ກອງປະຊຸມສະຫຼຸບວຽກງານ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019 ຂອງ ກອງບັນຊາການ ປກສ ເມືອງສິງ

ໃນ 1 ປີຜ່ານມາ, ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດຫານຫຍໍ້ທໍ້ ພາຍໃນເມືອງ, ຮັບປະກັນຄວາມສະຫງົບໂດຍພື້ນຖານ ແຕ່ກໍປັດສະຈາກບໍ່ໄດ້ສະພາບຫຍໍ້ທໍ້ໃນສັງຄົມ.

ສະເພາະໃນປີ 2018, ເມືອງສິງ ມີຄະດີເກີດຂຶ້ນທັງໝົດ 146 ເລື່ອງ, ກັກຕົວຜູ້ຖືກຫາ 195 ຄົນ, ເກີດຂຶ້ນຫຼາຍແມ່ນ ຄະດີຄ້າຂາຍຢາເສບຕິດ.

ຮອ ສິງແກ້ວ ວັນນະໄຊ ຮອງພະແນກຫ້ອງການ ໄດ້ກ່າວໃນ ກອງປະຊຸມສະຫຼຸບວຽກງານ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019 ຂອງ ກອງບັນຊາການ ປກສ ເມືອງສິງ ວ່າ:

ໃນໄລຍະ 1 ປີຜ່ານມາ, ທົ່ວເມືອງສິງ ມີຄະດີເກີດຂຶ້ນ 146 ເລື່ອງ, ຜູ້ຖືກຫາ 195 ຄົນ ຍິງ 23 ຄົນ;

ໃນນີ້, ຄະດີຢາເສບຕິດເກີດຂຶ້ນ 85 ເລື່ອງ, ຜູ້ຖືກຫາ 110 ຄົນ ຍິງ 17 ຄົນ, ຜູ້ມົ້ວສຸມເສບຢາເສບຕິດ 15 ຄົນ ຍິງ 1 ຄົນ ສາມາດຢຶດຂອງກາງຢາບ້າ ຈຳນວນ 37 ມັດ ກັບ 7.218 ເມັດ ລວມຢາບ້າທັງໝົດ 81.218 ເມັດ ແລະ ຢາຝິ່ນ ຈຳນວນ 498 ກຼາມ;

ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດຫານຫຍໍ້ທໍ້ ພາຍໃນເມືອງ

ນອກຈາກນີ້, ມີຄະດີອາຍາ-ເສດຖະກິດ 61 ເລື່ອງ, ກັກຜູ້ຖືກຫາ 85 ຄົນ ຍິງ 6 ຄົນ ແລະ ມີອຸບັດຕິເຫດເກີດຂຶ້ນ 54 ຄັ້ງ, ພາຫະນະເປ່ເພ ທັງໝົດ 97 ຄັນ, ຄົນໄດ້ຮັບບາດເຈັບ 88 ຄົນ, ເສຍຊີວິດ 3 ຄົນ, ມີອັກຄີໄພເກີດຂຶ້ນ 10 ຄັ້ງ ຜົນເສຍຫາຍປະມານ 1 ຕື້ກວ່າກີບ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນອາທິດຜ່ານມາ ໂດຍການເປັນປະທານຂອງ ພັທ ສົມສັກ ສີປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງສິງ, ມີ ທ່ານ ບຸນພວມ ສໍສຸພາບ ຮອງເຈົ້າເມືອງໆສິງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ຫົວໜ້າ-ຮອງພະແນກ, ປກສ ກຸ່ມ ບ້ານ ແລະ ພະນັກງານນັກຮົບທົ່ວກອງບັນຊາການ ເຂົ້າຮ່ວມ.