໍາສະເໜີຂັ້ນເທິງ ເພື່ອປະຕິບັດນະໂຍບາຍຕ່າງໆ ຕໍ່ພະນັກງານ-ນັກຮົບ ເຊັ່ນ:

ພະນັກງານ-ນັກຮົບ ໄດ້ຮັບການເລື່ອນຊັ້ນຂັ້ນຕ່າງໆທັງໝົດ 220 ສະຫາຍ, ສະເໜີພະນັກງານເຖິງອາຍຸກະສຽນບໍານານ 11 ສະຫາຍ, ເຂົ້້າຮັບເບ້ຍບໍານານແລ້ວ 4 ສະຫາຍ, ອະນຸມັດສ້າງຄອບຄົວ 29 ສະຫາຍ, ເບິ່ງແຍງພະນັກງານ-ນັກຮົບ ໃນເວລາເຈັບເປັນ 27 ສະຫາຍ ລວມເປັນເງິນ 93.900.000 ກີບ, ເງິນສະຫວັດດີການ 6 ສະຫາຍ ເປັນເງິນ 1.481.000 ກີບ, ເງິນກິນທານນໍາຄອບຄົວພະນັກງານທີ່ເສຍ ຊີວິດ 3.700.000 ກີບ ແລະ ມອບເງິນອຸດໜູນໃຫ້ຄອບຄົວພະນັກງານເສຍຊີວິດ ລວມທັງໝົດ 463.271.246 ກີບ.

ມີຄະນະກອງບັນຊາການ, ຫ້ອງ, ກອງຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ

ທ່ານຮອງຫົວໜ້າຫ້ອງການເມືອງ ຍັງໄດ້ກ່າວຕື່ມອີກວ່າ:

ທິດທາງແຜນການໃນປີນີ້, ຫ້ອງການເມືອງ ຈະສືບຕໍ່ເປັນເຈົ້າການຄົ້ນຄວ້າສະເໜີຂັ້ນເທິງ ປະຕິບັດນະໂຍບາຍດ້ານຕ່າງໆຕໍ່ກັບ ພະນັກງານ-ນັກຮົບ ໃນທົ່ວກໍາລັງປ້ອງກັນສູນກາງບົນພື້ນຖານແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໃນການສະເໜີເລື່ອນຊັ້ນ ໃຫ້ພະນັກງານ; ພ້ອມກັນນັ້ນ, ກໍຕ້ອງເອົາໃຈໃສ່ເບິ່ງແຍງຕໍ່ຜູ້ທີ່ເຈັບເປັນ, ຊ່ວຍເຫຼືອຄອບຄົວຜູ້ທີ່ພົບຄວາມຫຍຸ້ງຍາກ, ຄອບຄົວຜູ້ເສຍຊີວິດ ແລະອື່ນໆ ຕາມຄວາມສາມາດ ແລະ ເງື່ອນໄຂຕົວຈິງ ເພື່ອເຕົ້າໂຮມຄວາມສາມັກຄີພາຍໃນ ໃຫ້ໜັກແໜ້ນ.

ຫ້ອງການເມືອງ ເປັນເຈົ້າການຄົ້ນຄວ້ານໍາສະເໜີຂັ້ນເທິງ ເພື່ອປະຕິບັດນະໂຍບາຍຕ່າງໆ ຕໍ່ພະນັກງານ-ນັກຮົບ